• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຮັກສາແລະເພີ່ມພູນຄູນສ້າງນ້ຳໃຈມິດຕະພາບ,ຄວາມສາມັກຄີແບບພິເສດຫວຽດນາມ-ກູບາ

      ຕອນບ່າຍວັນທີ 13 ມິຖຸນາ ຢູ່ ສຳນັກງານສູນກາງພັກ, ທ່ານເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ ຫງວຽນຟູຈ້ອງ ໄດ້ຕ້ອນຮັບທ່ານ Esteban Lazo Hernandez, ປະທານສະພາແຫ່ງຊາດ ກູບາ ພວມຢ້ຽມຢາມຫວຽດນາມ ຢ່າງເປັນທາງການ ແຕ່ວັນທີ 11-18 ມິຖຸນາ. 
ທ່ານເລຂາທິການໃຫຍ່ ຫງວຽນຟູຈ້ອງ ຕ້ອນຮັບທ່ານ Esteban Lazo Hernandez, ປະທານສະພາແຫ່ງຊາດ ກູບາ 
ພາບ:vietnam+
      ທ່ານເລຂາທິການໃຫຍ່ ຫງວຽນຟູຈ້ອງ ມີຄວາມເຊື່ອໝັ້ນວ່າ ການຢ້ຽມຢາມຂອງຄະນະຜູ້ແທນຂັ້ນສູງສະພາແຫ່ງຊາດ ກູບາ ຈະປະກອບສ່ວນຊຸກຍູ້ການພົວພັນອ້າຍນ້ອງ, ນ້ຳໃຈມິດຕະພາບທີ່ເປັນມູນເຊື້ອ, ການຮ່ວມມືຮອບດ້ານ, ຄວາມສາມັກຄີບໍລິສຸດຜຸດຜ່ອງລະຫວ່າງພັກ,ລັດ, ສະພາແຫ່ງຊາດ ແລະ ປະຊາຊົນຫວຽດນາມ ແລະ ກູບາ.  ທ່ານເລຂາທິການໃຫຍ່ ຢືນຢັນວ່າ: ພັກ, ລັດ ແລະ ປະຊາຊົນຫວຽດນາມ ຈະຮຽງບ່າງຮຽງໄຫລ່ ພ້ອມກັບ ກູບາ ໃນກິດຈະການອັບເດັດຮູບແບບພັດທະນາເສດຖະກິດສັງຄົມ, ພ້ອມແລ້ວທີ່ຈະແບ່ງປັນບັນດາບົດຮຽນ, ນັບທັງຜົນສຳເລັດ ແລະ ຂໍ້ຈຳກັດ ຊຶ່ງຫວຽດນາມ ໄດ້ຖອດຖອນມາໄດ້ໃນກວ່າ 30 ປີດຳເນີນກິດຈະການປ່ຽນແປງໃຫມ່. ທ່ານເລຂາທິການໃຫຍ່ ເຊື່ອໝັ້ນວ່າ ພາຍໃຕ້ການຊີ້ນຳນຳພາຂອງພັກກອມມູນິດ ກູບາ ໂດຍທ່ານປະທານ Raun Castro ນຳຫນ້າ ປະຊາຊົນ ກູບາ ອ້າຍນ້ອງ ຈະຜ່ານຜ່າທຸກສິ່ງທ້າທາຍ, ສືບຕໍ່ຍາດໄດ້ໄຊຊະນະໃຫມ່ອັນໃຫຍ່ຫລວງກວ່າອີກໃນພາລະກິດປະຕິວັດຂອງຕົນ ເພື່ອຈຸດໝາຍສ້າງສັງຄົມນິຍົມໃຫ້ຈະເລີນຮຸ່ງເຮືອງ ແລະ ໝັ້ນຄົງ.
 (ແຫຼ່ງຄັດຈາກ VOV)

ຫວຽດ​ນາມ ແບ່ງ​ປັນ​ຄວາມ​ຮັບ​ຜິດ​ຊອບ​ໃນ​ການ​​ປ້ອງກັນ​ຄວາມ​ປອດ​ໄພ​ທາງ​ອິນ​ເຕີ​ເນັດ

ຫວຽດ​ນາມ ແບ່ງ​ປັນ​ຄວາມ​ຮັບ​ຜິດ​ຊອບ​ໃນ​ການ​​ປ້ອງກັນ​ຄວາມ​ປອດ​ໄພ​ທາງ​ອິນ​ເຕີ​ເນັດ

“ສົນທິສັນຍາ ຮ່າໂນ້ຍ”, ເອກະສານນິຕິກຳສະບັບທຳອິດຂອງ ສປຊ ກ່ຽວກັບການຕ້ານອາດຊະຍາກຳທາງເຄືອຂ່າຍອິນເຕີເນັດ ທີ່ໄດ້ຮັບຮອງໂດຍສະມັດຊາໃຫຍ່ ສປຊ ໃນວັນທີ 24 ທັນວາ 2024 ແລະ ໄດ້ເປີດພິທີລົງນາມຢ່າງເປັນທາງການ ຢູ່ຮ່າໂນ້ຍໃນວັນທີ 25 – 26 ຕຸລາ 2025, ພາຍໃຕ້ການເປັນປະທານຮ່ວມຂອງທ່ານປະທານປະເທດ ຫວຽດນາມ ເລືອງເກື່ອງ ແລະ ທ່ານເລຂາທິການໃຫຍ່ ສປຊ Antonio Guterres. ເຫດການນີ້ບໍ່ພຽງແຕ່ເປີດໜ້າປະຫວັດສາດໃໝ່ໃນການຮ່ວມມືທົ່ວໂລກກ່ຽວກັບຄວາມໝັ້ນຄົງທາງເຄືອຂ່າຍອິນເຕີເນັດ ເທົ່ານັ້ນຫາກຍັງຢັ້ງຢືນບົດບາດ ແລະ ຄວາມຮັບຜິດຊອບຂອງຫວຽດນາມ ໃນການແບ່ງປັນຄວາມຮັບຜິດຊອບໃນການປ້ອງກັນຄວາມປອດໄພທາງອິນເຕີເນັດອີກດ້ວຍ.

Top