ຂ່າວສານ
ຮອງນາຍົກລັດຖະມົນຕີຜູ້ປະຈຳການລັດຖະບານຫວຽດນາມ ເຈືອງຮວ່າບິ່ງ ລົງພົບປະກັບຜູ້ມີສິດເລືອກຕັ້ງຢູ່ແຂວງ ລອງອານ

ທ່ານຮອງນາຍົກລັດຖະມົນຕີ, ຜູ້ປະຈຳການລັດຖະບານຫວຽດນາມ ເຈືອງຮວ່າບິ່ງ ກ່າວຄຳເຫັນທີ່ການພົບປະ (ພາບ: TTXVN)
ທີ່ບັນດາການພົບປະ, ບັນດາຜູ້ມີສິດເລືອກຕັ້ງກໍໄດ້ຍົກບັນດາຄຳຄິດເຫັນ, ຂໍ້ສະເໜີແນະທີ່ກ່ຽວຂ້ອງເຖິງບັນດາບັນຫາການເມືອງ, ເສດຖະກິດສັງຄົມຂອງທົ່ວປະເທດເວົ້າລວມ ແລະ ແຂວງລອງອານ ເວົ້າສະເພາະ. ກ່າວຄຳເຫັນກັບຜູ້ມີສິດເລືອກຕັ້ງ, ທ່ານຮອງນາຍົກລັດຖະມົນຕີ, ຜູ້ປະຈຳການລັດຖະບານຫວຽດນາມ ເຈືອງຮວ່າບິ່ງ ໄດ້ແຈ້ງໃຫ້ຊາບ ບາງໝາກຜົນໃນບັນດາຂົງເຂດຂອງປະເທດໃນ 9 ເດືອນ 2020 ທີ່ຜ່ານມາ; ຮັບຮູ້ບັນດາຄຳເຫັນ, ຂໍ້ສະເໜີແນະຂອງຜູ້ມີສິດເລືອກຕັ້ງ ແລະ ໃຫ້ຮູ້ວ່າ ຈະສົ່ງໃຫ້ແກ່ບັນດາສຳນັກງານ, ບັນດາອົງການວິຊາການພິຈາລະນາ, ແກ້ໄຂ. ບາງຄຳເຫັນທີ່ເໝາະສົມຈະຖືກສົ່ງເຖິງສະພາແຫ່ງຊາດໃນກອງປະຊຸມທີ່ຈະມາເຖິງ.
(ແຫຼ່ງຄັດຈາກ VOV)