• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຮອງລັດຖະມົມຕີຜູ້ທີໜຶ່ງກະຊວງການຕ່າງປະເທດ ອີຣານ ຢ້ຽມຢາມຫວຽດນາມ

ເພື່ອແນໃສ່ຊຸກຍູ້ການຮ່ວມມືລະຫວ່າງ 2 ປະເທດ, ທ່ານຮອງລັດຖະມົນຕີຜູ້ທີໜຶ່ງກະຊວງການຕ່າງປະເທດອີຣານ Morteza Sarmadi ໄດ້ຢ້ຽມຢາມຫວຽດນາມ ຢ່າງເປັນທາງການ, ໃນລະຫວ່າງວັນທີ 10 – 13 ມີນາ.


ການເຈລະຈາລະຫວ່າງ 2 ຝ່າຍ

(ພາບ: TTXVN)

ຕອນເຊົ້າວັນທີ 11 ມີນາ, ຢູ່ເຮືອນຮັບແຂກລັດຖະບານ, ທ່ານຮອງລັດຖະມົນຕີການຕ່າງປະເທດຫວຽດນາມ ຫງວຽນກວັກເກື່ອງ ໄດ້ມີການເຈລະຈາກັບທ່ານຮອງລັດຖະມົນຕີຜູ້ທີໜຶ່ງກະຊວງການຕ່າງປະເທດອີຣານ Morteza Sarmadi. ທີ່ການເຈລະຈາ, ທ່ານຮອງລັດຖະມົນຕີ ຫງວຽນກວັກເກື່ອງ ຢືນຢັນວ່າ, ຫວຽດນາມ ຖືເປັນສຳຄັນການປັບປຸງ ແລະ ພັດທະນາການພົວພັນມິດຕະພາບ, ການຮ່ວມມືຫຼາຍດ້ານກັບອີຣານ ແລະ ສະເໜີໃຫ້ 2 ຝ່າຍເພີ່ມທະວີການແລກປ່ຽນຄະນະຜູ້ແທນທຸກຂັ້ນ, ສືບຕໍ່ສົມທົບກັນຢ່າງແໜ້ນແຟ້ນຢູ່ບັນດາເວທີປາໄສພາກພື້ນ ແລະ ສາກົນ.

        ສ່ວນທ່ານຮອງລັດຖະມົນຕີ Morteza Sarmadi ໄດ້ຢືນຢັນເລື່ອງຖືເປັນສຳຄັນ ແລະ ປາດຖະໜາຢາກຊຸກຍູ້ການຮ່ວມມືກັບຫວຽດນາມ, ພິເສດແມ່ນໃນຂົງເຂດເສດຖະກິດ - ການຄ້າ.

        ຮອງລັດຖະມົນຕີ 2 ທ່ານ ຍັງແລກປ່ຽນກ່ຽວກັບບັນດາມາດຕະການ ແລະ ທິດທາງເພື່ອແນໃສ່ແກ້ໄຂບັນດາສິ່ງຕິດຂັດ, ນຳການພົວພັນມິດຕະພາບ ແລະ ການຮ່ວມມືລະຫວ່າງຫວຽດນາມ - ອີຣານ ໃຫ້ກ້າວຂຶ້ນລະດັບພັດທະນາໃໝ່.

(ແຫຼ່ງຄັດຈາກ VOV)

ທ່ານນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ ເຮັດ​ວຽກ​ກັບ​ສະ​ພາ​ດຳ​ເນີນ​ທຸ​ລະ​ກິດ ອາ​ເມ​ລິ​ກາ - ອາ​ຊຽນ

ທ່ານນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ ເຮັດ​ວຽກ​ກັບ​ສະ​ພາ​ດຳ​ເນີນ​ທຸ​ລະ​ກິດ ອາ​ເມ​ລິ​ກາ - ອາ​ຊຽນ

ຕອນບ່າຍວັນທີ 11 ກໍລະກົດ, ຢູ່ສຳນັກງານລັດຖະບານ (ທີ່ ຮ່າໂນ້ຍ), ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ຕ້ອນຮັບ ແລະ ເຮັດວຽກກັບຄະນະວິສາຫະກິດຂອງສະພາດຳເນີນທຸລະກິດ ອາເມລິກາ - ອາຊຽນ (USABC) ເຊິ່ງພວມຢ້ຽມຢາມ ແລະ ເຮັດວຽກຢູ່ ຫວຽດນາມ.

Top