• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຮອງປະທານສະພາແຫ່ງຊາດອວງຈູລິວຢ້ຽມຢາມ ແລະ ເຮັດວຽກຢູ່ ຍີ່ປຸ່ນ

      ວັນທີ 03 ກໍລະກົດ, ຄະນະຜູ້ແທນສະພາແຫ່ງຊາດຫວຽດນາມ ໂດຍທ່ານຮອງປະທານສະພາແຫ່ງຊາດ ອວງຈູລິວ ນຳໜ້າ, ເລີ່ມຕົ້ນການຢ້ຽມຢາມ ແລະ ເຮັດວຽກຢູ່ຍີ່ປຸ່ນ. ໃນຂອບເຂດການຢ້ຽມຢາມ, ຄະນະຜູ້ແທນໄດ້ມີການເຮັດວຽກກັບສະຖາບັນຄົ້ນຄວ້ານະໂຍບາຍຍີ່ປຸ່ນ, ຢ້ຽມຢາມສະຖານທູດຫວຽດນາມ ປະຈຳຍີ່ປຸ່ນ.

(ທ່ານຮອງປະທານສະພາແຫ່ງຊາດ ອວງຈູລິວ
ພົບປະກັບທ່ານປະທານສະຖາບັນ Akihito Tanaka)
      ທີ່ສະຖາບັນຄົ້ນຄວ້ານະໂຍບາຍຍີ່ປຸ່ນ, ທ່ານຮອງປະທານສະພາແຫ່ງຊາດ ອວງຈູລິວ ໄດ້ພົບປະກັບທ່ານປະທານສະຖາບັນ Akihito Tanaka ແລະ ມີການແລກປ່ຽນກັບທ່ານສາດສະດາຈານ Masahiro Horie, ຜູ້ອຳນວຍການສູນພັດທະນາການນຳຂັ້ນສູງທົ່ວໂລກ, ອະດີດຮອງລັດຖະມົນຕີກະຊວງພາຍໃນ ແລະ ສື່ສານ, ເພື່ອຊອກຮູ້ກ່ຽວກັບພື້ນຖານການເມືອງຍີ່ປຸ່ນ, ບົດຮຽນໃນການປະຕິຮູບ, ປ່ຽນໃໝ່ ແລະ ຄຸ້ມຄອງສາທາລະນະຂອງລັດຖະບານຍີ່ປຸ່ນ. ຢູ່ທີ່ນີ້, ທ່ານຮອງປະທານສະພາແຫ່ງຊາດ ອວງຈູລິວ ຫວັງວ່າ, ດ້ວຍຄວາມຮັບຜິດຊອບແມ່ນປະທານສະຖາບັນຄົ້ນຄວ້ານະໂຍບາຍຍີ່ປຸ່ນ, ທ່ານ Akihito Tanaka ຈະຊຸກຍູ້ການພົວພັນຮ່ວມມືຍຸດທະສາດຢ່າງເລິກເຊິ່ງ, ກວ້າງຂວາງລະຫວ່າງຫວຽດນາມ ແລະ ຍີ່ປຸ່ນ ໃນໄລຍະຈະມາເຖິງຢ່າງມີປະສິດທິຜົນກວ່າອີກ.
        ເມື່ອໄປຢ້ຽມຢາມສະຖາທູດຫວຽດນາມ ປະຈຳຍີ່ປຸ່ນ, ທ່ານຮອງປະທານສະພາແຫ່ງຊາດ ອວງຈູລິວ ໃຫ້ຮູ້ວ່າ, ສະພາແຫ່ງຊາດຫວຽດນາມ ດ້ວຍບົດບາດທີ່ໄດ້ຮັບມອບໝາຍ, ໃນໄລຍະຜ່ານມາໄດ້ປະກອບສ່ວນຮັບຮອງເອົາກົດໝາຍສຳຄັນຫຼາຍສະບັບ, ປັບປຸງສະພາບແວດລ້ອມແຫ່ງການລົງທຶນ, ສ້າງເງື່ອນໄຂໃຫ້ບັນດານັກລົງທຶນຕ່າງປະເທດ, ໃນນັ້ນມີບັນດານັກລົງທຶນຍີ່ປຸ່ນ. ທ່ານຮອງປະທານສະພາແຫ່ງຊາດ ປາດຖະໜາວ່າ, ສະຖານທູດຫວຽດນາມ ປະຈຳຍີ່ປຸ່ນ ສືບຕໍ່ສວມບົດບາດເປັນຂົວຕໍ່ດຶງດູດແຫຼ່ງເງິນລົງທຶນຈາກຍີ່ປຸ່ນ ຜ່ານບັນດາໂຄງການໃຫຍ່ນີ້.
        ແລະກໍ່ໃນວັນດຽວກັນ, ທ່ານຮອງປະທານສະພາແຫ່ງຊາດອວງຈູລິວ ໄດ້ໄປຢ້ຽມຢາມກຸ່ມບໍລິສັດ Canon ຂອງຍີ່ປຸ່ນ.
 (ແຫຼ່ງຄັດຈາກ VOV)

ການ​ສົ່ງ​ອອກ​ເຄື່ອງເອ​ເລັກ​ໂຕ​ນິກ​ມຸ່ງ​ໄປ​ເຖິງ​ເປົ້າ​ໝາຍບັນ​ລຸ​ 145 ຕື້ USD

ການ​ສົ່ງ​ອອກ​ເຄື່ອງເອ​ເລັກ​ໂຕ​ນິກ​ມຸ່ງ​ໄປ​ເຖິງ​ເປົ້າ​ໝາຍບັນ​ລຸ​ 145 ຕື້ USD

ໃນສະພາບການພູມສາດການເມືອງ ແລະ ເຕັກໂນໂລຢີທົ່ວໂລກ ມີການປ່ຽນແປງຢ່າງລຽນຕິດນັ້ນ, ຫວຽດນາມ ພວມຫັນປ່ຽນຈາກ “ໂຮງງານຜະລິດ” ກາຍເປັນສູນນະວັດຕະກໍາເຕັກໂນໂລຢີສູງຂອງພາກພື້ນ” ເທື່ອລະກ້າວ. ດ້ວຍວົງເງິນສົ່ງອອກເຄື່ອງເອເລັກໂຕນິກບັນລຸກວ່າ 125 ຕື້ USD ໃນປີ 2024 ແລະ ທ່າອຽງພວມເຕີບໂຕຢ່າງວ່ອງໄວ, ພ້ອມກັບການປະກົດຕົວຂອງສູນຄົ້ນຄວ້າ ແລະ ພັດທະນາ (R&D) ຕ່າງປະເທດທີ່ນັບມື້ນັບຫຼາຍ, ຫວຽດນາມ ພວມມຸ່ງໄປເຖິງເປົ້າໝາຍ ສົ່ງອອກເຄື່ອງເອເລັກໂຕນິກໃຫ້ບັນລຸ 145 ຕື້ USD.

Top