• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຮອງປະທານຜູ້ປະຈຳການສະພາແຫ່ງຊາດ ພົບປະກັບຄະນະຜູ້ແທນຜູ້ມີອິດທິພົນຊື່ສຽງ, ຜູ້ຊົງຄຸນວຸດທິຊົນເຜົ່າສ່ວນໜ້ອຍ

      ໃນຕອນບ່າຍວັນທີ 18 ທັນວາ, ທີ່ຫໍສະພາແຫ່ງຊາດ, ທ່ານນາງ ຕ່ອງທິຟ໋ອງ, ຮອງປະທານຜູ້ປະຈຳການສະພາແຫ່ງຊາດ ພົບປະສ້າງສັນກັບຄະນະຜູ້ແທນເຂົ້າຮ່ວມພິທີຍ້ອງຍໍຜູ້ມີອິດທິພົນຊື່ສຽງ, ຜູ້ຊົງຄຸນວຸດທິ, ນັກທຸລະກິດດີເດັ່ນຊາວຊົນເຜົ່າສ່ວນໜ້ອຍໃນທົ່ວປະເທດ ປີ 2017.

(ທ່ານນາງ ຕ່ອງທິຟ໋ອງ, ຮອງປະເທດຜູ້ປະຈຳການສະພາແຫ່ງຊາດ)
      ທ່ານນາງ ຮອງປະທານຜູ້ປະຈຳການສະພາແຫ່ງຊາດ ຕ່ອງທິຟ໋ອງ ຊີ້ແຈ້ງທັດສະນະສະເໝີຕົ້ນເໝີປາຍຂອງພັກ, ລັດກ່ຽວກັບຊົນເຜົ່າແມ່ນ: ສາມັກຄີບັນດາເຜົ່າມີທີ່ຕັ້ງຍຸດທະສາດໃນພາລະກິດປະຕິວັດຂອງປະເທດຊາດ. ທ່ານນາງ ຕ່ອງທິຟ໋ອງ ຮັບຮູ້ບັນດາແບບຢ່າງທີ່ດີເດັ່ນແມ່ນປະຊາຊົນຊາວເຜົ່າສ່ວນໜ້ອຍມີບົດບາດສຳຄັນທີ່ສຸດ. ການປະກອບສ່ວນຂອງບັນດາຜູ້ແທນທີ່ເປັນແບບຢ່າງດີເດັ່ນແມ່ນບັນດາແວ່ນແຍງທີ່ໃສແຈ້ງກ່ຽວກັບການອຸທິດສ່ວນ, ປະກອບກຳລັງແຮງ, ພູມປັນຍາໃຫ້ຂະບວນການແຂ່ງຂັນໃນບັນດາຂົງເຂດວິທະຍາສາດ, ການສຶກສາ, ສາທາລະນະສຸກ, ວັດທະນະທຳ. ທ່ານນາງ ຮອງປະທານຜູ້ປະຈຳການສະພາແຫ່ງຊາດ ສະເໜີຄະນະພັກ, ອຳນາດການປົກຄອງ, ແນວໂຮມປະເທດຊາດ ຫວຽດນາມ, ອົງການຈັດຕັ້ງມະຫາຊົນທຸກຂັ້ນສືບຕໍ່ເບິ່ງແຍງດູແລເຖິງບັນດາເຂດທຸກຍາກ, ເຂດຊາວເຜົ່າສ່ວນໜ້ອຍ, ເຂດປະສົບກັບຄວາມຫຍຸ້ງຍາກເປັນພິເສດ, ເຂດຊາຍແດນ, ໝູ່ເກາະ, ເຂດປະສົບໄພທຳມະຊາດ, ຖຶກຜົນສະທ້ອນຈາກການປ່ຽນແປງຂອງດິນຟ້າອາກາດໃຫ້ດີກວ່າອີກ ເພື່ອໃຫ້ປະຊາຊົນຫຼຸດພົ້ນອອກຈາກຄວາມທຸກຍາກໂດຍໄວ, ບືນຕົວຂຶ້ນໃນການດຳລົງຊີວິດ.
 (ແຫຼ່ງຄັດຈາກ VOV)

ສະ​ພາ​ສູງ ອາ​ເມ​ລິ​ກາ ຮັບ​ຮອງ​ເອົາ​ນະ​ໂຍ​ບາຍພົວ​ພັນ​ພາຍ​ໃນ​ປະ​ເທດ​ແບບ​ຮອບ​ດ້ານ​ຂອງ​ທ່ານ​ປະ​ທາ​ນາ​ທິ​ບໍ​ດີ Donald Trump

ສະ​ພາ​ສູງ ອາ​ເມ​ລິ​ກາ ຮັບ​ຮອງ​ເອົາ​ນະ​ໂຍ​ບາຍພົວ​ພັນ​ພາຍ​ໃນ​ປະ​ເທດ​ແບບ​ຮອບ​ດ້ານ​ຂອງ​ທ່ານ​ປະ​ທາ​ນາ​ທິ​ບໍ​ດີ Donald Trump

ວັນທີ 1 ກໍລະກົດ, ຢູ່ ວໍຊິງຕັນ, ສະພາສູງ ອາເມລິກາ ໂດຍພັກສາທາລະນະຄວບຄຸມໄດ້ຮັບຮອງເອົານະໂຍບາຍພົວພັນພາຍໃນປະເທດຢ່າງຮອບດ້ານຂອງທ່ານປະທານາທິບໍດີ Donald Trump ດ້ວຍອັດຕາບັດສະໜັບສະໜູນ 51 ບັດ ແລະ ບັດຄ້ານ 50 ບັດ.

Top