• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຮອງປະທານປະເທດໃຫ້ການຕ້ອນຮັບຄະນະຜູ້ແທນຜູ້ມີຄຸນງາມຄວາມດີແຂວງເທື່ອທຽນ-ເຫວ້


ທ່ານ​ນາງ​ຮອງ​ປະທານ​ປະ​ເທດ ດັ້ງ​ທິງອກທິງ ​
​ຕ້ອນຮັບຄະນະ​ຜູ້​ແທນ​ຜູ້​ມີ​ຄຸນງາມຄວາມດີ​ແຂວງ ​​ເທື່ອ​ທຽນ-​ເຫວ້
(ພາບສຳນັກຂ່າວສານຫວຽດນາມ)

      ຕອນ​ເຊົ້າ​ວັນ​ທີ 04/08 ທ່ານ​ນາງ​ຮອງ​ປະທານ​ປະ​ເທດ ດັ້ງ​ທິງອກທິງ ​ໄດ້​ໃຫ​້ ການ​ຕ້ອນຮັບຄະນະ​ຜູ້​ແທນ​ຜູ້​ມີ​ຄຸນງາມຄວາມດີ​ແຂວງ ​​ເທື່ອ​ທຽນ-​ເຫວ້ ​ເນື່ອງ​ໃນ​ໂອກາດ​​ຄະນະ​ມາຢ້ຽມຢາມ​ນະຄອນຫລວງ ຮ່າ​ໂນ້ຍ. ທີ່​ການ​ຕ້ອນຮັບ, ທ່ານ​ນາງ​ຮອງ​ປະທານ​ປະ​ເທດ ດັ້ງ​ທິງອກທິງ ຢືນຢັນ​ວ່າ: ພັກ, ລັດ ​ແລະ ປະຊາຊົນ ຍາມ​ໃດ​ກໍ່ຈົດ​ຈຳ​ການ​ເສຍສະຫຼະ​ຊີວິ​ດ​ເພື່ອ​ຊາດ ​ແລະ ບຸນຄຸນ​ອັນ​ໃຫຍ່​ຫລວງ ​ເຊິ່ງບັນດາ​ນັກຮົບ, ຜູ້​ມີ​ຄຸນງາມຄວາມດີ​ຕໍ່​ການ​ປະຕິວັດ​ແຂວງ ເທື່ອ​ທຽນ-​ເຫວ້ ​ໄດ້ປະກອບສ່ວນ​ໃຫ້​ພາລະກິດ​ຕໍ່ສູ້​ຍາດ​​ເອົາ​ເອກະລາດ​ຂອງ​​ຊາດ, ທ້ອນ​ໂຮມ​ປະ​ເທດ​ຊາດ​ເປັນ​ເອກະ​ພາບ; ຍາມ​ໃດ​ກໍ່​ເອົາ​​ໃຈ​ໃສ່ ຍົກ​ສູງ​ຊີວິດ​ການ​ເປັນ​ຢູ່​ຂອງ​ປະຊາຊົນ ພິ​ເສດ​ແມ່ນ​ວຽກ​ງານ​ເບິ່ງ​ແຍງ​ດູ​ແລ​ໃຫ້​ບັນດາ​ຄອບຄົວ​ນະ​ໂຍບາຍ, ຜູ້​ມີ​ຄຸນງາມຄວາມດີ​ຕໍ່​ການ​ປະຕິວັດ. ທ່ານ​ນາງ​ຮອງ​ປະທານ​ປະ​ເທດ ປາດ​ຖະໜາ​ວ່າ: ​ໃນ​​ໄລ​ຍະຈະ​ມາ​ເຖິງ ບັນດາ​ຜູ້​ມີ​ຄຸນງາມຄວາມດີ ສືບ​ຕໍ່​ຮັກສາ​ມູນ​ເຊື້ອ​ປະຕິວັດ​ໃຫ້​ໝັ້ນຄົງ ກາຍ​ເປັນ​ແບບຢ່າງ​ໃຫ້​ລຸ້ນລູກ​ຫຼານ​ຮ່ຳຮຽນ, ປະຕິບັດ​ຕາມ, ປະກອບ​ສວ່ນ ສ້າງ​ແຂວງ ເທື່ອ​ທຽນ-​ເຫວ້ ​ແລະ ປະ​ເທດ​ຊາດ​ໃຫ້​ນັບ​ມື້​ນັບ​ພັດທະນາ​ຮັ່ງມີ ​ແລະ ​ເຂັ້ມ​ແຂງ. ທ່ານ​ນາງ​ຮອງ​ປະທານ​ປະ​ເທດ ຊົມ​ເຊີຍ​ແຂວງ ເທື່ອ​ທຽນ-​ເຫວ້ ປະຕິບັດ​ນະ​ໂຍບາຍ​ບຸລິມະສິດ​ໃຫ້​ຜູ້​ມີ​ຄຸນງາມຄວາມດີ​ເປັນ​ຢ່າງ​ດີ; ສະ​ເໜີ​ແຂວງ ສືບ​ຕໍ່​ປະຕິບັດ​ບັນດາ​ລະບອບ, ນະ​ໂຍບາຍ​ສຳລັບ​ຜູ້​ມີ​ຄຸນງາມຄວາມດີ​ຢ່າງ​ມີ​ປະສິດທິ​ຜົນ, ​ເບິ່ງ​ແຍງ​ດູ​ແລ​ເຖິງ​ຊີວິດ​ການ​ເປັນ​ຢູ່​ຂອງ​ບັນດາ​ຄອບຄົວ​ນະ​ໂຍບາຍ, ທະຫານ​ເສຍ​ອົງຄະ, ທະຫານ​ເຈັບ​ປ່ວຍ​ໃຫ້​ດີ​ກ່ວາ​ເກົ່າ, ສ້າງ​ເງື່ອນ​ໄຂສະດວກ ເພື່ອ​ໃຫ້​ຜູ້​ມີ​ຄຸນງາມຄວາມດີ​ຕໍ່​ການ​ປະຕິວັດ​ມີ​ຊີວິດ​ ອິ່ມ​ໜຳ​ສຳລານ.
(ແຫຼ່ງຄັດຈາກ VOV)

ເລ​ຂາ​ທິ​ການ​ໃຫຍ່ ໂຕ​ເລິມ: ຕອບ​ບຸນ​ແທນ​ຄຸນ ແມ່ນ​ນະ​ໂຍ​ບາຍ​ໃຫຍ່, ເປັນ​ສຽງ​ເວົ້າ​ຈາກ​ຫົວ​ໃຈ

ເລ​ຂາ​ທິ​ການ​ໃຫຍ່ ໂຕ​ເລິມ: “ຕອບ​ບຸນ​ແທນ​ຄຸນ” ແມ່ນ​ນະ​ໂຍ​ບາຍ​ໃຫຍ່, ເປັນ​ສຽງ​ເວົ້າ​ຈາກ​ຫົວ​ໃຈ

ວຽກງານ “ຕອບບຸນແທນຄຸນ”, “ກິນເຂົ້າຄິດຮອດຄຸນນາ, ກິນປາຄິດຮອດຄຸນນ້ຳ” ບໍ່ພຽງແຕ່ແມ່ນນະໂຍບາຍໃຫຍ່ເທົ່ານັ້ນ, ຫາກຍັງແມ່ນສຽງເວົ້າຈາກຫົວໃຈ, ຄວາມຮັບຜິດຊອບດ້ານການເມືອງ, ຫຼັກສິນທຳຂອງທັງລະບົບການເມືອງ ແລະ ທົ່ວສັງຄົມ.

Top