• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຮອງປະທານປະເທດ ຫງວຽນທິຢວານ ເຂົ້າຮ່ວມວັນບຸນບໍລິຈາກເລືອດ


ຮອງ​ປະ​ທານ​ປະ​ເທດ​ຫງວຽນ​ທິຢ​ວານຕີ​ກອງ​ໄຂວັນ​ບຸນ​ບໍ​ລິ​ຈາກ​ເລືອດ
        ດ້ວຍ​ສານ​ທີ່​ວ່າ “ ບໍ​ລິ​ຈາດ​ເລືອດ ເພື່ອກອບ​ກູ້​ເອົາ​ຊີ​ວິດ​ມະ​ນຸດ ”. ວັນ​ບຸນ​ບໍ​ລິ​ຈາກ​ເລືອດ​ຄັ້ງ​ທີ 9 ປີ 2016 ໄດ້​ຖືກ​ໄຂ​ຂຶ້ນ​ ຢ່າງ​ເປັນ​ທາງ​ການ ໃນ​ວັນ​ທີ 28/2 ຢູ່​ຮ່າ​ໂນ້ຍ. ໃນ​ ວັນ​ບຸນ​ບໍ​ລິ​ຈາກ​ເລືອດ​, ທ່ານ​ນາງ​ຮອງ​ປະ​ທານ​ປະ​ເທດ​ຫງວຽນ​ທິຢ​ວານ ແລະ ທ່ານ​ນາງ​ລັດ​ຖະ​ມົນ​ຕີ​ວ່າ​ການ​ກະ​ຊວງ​ສາ​ທາ​ລະ​ນະ​ສຸກ ຫງວຽນ​ທິ​ກິມ​ຕຽນ ໄດ້​ໄປ​ຢ້ຽມ​ຢາມ​ຖາມ​ຂ່າວ ແລະ ລະ​ດົມ​ກຳ​ລັງ​ໃຈ​ແກ່​ການ​ກະ​ທຳ​ອັນ​ສູງ​ສົ່ງ​ຂອງ​ບັນ​ດາ​ຜູ້​ເຂົ້າ​ຮ່ວມ​ບໍ​ລິ​ຈາກ​ເລືອດ​, ພ້ອມ​ທັງ​ຕີ​ລາ​ຄາ​ສູງ​ໝາກ​ຜົນ​ຂອງ ວັນ​ບຸນ​ບໍ​ລິ​ຈາກ​ເລືອດ​ 8 ຄັ້ງ​ກ່ອນນີ້. ນັກ​ສຶກ​ສາ ກວາງ​ຮຸຍ ສັງ​ກັດ​ສະ​ຖາ​ບັນ​ໄປ​ສະ​ນີ ໂທ​ລະ​ຄົ​ມ​ມະ​ນາ​ຄົມ​ຮ່າ​ໂນ​້ຍ, ​ຜູ້​ເຂົ້າ​ຮ່ວມ​ບໍ​ລິ​ຈາກ​ເລືອດ ໃຫ້​ຮູ້​ວ່າ  :
        “ ເຖິງວ່າ​ຂ້ອງ​ຄາ​ກັບ​ວຽກ​ງານ​ການ​ຮ່ຳ​ຮຽນຫຼາຍ​ກໍ​ຕາມ, ແຕ່​ນ້ອງ​ຍັງ​ພະ​ຍາ​ຍາມ​ສະຫຼະ​ເວ​ລາ​ມາ​ບໍ​ລິ​ຈາກ​ເລືອດ. ​ນ້ອງ​ຄິດ​ວ່າ ການ​ບໍ​ລິ​ຈາກ​ເລືອດຈະ​ຊວ່ຍບັນ​ດາ​ຄົນ​ເຈັບ​ທີ່​ພວມ​ຕ້ອງ​ການ​ເລືອດ. ນີ້​ແມ່ນ​ການ​ກະ​ທຳ​ທີ່​ມີ​ຄວາມ​ໝາຍ​ອັນ​ສູງ​ສົ່ງ ”.
 (ແຫຼ່ງຄັດຈາກ VOV)

ເລ​ຂາ​ທິ​ການ​ໃຫຍ່ ໂຕ​ເລິມ: ຕອບ​ບຸນ​ແທນ​ຄຸນ ແມ່ນ​ນະ​ໂຍ​ບາຍ​ໃຫຍ່, ເປັນ​ສຽງ​ເວົ້າ​ຈາກ​ຫົວ​ໃຈ

ເລ​ຂາ​ທິ​ການ​ໃຫຍ່ ໂຕ​ເລິມ: “ຕອບ​ບຸນ​ແທນ​ຄຸນ” ແມ່ນ​ນະ​ໂຍ​ບາຍ​ໃຫຍ່, ເປັນ​ສຽງ​ເວົ້າ​ຈາກ​ຫົວ​ໃຈ

ວຽກງານ “ຕອບບຸນແທນຄຸນ”, “ກິນເຂົ້າຄິດຮອດຄຸນນາ, ກິນປາຄິດຮອດຄຸນນ້ຳ” ບໍ່ພຽງແຕ່ແມ່ນນະໂຍບາຍໃຫຍ່ເທົ່ານັ້ນ, ຫາກຍັງແມ່ນສຽງເວົ້າຈາກຫົວໃຈ, ຄວາມຮັບຜິດຊອບດ້ານການເມືອງ, ຫຼັກສິນທຳຂອງທັງລະບົບການເມືອງ ແລະ ທົ່ວສັງຄົມ.

Top