• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຮອງປະທານປະເທດ ເຂົ້າຮ່ວມພິທີສະເຫຼີມສະຫຼອງ 1976 ປີແຫ່ງວັນສອງພະນາງຈືງລຸກຮື້ຂຶ້ນ

ຮອງ​ປະທານ​ປະ​ເທດ ຫງວຽນທິຢວານຖະຫວາຍທູບທຽນ
ຢູ່ວິຫານສອງພະນາງຈືງ
(ພາບອິນເຕີແນດ)
          ຕອນ​ເຊົ້າ​ວັນ​ທີ 13/2, ພິທີ​ສະ​ເຫຼີ​ມສະຫຼອງ 1976 ປີ​ແຫ່ງ​ວັນ​ສອງ​ພະນາ​ງ ຈືງລຸກ​ຮື້ຂຶ້ນ ​ແລະ ງານ​ບຸນ​ວິຫານ​ສອງ​ພະນາ​ງ ຈືງ ປີ 2016 ດຳ​ເນີນ​ຢູ່​ວິຫານ​ສອງ​ພະນາ​ງ ຈືງ, ​ເມືອງ ​ເມ​ລິງ, ຮ່າ​ໂນ້ຍ. ທ່ານ​ນາງ​ຮອງ​ປະທານ​ປະ​ເທດ ຫງວຽນ​ທິຢວານ ​ໄດ້​ເຂົ້າ​ຮ່ວມ ​ແລະ ຖະຫວາຍ​ທູບ​ທຽນ. ພິທີ​ສະ​ເຫຼີ​ມສະຫຼອງ 1976 ປີ​ແຫ່ງ​ວັນ​ສອງ​ພະນາ​ງຈືງລຸກ​ຮື້ຂຶ້ນ ​ແລະ ງານ​ບຸນ​ວິຫານ​ສອງ​ພະນາ​ງ ຈືງ ຖືກ​ຈັດ​ຂຶ້ນ​ເພື່ອ​ແນ​ໃສ່​ສະ​ແດງ​ຄວາມ​ຮູ້​ບຸນ​ຄູນ​ອັນ​ໃຫຍ່​ຫຼວງ​ຂອງ​ສອງ​ພະນາ​ງ ຈືງ ​ແມ່ນ ຈືງຈັກ ​ແລະ ຈືງຍີ້, ​ເຊິ່ງ​ແມ່ນ​ນັກ​ວິລະ​ຊົນ​ 2 ພະນາ​ງທີ່​ດີ​ເດັ່ນ​ຂອງ​ຊາດ ​ແລະ ບັນດາ​ນາຍ​ພົນ​ທີ່​ມີ​ຄວາມ​ປີ​ຊາ​ສາມາດ, ກໍ່​ຄື​ບັນດາ​ທະຫານ​ທີ່​ອົງອາ​ດກ້າຫານ. ການ​ລຸກ​ຮື້​ຂຶ້ນ​ຂອງ​ສອງ​ພະນາ​ງດຳ​ເນີນ​ແຕ່​ປີ 40-43 ຫຼັງ​ຄິດ​ທະ​ສັກກະ​ລາດ. ພາຍຫຼັງ​ການ​ລຸກ​ຮຶ້ຂຶ້ນ​ໄດ້​ຮັບ​ໄຊຊະນະ, ພະນາ​ງ ຈືງຈັກ​ໄດ້​ຂຶ້ນ​ຄອງ​ລາດ ກາຍ​ເປັນ​ເຈົ້າ​ຊີວິດ, ຕັ້ງ​ເມືອງ​ຫຼວງ​ຢູ່​ເມ​ລິງ. ພາຍຫຼັງ​ສອງ​ພະນາ​ງ​ເຖິງ​ແກ່​ມໍລະນະ​ກຳ, ​ເພື່ອ​ສະ​ແດງ​ຄວາມ​ຮູ້​ບຸນ​ຄູນ​ຂອງ​ນັກ​ວິລະ​ຊົນຂອງ​ຊາດ​ 2 ພະນາ​ງ, ປະຊາຊົນ ​ເມ​ລິງ​ໄດ້ກໍ່​ສ້າງ​ວິຫານ​ບູຊາ​ສອງ​ພະນາ​ງ ຈືງ. ງານ​ບຸນ​ວິຫານ​ສອງ​ພະນາ​ງ ຈືງຈະ​ດຳ​ເນີນ​ເຖິງ​ວັນ​ທີ 17/2 (ວັນ​ທີ 10 ​ເດືອນ​ຈຽງ) ດ້ວຍ​ພິທີການ ​ແລະ ການ​ເຄື່ອນ​ໄຫວ​ອັນ​ອຸດົມສົມ​ບຸນຫຼາຍ​ຢ່າງ.
 (​ແຫຼ່ງຄັດ​ຈາກ VOV)

ຖະ​ແຫຼງຂ່າວໃຫ້​ຕ່າງ​ປະ​ເທດ​ແມ່ນ​ໜຶ່ງ​ໃນ​ບັນ​ດາ​ປັດ​ໄຈ​ຍຸດ​ທະ​ສາດ​ໃນ​ພະ​ລັງ​ງານ​​ແຮງອ່ອນ​ສັງ​ລວມ​ແຫ່ງ​ຊາດ

ຖະ​ແຫຼງຂ່າວໃຫ້​ຕ່າງ​ປະ​ເທດ​ແມ່ນ​ໜຶ່ງ​ໃນ​ບັນ​ດາ​ປັດ​ໄຈ​ຍຸດ​ທະ​ສາດ​ໃນ​ພະ​ລັງ​ງານ​​ແຮງອ່ອນ​ສັງ​ລວມ​ແຫ່ງ​ຊາດ

ພິທີມອບລາງວັນແຫ່ງຊາດກ່ຽວກັບການຖະແຫຼງຂ່າວໃຫ້ຕ່າງປະເທດຄັ້ງທີ XI ປີ 2025 ໄດ້ດຳເນີນໃນຕອນຄ່ຳວັນທີ 12 ທັນວາ, ຢູ່ຮ່າໂນ້ຍ. ເມື່ອກ່າວຄຳເຫັນໃນເຫດການນີ້, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ເນັ້ນໜັກວ່າ ວຽກງານຖະແຫຼງຂ່າວໃຫ້ຕ່າງປະເທດແມ່ນປັດໄຈຍຸດທະສາດໃນກຳລັງແຮງອ່ອນແຫ່ງຊາດ. ທ່ານກໍສະເໜີໃຫ້ສ້າງຖັນແຖວພະນັກງານເຮັດວຽກງານຖະແຫຼງຂ່າວຕ່າງປະເທດ ທີ່ມີຈັນຍາບັນ, ມີພູມປັນຍາຢ່າງຫຼັກແຫຼມ, ມີຫົວຄິດປະດິດສ້າງ, ມີຄວາມຮັບຜິດຊອບ, ມີຄວາມສຸດຈິດສຸດໃຈ, ມີວິໄສທັດ.

Top