• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຮອງປະທານປະເທດ ຫງວຽນທິຢວານ ຢ້ຽມຢາມແລະອວຍພອນບຸນເຕັດບາງທ້ອງຖິ່ນ, ຫົວໜ່ວຍ


ທ່ານ​ນາງ ຫງວຽນ​ທິຢວານອວຍພອນ​ບຸນ​ເຕັດ​
ປະຊາຊົນ​ແຂວງ ຮ່າ​ນາມ ​. (ພາບ: Bao Ha Nam)

​      ເນື່ອງ​ໃນ​ໂອກາດ​ບຸນປີ​ໃໝ່​ປະຈຳ​ຊາດ​ປີວ​ອກ 2016, ວັນ​ທີ 04/02, ທ່ານ​ນາງຮອງ​ປະທານ​ປະ​ເທດ ຫວຽດນາມ ຫງວຽນ​ທິຢວານ ​ໄດ້​ລົງ​ຢ້ຽມຢາມ ​ແລະ ອວຍພອນ​ບຸນ​ເຕັດ​ອົງຄະ​ນະ​ພັກ, ອ​ຳນາດ​ການ​ປົກຄອງ ​ແລະ ປະຊາຊົນ​ແຂວງ ຮ່າ​ນາມ ​ແລະ ບັນດາທ່ານໝໍ, ບັນດາ​ເດັກນ້ອຍ​ເຈັບ​ເປັນ​ຢູ່​ໂຮງໝໍ K (ຮ່າ​ໂນ້ຍ). ​ເມື່ອຢ້ຽມຢາມ ​ແລະ ອວຍພອນ​ບຸນ​ເຕັດ​ຢູ່​ແຂວງ ຮ່າ​ນາມ, ທ່ານ​ນາງ​ຮອງ​ປະທານ​ປະ​ເທດ ຫງວຽນ​ທິຢວານ​ ສະ​ເໜີ​ອົງຄະ​ນະ​ພັກ, ປະຊາຊົນ​ແຂວງ ຮ່າ​ນາ​ມ ສືບ​ຕໍ່​ສາມັກຄີ, ​ແກ້​ໄຂ​ຄວາມ​ຫຍຸ້ງຍາກ, ມານະ​ພະຍາຍາມ​ສຳ​​ເລັດ​ບັນດາ​ຄາດໝາຍ​ເສດຖະກິດ - ສັງຄົມ​ຂອງ​ແຂວງ​ທີ່​ໄດ້​ວາງ​ອອກ​ໃນ​ປີ 2016​ໃຫ້​ດີ​ເດັ່ນ. ທ່ານ​ນາງ​ຮອງ​ປະທານ​ປະ​ເທດ​ກໍ່​ໃສ່​ໃຈ​ວ່າ ແຂວງ ຮ່າ​ນາມ ຕ້ອງ​ເອົາ​ໃຈ​ໃສ່​ຈັດ​ຕັ້ງ​ບັນ​ດາ​ການ​ເຄື່ອນ​ໄຫວວັດທະນະທ​ຳດ້ານ​ຈິດ​ໃຈ​ໃຫ້​ປະຊາຊົນ​ໃນ​ບຸນ​ເຕັດ​​ເປັນ​ຢ່າງດີ, ຮັບປະກັນ​​ໃຫ້ທຸກ​ຄົນ, ທຸກ​ຄອບຄົວ​ລ້ອນ​ແຕ່​​ໄດ້ຕ້ອນຮັບ​ບຸນປີ​ໃໝ່ຢ່າງ​ເບີກ​ບານ​ມ່ວນ​ຊື່ນ, ປອດ​ໄພ, ປອດ​ໃສ ​ແລະ ປະຢັດ.
        ​ເມື່ອ​ຢ້ຽມຢາມ ​ແລະ ອວຍພອນ​ບຸນ​ເຕັດ​ບັນດາ​ພະນັກງານ​ຂະ​ແໜງສາທາລະນະ​ສຸກ​ຢູ່​ໂຮງໝໍ K (ຮ່າ​ໂນ້ຍ), ທ່ານ​ນາງ​ຮອງ​ປະທານ​ປະ​ເທດ​ ຫງວຽນ​ທິຢວານ ສະ​ເໜີບັນດາ​ພະນັກ​ງານ​ການ​ແພດ​ໂຮງໝໍ K ​ເສີມ​ຂະຫຍາຍ​ຈິດ​ໃຈ, ​ແພດ​ໝໍ​ປຽບ​ເໝືອນ​ແມ່​ຜູ້​ໃຈ​ບຸນ, ຮັບ​ໃຊ້​ຄົນ​ເຈັບ​ຢ່າງ​ສຸດ​ຈິດ​ສຸດ​ໃຈ.
 (ແຫຼ່ງຄັດຈາກ VOV)

ງານ​ວາງ​ສະ​ແດງ​ພາບ​ຖ່າຍກ່ຽວ​ກັບ ຫວຽດ​ນາມ ໄດ້​ດຶງ​ດູດ​ເພື່ອນ​ມິດ​ສາ​ກົນປະ​ຈຳ ສ​ປ​ຊ

ງານ​ວາງ​ສະ​ແດງ​ພາບ​ຖ່າຍກ່ຽວ​ກັບ ຫວຽດ​ນາມ ໄດ້​ດຶງ​ດູດ​ເພື່ອນ​ມິດ​ສາ​ກົນປະ​ຈຳ ສ​ປ​ຊ

“ຫວຽດນາມ - ສີສັນ, ວັດທະນະທຳມະນຸດ ແລະ ການເຊື່ອມໂຍງ” ແມ່ນຫົວຂໍ້ຂອງງານວາງສະແດງພາບຖ່າຍໂດຍຫ້ອງການປະຈຳການຄະນະຊີ້ນຳສິດທິມະນຸດຂອງລັດຖະບານໄດ້ສົມທົບກັບຄະນະຜູ້ຕາງໜ້າ ຫວຽດນາມ ຢູ່ ສປຊ ຖືກຈັດຂຶ້ນໃນວັນທີ 30 ມິຖຸນາ, ຢູ່ນະຄອນ ເຊີແນວ, ສະວິດ.

Top