• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຮອງນາຍົກລັດຖະມົນຕີ ຫວູດຶກດາມ ເຂົ້າຮ່ວມກອງປະຊຸມ ຮ່ວມສຳພັນພັດທະນາການທ່ອງທ່ຽວ ລະຫວ່າງນະຄອນ ໂຮ່ຈີມິນ ກັບ 8 ແຂວງ ເຂດທາງທິດຕາເວັນຕົກສຽງເໜືອ

“ຮ່ວມສຳພັນພັດທະນາແບບຍືນຍົງ” ແມ່ນຫົວຂໍ້ຂອງກອງປະຊຸມ ຮ່ວມສຳພັນພັດທະນາການທ່ອງທ່ຽວ ລະຫວ່າງນະຄອນ ໂຮ່ຈີມິນ ກັບ 8 ແຂວງເຂດທາງທິດຕາເວັນຕົກສຽງເໜືອເປີດກວ້າງປີ 2020 ເຊິ່ງຖືກຈັດຂຶ້ນຢູ່ແຂວງ ຝູເຖາະ ໃນຕອນບ່າຍວັນທີ 14 ພະຈິກ.

 ທ່ານຮອງນາຍົກລັດຖະມົນຕີ ຫວູດຶກດາມ ເຂົ້າຮ່ວມກອງປະຊຸມ

 ໂຄງການດັ່ງກ່າວ ໂດຍນະຄອນ ໂຮ່ຈີມິນ ແລະ ແຂວງ ຝູເຖາະ ເປັນປະທານຮ່ວມ ເຊິ່ງໄດ້ສົມກັບແຂວງ ດ້ຽນບຽນ ຮ່າຢາງ ຮວ່າບິ່ງ ລາຍເຈົາ ລ່າວກາຍ ເຊີນລາ ອຽນບ໊າຍ ຈັດຕັ້ງຂຶ້ນ.

    ກອງປະຊຸມມີການເຂົ້າຮ່ວມຂອງທ່ານຮອງນາຍົກລັດຖະມົນຕີ ຫວຽດນາມ ຫວູດຶກດາມ ພ້ອມກັບຜູ້ແທນປະມານ 300 ທ່ານ ເຊິ່ງແມ່ນການນຳບັນດາກະຊວງຂະແໜງການ ບັນດາແຂວງ ນະຄອນ, ຜູ້ຕາງໜ້າສະຫະສະມະຄົມທ່ອງທ່ຽວບັນດາແຂວງ ນະຄອນ, ບັນດາວິສາຫະກິດ… ກ່າວຄຳເຫັນທີ່ກອງປະຊຸມ ທ່ານຮອງນາຍົກລັດຖະມົນຕີ ຫວູດຶກດາມ ໄດ້ຍ້ອງຍໍຊົມເຊີຍຂໍ້ລິເລີ່ມ ຮ່ວມສຳພັນພັດທະນາການທ່ອງທ່ຽວ ພ້ອມທັງສະແດງຄວາມຫວັງວ່າ ບັນດາທ້ອງຖິ່ນເຂດທາງທິດຕາເວັນຕົກສຽງເໜືອ ຈະສ້າງເງື່ອນໄຂ ເພື່ອດຶງດູດວິສາຫະກິດເຂົ້າມາລົງທຶນ ພັດທະນາພື້ນຖານໂຄງລ່າງ ການບໍລິການຮັບໃຊ້ການທ່ອງທ່ຽວ, ມີການຮ່ວມສຳພັນ ບໍ່ພຽງແຕ່ລະຫວ່າງບັນດາແຂວງເທົ່ານັ້ນ ຫາກຍັງເອົາໃຈໃສ່ຮ່ວມສຳພັນລະຫວ່າງບັນດາທ້ອງຖິ່ນໃນແຂວງ, ລະຫວ່າງບັນດາພະແນກຂະແໜງການ ແລະ ບັນດາຂົງເຂດການບໍລິການ ຢູ່ບັນດາທ້ອງຖິ່ນອີກດ້ວຍ.

(ແຫຼ່ງຄັດຈາກ VOV)



ເລ​ຂາ​ທິ​ການ​ໃຫຍ່ ໂຕ​ເລິມ: ຕອບ​ບຸນ​ແທນ​ຄຸນ ແມ່ນ​ນະ​ໂຍ​ບາຍ​ໃຫຍ່, ເປັນ​ສຽງ​ເວົ້າ​ຈາກ​ຫົວ​ໃຈ

ເລ​ຂາ​ທິ​ການ​ໃຫຍ່ ໂຕ​ເລິມ: “ຕອບ​ບຸນ​ແທນ​ຄຸນ” ແມ່ນ​ນະ​ໂຍ​ບາຍ​ໃຫຍ່, ເປັນ​ສຽງ​ເວົ້າ​ຈາກ​ຫົວ​ໃຈ

ວຽກງານ “ຕອບບຸນແທນຄຸນ”, “ກິນເຂົ້າຄິດຮອດຄຸນນາ, ກິນປາຄິດຮອດຄຸນນ້ຳ” ບໍ່ພຽງແຕ່ແມ່ນນະໂຍບາຍໃຫຍ່ເທົ່ານັ້ນ, ຫາກຍັງແມ່ນສຽງເວົ້າຈາກຫົວໃຈ, ຄວາມຮັບຜິດຊອບດ້ານການເມືອງ, ຫຼັກສິນທຳຂອງທັງລະບົບການເມືອງ ແລະ ທົ່ວສັງຄົມ.

Top