• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດ ຫວຽດນາມ ຕ້ອນຮັບເອກອັກຄະລັດຖະທູດ ໄທ ປະຈຳ ຫວຽດນາມ

      ວັນທີ 24 ມິຖຸນາ, ທີ່ສຳນັກງານກະຊວງການຕ່າງປະເທດ ຫວຽດນາມ, ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດ ຟ້າມບີ່ງມິງ ໄດ້ໃຫ້ການຕ້ອນຮັບທ່ານເອກອັກຄະລັດຖະທູດ ໄທ ປະຈຳ ຫວຽດນາມ ທານີ ແສງຣັດ ເຂົ້າຢ້ຽມຂ່ຳນັບຕາມພິທີການທູດ.

ທີ່ການຕ້ອນຮັບ (ພາບ: VGP)
      ທີ່ການຕ້ອນຮັບ, ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດ ຟ້າມບີ່ງມິງ ສະເໜີວ່າ ໃນໄລຍະຈະມາເຖິງ, 2 ຝ່າຍສືບຕໍ່ຜັນຂະຫຍາຍບັນດາກົນໄກຮ່ວມມື, ເປັນຕົ້ນແມ່ນກອງປະຊຸມຄະນະລັດຖະບານຮ່ວມ, ຄະນະກຳມະການປະສົມກ່ຽວກັບການຮ່ວມມື 2 ຝ່າຍ, ປຶກສາຫາລືດ້ານການເມືອງລະຫວ່າງ 2 ກະຊວງການຕ່າງປະເທດ. ທ່ານ ຟ້າມບີ່ງມິງ ກໍ່ຊົມເຊີຍ ແລະ ສະແດງການສະໜັບສະໜູນຕໍ່ບາງໂຄງການ, ເຫດການໂດຍສະຖານທູດ ໄທ ເປັນເຈົ້າພາບຈັດຕັ້ງໃນໄລຍະຈະມາເຖິງ, ເປັນຕົ້ນແມ່ນໂຄງການໝູນໃຊ້ທິດສະດີປັດຊະຍາເສດຖະກິດພໍພຽງຂອງເຈົ້າຊີວິດໄທ ລາຊະການທີ 9 ຢູ່ແຂວງ ທ໊າຍງວຽນ, ໂຄງການກໍ່ສ້າງໂຮງໝໍໃຫ້ແກ່ຄົນທຸກຍາກຢູ່ແຂວງ ເງະອານ, ງານບຸນ ໄທ ຢູ່ ຫວຽດນາມ.
        ສ່ວນທ່ານເອກອັກຄະລັດຖະທູດ ໄທ ທານີ ແສງຣັດ ໃຫ້ຮູ້ວ່າ: ປັດຈຸບັນ ໄທ ແມ່ນນັກລົງທຶນຕ່າງປະເທດໃຫຍ່ອັນດັບທີ 8 ຢູ່ ຫວຽດນາມ ແລະ ການລົງທຶນຂອງ ໄທ ເຂົ້າມາ ຫວຽດນາມ ຈະສືບຕໍ່ເພີ່ມຂຶ້ນໃນໄລຍະຈະມາເຖິງ ດ້ວຍບັນດາໂຄງການຂອງ SCG, Thaibev, Amata.
 (ແຫຼ່ງຄັດຈາກ VOV)

ພັດ​ທະ​ນາ​ອຸດ​ສາ​ຫະ​ກຳ​ປ້ອງ​ກັນ​ຊາດ​ຕາມ​ທິດ​ເປັນ​ເຈົ້າ​ການ, ສ້າງ​ຄວາມ​ເຂັ້ມ​ແຂງ​ດ້ວຍ​ຕົນ​ເອງ ແລະ ທັນ​ສະ​ໄໝ

ພັດ​ທະ​ນາ​ອຸດ​ສາ​ຫະ​ກຳ​ປ້ອງ​ກັນ​ຊາດ​ຕາມ​ທິດ​ເປັນ​ເຈົ້າ​ການ, ສ້າງ​ຄວາມ​ເຂັ້ມ​ແຂງ​ດ້ວຍ​ຕົນ​ເອງ ແລະ ທັນ​ສະ​ໄໝ

ທ່ານເລຂາທິການໃຫຍ່ ໂຕເລິມ ໃຫ້ຮູ້ວ່າເພື່ອປະຕິບັດບັນດາເປົ້າໝາຍສ້າງກອງທັບປະຊາຊົນ ຫວຽດນາມປະຕິວັດ, ເປັນກຳລັງຫຼວງ, ຍອດຢ້ຽມ, ທັນສະໄໝ, ພັກ, ລັດມີຄວາມເອົາໃຈໃສ່ເປັນພິເສດເຖິງການກໍ່ສ້າງ, ພັດທະນາຂະແໜງອຸດສາຫະກຳປ້ອງກັນຊາດ.

Top