• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຮອງນາຍົກລັດຖະມົນຕີ ເວືອງດີ່ງເຫ້ວ: ຫວຽດນາມ ສ້າງເງື່ອນໄຂສະດວກໃຫ້ການເຄື່ອນໄຫວຂອງບັນດາວິສາຫະກິດຕ່າງປະເທດ

      ທ່ານ ຮອງນາຍົກລັດຖະມົນຕີ ເວືອງດີ່ງເຫ້ວ ໃຫ້ຮູ້ວ່າ ຫວຽດນາມ ພວມຍູ້ແຮງການປົວແປງສະພາບແວດລ້ອມແຫ່ງການດຳເນີນທຸລະກິດ, ຍົກສູງກຳລັງແກ່ງແຍ້ງແຫ່ງຊາດ ແລະ ຮຽກຮ້ອງບັນດາວິສາຫະກິດຕ່າງປະເທດມີກຳລັງຄວາມສາມາດໃນການບໍລິການ, ມີຄວາມສາມາດບົ່ມຊ້ອນດ້ານການເງິນຕໍ່ການລົງທຶນ

ທ່ານ Paul Greemwood ແລະ ທ່ານ ເວືອງດິ່ງເຫ້ວ
      ໃນຕອນບ່າຍວັນທີ 20 ທັນວາ, ທີ່ສຳນັກງານລັດຖະບານ ຫວຽດນາມ, ທ່ານ ເວືອງດີ່ງເຫ້ວ ຮອງນາຍົກລັດຖະມົນຕີ ຫວຽດນາມ ໄດ້ຕ້ອນຮັບທ່ານ Paul Greemwood ຮອງປະທານກຸ່ມບໍລິສັດ ExxonMobil. ທ່ານ ຮອງນາຍົກລັດຖະມົນຕີ ເວືອງດີ່ງເຫ້ວ ໃຫ້ຮູ້ວ່າ ຫວຽດນາມ ພວມຍູ້ແຮງການປົວແປງສະພາບແວດລ້ອມແຫ່ງການດຳເນີນທຸລະກິດ, ຍົກສູງກຳລັງແກ່ງແຍ້ງແຫ່ງຊາດ ແລະ ຮຽກຮ້ອງບັນດາວິສາຫະກິດຕ່າງປະເທດມີກຳລັງຄວາມສາມາດໃນການບໍລິການ, ມີຄວາມສາມາດບົ່ມຊ້ອນດ້ານການເງິນຕໍ່ການລົງທຶນ, ດຳເນີນທຸລະກິດຢູ່ ຫວຽດນາມ. ລັດຖະບານ ຫວຽດນາມ ຍາມໃດກໍ່ເອົາໃຈໃສ່, ສ້າງຄວາມສະດວກໃຫ້ການເຄື່ອນໄຫວຂອງບັນດາວິສາຫະກິດຕ່າງປະເທດເພື່ອແນໃສ່ປະກອບສ່ວນເຂົ້າໃນການພັດທະນາຂອງສອງຝ່າຍ. ທ່ານ ຮອງປະທານກຸ່ມບໍລິສັດ ExxonMobil Paul Greemwood ເຊຶ່ອໝັ້ນຕໍ່ບັນດາຄວາມມານະພະຍາຍາມ ແລະ ໝາກຜົນທີ່ບັນລຸໄດ້ຂອງລັດຖະບານ ຫວຽດນາມ ໃນການບໍລິຫານ, ການພັດທະນາດ້ານເສດຖະກິດ ແລະ ເຊື່ອມໂຍງເຂົ້າກັບສາກົນໃນຊຸມປີຜ່ານມາ ແລະ ຢືນຢັນວ່າ ຈະສືບຕໍ່ເອົາໃຈໃສ່ກ່ຽວກັບການຮ່ວມມື, ລົງທຶນກັບບັນດາຄູ່ຮ່ວມມືຢູ່ ຫວຽດນາມ ໃນໄລຍະຈະມາເຖິງ.
 (ແຫຼ່ງຄັດຈາກ VOV)

ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝີນ ເຂົ້າຮ່ວມກອງປະຊຸມ AIPA 46

ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝີນ ເຂົ້າຮ່ວມກອງປະຊຸມ AIPA 46

ອາຊຽນ ໄດ້ ແລະ ພວມບັນລຸໝາກຜົນສຳຄັນ ແລະ ຍືນຍົງໃນການຮັກສາສັນຕິພາບ, ສະຖຽນລະພາບ ແລະ ຊຸກຍູ້ຄວາມວັດທະນາຖາວອນຢູ່ພາກພື້ນ.

Top