• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຮອງນາຍົກລັດຖະມົນຕີ ຈິ້ງດີ່ງຢູ້ງ ເຂົ້າຮ່ວມພິທີເປີດສະຫຼອງໂຮງງານຜະລິດລົດເມໃຫຍ່ສຸດຢູ່ອາຊີຕາເວັນອອກສ່ຽງໃຕ

 ນີ້ແມ່ນໂຮງງານຜະລິດລົດເມໃຫຍ່ສຸດຢູ່ອາຊີຕາເວັນອອກສ່ຽງໃຕ້. ກ່າວຄຳເຫັນທີ່ພິທີ, ທ່ານຮອງນາຍົກລັດຖະມົນຕີ ຈິ້ງດີ່ງຢູ້ງ ອວຍພອນໃຫ້ບໍລິສັດຫຸ່ນສ່ວນລົດໂອໂຕ ເຈື່ອງຫາຍ ຜະລິດບັນດາຜະລິດຕະພັນໃໝ່

ພິທີຕັດແຖບຜ້າເປີດສະຫຼອງບໍລິສັດ
      ຕອນເຊົ້າວັນທີ 8 ທັນວາ, ຢູ່ເຂດຜະລິດ ແລະ ປະກອບລົດໂອໂຕ ຈູລາຍ - ເຈື່ອງຫາຍ, ນອນໃນເຂດເສດຖະກິດເປີດຈູລາຍ, ແຂວງ ກວາງນາມ, ບໍລິສັດຫຸ້ນສ່ວນລົດໂອໂຕ ເຈື່ອງຫາຍ ຈັດຕັ້ງພິທີເປີດສະຫຼອງໂຮງງານຜະລິດລົດເມ Thaco. ນີ້ແມ່ນໂຮງງານຜະລິດລົດເມໃຫຍ່ສຸດຢູ່ອາຊີຕາເວັນອອກສ່ຽງໃຕ້. ກ່າວຄຳເຫັນທີ່ພິທີ, ທ່ານຮອງນາຍົກລັດຖະມົນຕີ ຈິ້ງດີ່ງຢູ້ງ ອວຍພອນໃຫ້ບໍລິສັດຫຸ່ນສ່ວນລົດໂອໂຕ ເຈື່ອງຫາຍ ຜະລິດບັນດາຜະລິດຕະພັນໃໝ່, ຕອບສະໜອງຄວາມຕ້ອງການຂອງຕະຫຼາດພາຍໃນປະເທດ ແລະ ສົ່ງອອກ. ທ່ານຮອງນາຍົກລັດຖະມົນຕີ ຖືວ່າ: Thaco ໄດ້ຜະລິດບັນດາຜະລິດຕະພັນທີ່ມີເຄື່ອງໝາຍການຄ້າ ຫວຽດນາມ, ດ້ວຍອັດຕາການນຳໃຊ້ສິ້ນສ່ວນ, ວັດຖຸອຸປະກອນພາຍໃນນັບມື້ນັບສູງ:
        “ນີ້ແມ່ນສິ່ງທີ່ລັດຖະບານ, ນາຍົກລັດຖະມົນຕີ ແລະ ປະຊາຊົນ ຫວຽດນາມ ປາດຖະໜາທີ່ສຸດ. ໂດຍຕາງໜ້າໃຫ້ລັດຖະບານ ແລະ ນາຍົກລັດຖະມົນຕີ, ຂ້າພະເຈົ້າຂໍຍ້ອງຍໍຊົມເຊີຍບັນດາທຸກຜົນທີ່ Thaco ບັນລຸໄດ້. ໂຮງງານຜະລິດລົດເມ ໄດ້ຮັບການສ້າງຕັ້ງໃນມື້ນີ້ ແມ່ນບາດກ້າວບຸກທະລຸໃນການຟິຊິດໃຈບັນດາລູກຄ້າທີ່ຕ້ອງການຄຸນນະພາບສູງ. ຂ້າພະເຈົ້າກໍ່ອວຍພອນໃຫ້ແຂວງ ກວາງນາມ ສືບຕໍ່ມີບັນດາຜະລິດຕະພັນໃໝ່ເພື່ອປະກອບສ່ວນຊຸກຍູ້ການເຕີບໂຕເສດຖະກິດຂອງທ້ອງຖິ່ນ ແລະ ເສດຖະກິດຂອງປະເທດຊາດ.”
ແຫຼ່ງຄັດຈາກ VOV

ຍູ້ໄວຄວາມຄືບໜ້າການສ້າງຮ້ານວາງສະແດງຢູ່ງານຕະຫຼາດນັດລະດູໃບໄມ້ຫຼົ່ນ 2025

ຍູ້ໄວຄວາມຄືບໜ້າການສ້າງຮ້ານວາງສະແດງຢູ່ງານຕະຫຼາດນັດລະດູໃບໄມ້ຫຼົ່ນ 2025

ບັນດາສຳນັກງານ, ອົງການ, ວິສາຫະກິດດຳເນີນການສ້າງແຕ່ວັນທີ 17 ຕຸລາ 2025 ຖືກຕາມຄວາມຄືບໜ້າ, ຮັບປະກັນໃຫ້ສຳເລັດກ່ອນວັນທີ 22 ຕຸລາ 2025 ເພື່ອ ມອບໃຫ້ວິສາຫະກິດວາງສະແດງສິນຄ້າຮັບໃຊ້ການກວດກາຮອບສຸດທ້າຍໃນວັນທີ 24 ຕຸລາ 2025.

Top