• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດ ຝ້າມບີງມິນຕ້ອນຮັບຮອງລັດຖະມົນຕີການຕ່າງປະເທດ ແອນຊານວາດໍ

      ໂດຍຮັບຄຳເຊີນຈາກກະຊວງການຕ່າງປະເທດຫວຽດນາມ, ທ່ານຮອງລັດຖະມົນຕີການຕ່າງປະເທດ ແອນຊານວາດໍ Carlos Castaneda ໄດ້ມາຢ້ຽມຢາມຫວຽດນາມຢ່າງເປັນທາງການ ແລະ ດຳເນີນການທາບທາມການເມືອງຄັ້ງທຳອິດຂັ້ນຮອງລັດຖະມົນຕີການຕ່າງປະເທດຂອງ 2 ປະເທດແຕ່ວັນທີ 28 ຫາວັນທີ 29 ສິງຫາປີ 2017.

ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດຫວຽດນາມ ຝ້າມບີງມິນ
ແລະ ທ່ານຮອງລັດຖະມົນຕີການຕ່າງປະເທດ ແອນຊານວາດໍ Carlos Castaneda 
      ທີ່ການຕ້ອນຮັບຄະນະໃນຕອນບ່າຍວັນທີ 28 ສິງຫາ, ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດຫວຽດນາມ ຝ້າມບີງມິນ ໄດ້ຕີລາຄາສູງການພົວພັນມິດຕະພາບລະຫວ່າງ 2 ປະເທດ ແລະ ຫວັງວ່າ 2 ປະເທດສືບຕໍ່ສົມທົບກັນຢ່າງແໜ້ນແຟ້ນ ແລະ ສະໜັບສະໜູນຊຶ່ງກັນ ແລະ ກັນໃນບັນດາອົງການສາກົນ ແລະ ເວທີປາໄສຫຼາຍຝ່າຍ, ພ້ອມທັງພັດທະນາການຮ່ວມມືທີ່ນັບມື້ນັບກ້ວາງເລິກກ່ຽວກັບເສດຖະກິດ-ການຄ້າ-ການລົງທຶນ.
      ກ່ອນໜ້ານັ້ນ, ວາລະທາບທາມການເມືອງຄັ້ງທຳອິດຂັ້ນຮອງລັດຖະມົນຕີການຕ່າງປະເທດຂອງ 2 ປະເທດໄດ້ຈັດຂຶ້ນຢູ່ຮ່າໂນ້ຍໃນຕອນເຊົ້າວັນທີ 28 ສິງຫາໂດຍທ່ານຮອງລັດຖະມົນຕີການຕ່າງປະເທດຫວຽດນາມ ຮ່າກິມຫງອກ ແລະ ທ່ານຮອງລັດຖະມົນຕີການຕ່າງປະເທດຫວຽດນາມ ແອນຊານວາດໍ Carlos Castaneda ເປັນປະທານຮ່ວມ.  2 ຝ່າຍເຫັນດີຍົກສູງປະສິດທິຜົນກົນໄກ ທາບທາມການເມືອງລະຫວ່າງ 2 ກະຊວງການຕ່າງປະເທດຂອງ 2 ປະເທດ, ໜູນຊ່ວຍວິສາຫະກິດໄດ້ຊຶມແຊມເຂົ້າຕະຫຼາດຂອງກັນ ແລະ ສ້າງການພົວພັນໂດຍກົງ… 
(ແຫຼ່ງຄັດຈາກ VOV)

ຖະ​ແຫຼງຂ່າວໃຫ້​ຕ່າງ​ປະ​ເທດ​ແມ່ນ​ໜຶ່ງ​ໃນ​ບັນ​ດາ​ປັດ​ໄຈ​ຍຸດ​ທະ​ສາດ​ໃນ​ພະ​ລັງ​ງານ​​ແຮງອ່ອນ​ສັງ​ລວມ​ແຫ່ງ​ຊາດ

ຖະ​ແຫຼງຂ່າວໃຫ້​ຕ່າງ​ປະ​ເທດ​ແມ່ນ​ໜຶ່ງ​ໃນ​ບັນ​ດາ​ປັດ​ໄຈ​ຍຸດ​ທະ​ສາດ​ໃນ​ພະ​ລັງ​ງານ​​ແຮງອ່ອນ​ສັງ​ລວມ​ແຫ່ງ​ຊາດ

ພິທີມອບລາງວັນແຫ່ງຊາດກ່ຽວກັບການຖະແຫຼງຂ່າວໃຫ້ຕ່າງປະເທດຄັ້ງທີ XI ປີ 2025 ໄດ້ດຳເນີນໃນຕອນຄ່ຳວັນທີ 12 ທັນວາ, ຢູ່ຮ່າໂນ້ຍ. ເມື່ອກ່າວຄຳເຫັນໃນເຫດການນີ້, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ເນັ້ນໜັກວ່າ ວຽກງານຖະແຫຼງຂ່າວໃຫ້ຕ່າງປະເທດແມ່ນປັດໄຈຍຸດທະສາດໃນກຳລັງແຮງອ່ອນແຫ່ງຊາດ. ທ່ານກໍສະເໜີໃຫ້ສ້າງຖັນແຖວພະນັກງານເຮັດວຽກງານຖະແຫຼງຂ່າວຕ່າງປະເທດ ທີ່ມີຈັນຍາບັນ, ມີພູມປັນຍາຢ່າງຫຼັກແຫຼມ, ມີຫົວຄິດປະດິດສ້າງ, ມີຄວາມຮັບຜິດຊອບ, ມີຄວາມສຸດຈິດສຸດໃຈ, ມີວິໄສທັດ.

Top