• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຮອງນາຍົກລັດຖະມົນຕີ ເຈືອງຮ່ວາບີ່ງ ເຂົ້າຮ່ວການພົບປະສ້າງສັນບັນດານັກຮົບປະຕິວັດຖືກສັດຕູກັກຂັງ


ຮອງນາຍົກລັດຖະມົນຕີເຈືອງຮ່ວາບີ່ງເຂົ້າຮ່ວການພົບປະສ້າງສັນບັນດານັກຮົບປະຕິວັດຖືກສັດຕູກັກຂັງ
 
 
      ວັນ​ທີ 31/1 (ກົງ​ກັບ​ວັນ​ທີ 4 ເດືອນ​ຈຽງ), ຢູ່​ຫໍ​ພິ​ພິ​ທະ​ພັນຮ່ອງ​ຮອຍ​ສົງ​ຄາມ (​ນະ​ຄອນ ໂຮ່​ຈີ​ມີນ), ຄະ​ນະ​ຕິດ​ຕໍ່​ພົວ​ພັນ​ທົ່ວ​ປະ​ເທດ ນັກ​ຮົບ​ປະ​ຕິ​ວັດ ຫວຽດ​ນາມ ທີ່​ຖືກ​ສັດ​ຕູ​ກັກ​ຂັງ ໄດ້​ຈັດ​ຕັ້ງ​ການ​ພົບ​ປະ​ສ້າງ​ສັນ​ເພື່ອ​ສະ​ເຫຼ​ີມ​ສະຫຼອງ 87 ປີລະ​ດູ​ບານ​ໃໝ່ - ພັກ​ກອມ​ມູ​ນິດ​ ຫວຽດ​ນາມ ທີ່ສະ​ຫງ່າ​ລາ​ສີ, ຕ້ອນ​ຮັບ​ບຸນ​ເຕັດ​ປີ ລະ​ກາ 2017. ນະ​ທີ່ນີ້, ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ເຈືອງ​ຮ່​ວາ​ບີ່ງ ປາດ​ຖະ​ໜາ​ວ່າ, ບັນ​ດາ​ນັກ​ຮົບ​ທີ່​ເຄີຍ​ຖືກ​ສັດ​ຕູ​ກັກ​ຂັງ​ສືບ​ຕໍ່​ຕັ້ງ​ໜ້າ​ປະ​ກອບ​ກຳ​ລັງ​ເຫື່ອ​ແຮງ, ພ​ຸມ​ປັນ​ຍາ ໃຫ້​ແກ່​ປະ​ເທດ​ຊາດ, ພ້ອມ​ກັນ​ຮ່ວມ​ແຮງ​ຮ່ວມ​ໃຈ​ສ້າງ​ສາ​ປະ​ເທດ​ຊາດ​ໃຫ້​ນັບ​ມື້​ນັບ​ພັດ​ທະ​ນາ, ພ້ອມ​ທັງ​ສືບ​ຕໍ່​ປະ​ກອບ​ສ່ວນ​ໃຫ້​ວຽກ​ງານ​ສຶກ​ສາ​ມູນ​ເຊື້ອໃຫ້​ແກ່​ລຸ້ນ​ໜຸ່ມ. ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ເຈືອງ​ຮ່​ວາ​ບີ່ງ, ໃຫ້​ຮູ້​ວ່າ ລັດ​ຖະ​ບານ​ພ້ອມ​ກັບ​ອຳ​ນາດ​ການ​ປົກ​ຄອງ​ທຸກ​ຂັ້ນ ສືບ​ຕໍ່​ເອົາ​ໃຈ​ໃສ່​ປະ​ຕິ​ບັດ​ນະ​ໂຍ​ບາຍ​ເບິ່ງ​ແຍງ​ດູ​ແລ​ໃຫ້​ອະ​ດິດ​ນັກ​ໂທດ​ປະ​ຕິ​ວັດ, ສຸມ​ໃສ່​ເຂົ້າ​ໃນ​ການ​ປູ​ລະ​ນະ​ບັນ​ດາ​ບູ​ຊາ​ນ​ີ​ຍະ​ສະ​ຖານ​ປະ​ຫ​ວັດ​ສາດ​ກ່​ວາ​ອີກ.
(ແຫຼ່ງຄັດຈາກ VOV)
 

ຫວຽດ​ນາມ ຍູ້​ແຮງ​ການ​ພົວ​ພັນ​ຕ່າງ​ປະ​ເທດ​ສອງ​ຝ່າຍ​ຢູ່ AMM-58

ຫວຽດ​ນາມ ຍູ້​ແຮງ​ການ​ພົວ​ພັນ​ຕ່າງ​ປະ​ເທດ​ສອງ​ຝ່າຍ​ຢູ່ AMM-58

ເນື່ອງໃນໂອກາດເຂົ້າຮ່ວມກອງປະຊຸມລັດຖະມົນຕີການຕ່າງປະເທດ ອາຊຽນ ຄັ້ງທີ 58 ຢູ່ Kuala Lumpur (ມາເລເຊຍ), ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດ ຫວຽດນາມ ບຸຍແທັງເຊີນ ໄດ້ພົບປະກັບທ່ານລັດຖະມົນຕີການຕ່າງປະເທດ ບັນດາປະເທດ ຍີ່ປຸ່ນ, ຈີນ, ສະວິດ.

Top