• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຮອງນາຍົກລັດຖະມົນຕີຟ້າມບີ່ງມິງ:ຫວຽດນາມຖືເປັນສຳຄັນການຮ່ວມມືແມ່ນຳ້ຂອງ-ລ້າງຊ້າງ


ກອງປະຊຸມຂັ້ນສູງຮ່ວມມືແມ່ນຳ້ຂອງ - ລ້ານຊ້າງ
(ພາບ: VGP/Hi Minh)
 
​      ໃນ​ບົດກ່າວ​ປາ​ໄສ​ທີ່​ວາລະ​​ໄຂ​ກອງ​ປະຊຸມ​ຂັ້ນ​ສູງ​ຮ່ວມ​ມື​ແມ່​ນຳ້ຂອງ - ລ້າງ​ຊ້າງ ​ໃນ​ຕອນ​​ເຊົ້າວັນ​ທີ 23/3, ຢູ່​ນະຄອນ ຊານ​ຢາ, ​ແຂວງ ​ໄຮ​ໜານ, ປະ​ເທດ ຈີນ, ທ່ານ​ຮອງ​ນາຍົກລັດຖະມົນຕີ ຟ້າ​ມບີ່​ງມີງ ຢັ້ງຢືນ​ວ່າ: ຫວຽດນາມ ຊົມ​ເຊີຍ ​ແລະ ຕີ​ລາຄາ​ສູງ​ຂໍ້​ລິ​ເລີ່​ມຂອງ​ຈີນ ຈັດ​ຕັ້ງ​ກອງ​ປະຊຸມ​ຂັ້ນ​ສູງ​ຮ່ວມ​ມື​ແມ່​ນຳ້​ຂອງ - ລ້າງ​ຊ້າງ ​ໃນ​ສະພາບ​ການ​ປະຈຸ​ບັນ, ​ ​ອະນຸ​ພາກ​ພື້ນ​ແມ່​ນຳ້ຂອງ​ພວມຍືນ​ຕໍ່ໜ້າ​ສິ່ງ​ທ້າ​ທາຍ​ຫຼາຍ​ຢ່າງ​ທັງ​ດ້ານ​ຄວາມໝັ້ນຄົງ ​ແລະ ການພັດທະນາ, ພ​ິ​ເສດ​ແມ່ນ​ບັນດາ​ການ​ທ້າ​ທາຍ​ກ່ຽວ​ກັບ​ການ​ຊຸດ​​ໂຊມ​ສິ່ງ​​ແວ​ດລ້ອມ, ​ແຫຼ່ງນຳ້, ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາກາດ. ທ່ານ​ຮອງ​ນາຍົກລັດຖະມົນຕີ ຫວຽດນາມ ​ເນັ້ນ​ໜັກ​ວ່າ: ​ໃນ​ວິວັດທະນາ​ການ​ພັດທະນາ ​ແລະ ​ເຊື່ອມ​ໂຍງ​ເຂົ້າ​ກັບ​ສາກົນ​ນັ້ນ, ຫວຽດນາມ ຍາມ​ໃດ​ກໍ່​ຖື​ເປັນ​ສຳຄັນ​ການເພີ່ມ​ທະວີ​ການຮ່ວມ​ມືກັບ​ບັນ​ດາ​ປະ​ເທດ​ໃນ​​ອະນຸ​ພາກ​ພື້ນ​ແມ່​ນຳ້ຂອງ. ຫວຽດນາມ ສະໜັບສະໜູນ​​ເພີ່ມ​ທະວີ​ການ​ຮ່ວມ​ມື​ທາງ​ດ້ານກຳລັງ​ຄວາມ​ສາມາດ​ຜະລິດ​ລະຫວ່າງ​ບັນດາ​ປະ​ເທດ​ແມ່​ນຳ້ຂອງ - ລ້າງ​ຊ້າງ ​ເພື່ອ​ແນ​ໃສ່​​ເສີມ​ຂະຫຍາຍ​ທ່າ​ແຮງ ຢ່າງ​ມີ​ປະສິດທິ​ຜົນ​ ​ແລະ ຍົກ​ສູງ​ກຳລັງ​ຄວາມ​ສາມາດ​ແກ່ງ​ແຍ້ງຂອງ​ບັນດາ​ປະ​ເທດ​ສະມາ​ຊິກ, ຊຸກຍູ້​ບັນດາ​ລະບົບການ​ຜະລິດ​ເຊື່ອມ​ຕໍ່​ບັນດາ​ພື້ນຖານ​ເສດຖະກິດ​ໃນ​​ອະນຸ​ພາກ​ພື້ນ​ແມ່​ນຳ້ຂອງ​ນຳ​ກັນ ​ແລະ ກັບ​ບັນດາ​ຄູ່​ຮ່ວມ​ມື​ອື່ນ. ຫວຽດນາມ ສະໜັບສະໜຸນ​ການ​ຮ່ວມ​ມື​ແຫຼ່ງນຳ້​ແມ່ນ​ຈຸດ​ສຸມ​ອັນ​ດັບ​ໜຶ່ງ​ໃນ 5 ຂົງ​ເຂດ​ບຸລິ​ມະ​ສິດ​ຂອງ​ກາ​ນຮ່ວມ​ມື ​ແມ່​ນຳ້ຂອງ - ລ້າງ​ຊ້າງ. ຫວຽດນາມ ​ເຫັນ​ດີ​ເປັນ​ເອກະສັນ​ສົບ​ທົບ​ກັບ ຈີນ ສ້າງ​​ໂຄງການ​ລວມກ່ຽວ​ກັບ​ການ​ສ້າງ​ຕັ້ງ​ສູນ​ຮ່ວມ​ມື​ແຫຼ່ງນຳ້ ​ແມ່​ນຳ້ຂອງ - ລ້າງ​ຊ້າງ ​ເພື່ອ​ແນ​ໃສ່​ເພີ່ມ​ທະວີ​ການ​​ແບ່ງປັນ​ຂໍ້​ມູນ​ຂ່າວສານ, ຍົກ​ສູງ​ກຳລັງ​ຄວາມ​ສາມາດ​ໃນ​ການ​ຄຸ້ມ​ຄອງ​ແຫຼ່ງນຳ້​ຢູ່​ແມ່​ນຳ​້ຂອງໃຫ້​ໝັ້ນຄົງ. ຕາມ​ທ່ານ​ຮອງ​ນາຍົກລັດຖະມົນຕີ ຟ້າ​ມບີ່​ງມິ​ງ ​ແລ້ວ, ການ​ຮ່ວມ​ມື​​ແມ່​ນຳ້ຂອງ - ລ້າງ​ຊ້າງ ​ແມ່ນ​ກົນ​ໄກ​ຮ່ວມ​ມື​ເປີດ, ບໍ່​ພຽງ​ແຕ່​ເພີ່ມ​ເຕີມ​ໃຫ້​ແກ່​ບັນດາ​ຂອບ​ເຂດ​ການ​ຮ່ວມ​ມື​ທີ່​ພວມ​ມີ​ຢູ່​ແລ້ວ​ໃນ​ອະນຸ​ພາກ​ພື້ນ​ແມ່​ນຳ​ຂອງ​ເທົ່າ​ນັ້ນ, ຫາກ​ຍັງຈະ​ສ້າງ “ມູນ​ຄ່າ​ເພີ່ມ” ​ໃຫ້​ແກ່​ການ​ຮ່ວມ​ມື​ລະຫວ່າງ​ບັນດາ​ປະ​ເທດ ​ແມ່​ນຳ້ຂອງ - ລ້າງ​ຊ້າງ​ ອີກ​ດ້ວຍ. ​ເພື່ອ​ສ້າງ​ການ​ກະທົບ ​ແລະ ຜົນ​ສະທ້ອນ​​​ແຜ່​ຂະຫຍາຍ, ການ​ຮ່ວມ​ມື​ແມ່​ນຳ້ຂອງ - ລ້າງ​ຊ້າງ ຄວນ​ສົ​ມ​ທົບ​ຢ່າງ​ກົມ​ກ່ຽວ ​ກັບ​ບັນດາ​ກົນ​ໄກ, ຂອບ​ເຂດ​ຮ່ວມ​ມື​ອື່ນໆ, ພິ​ເສດ​ແມ່ນ​​ໂຄງການ​ຮ່ວມມື​​ອະນຸ​ພາກ​ພື້​ແມ່​ນຳ​ຂອງ ​ເປີດ​ກ້ວາງ (​GMS) ​ແລະ ຄະນະ​ກຳມາ​ທິການ​ນແມ່​ນຳ້ຂອງ (MRC).
 (ແຫຼ່ງຄັດຈາກ VOV)

ເລ​ຂາ​ທິ​ການ​ໃຫຍ່ ໂຕ​ເລິມ: ຕອບ​ບຸນ​ແທນ​ຄຸນ ແມ່ນ​ນະ​ໂຍ​ບາຍ​ໃຫຍ່, ເປັນ​ສຽງ​ເວົ້າ​ຈາກ​ຫົວ​ໃຈ

ເລ​ຂາ​ທິ​ການ​ໃຫຍ່ ໂຕ​ເລິມ: “ຕອບ​ບຸນ​ແທນ​ຄຸນ” ແມ່ນ​ນະ​ໂຍ​ບາຍ​ໃຫຍ່, ເປັນ​ສຽງ​ເວົ້າ​ຈາກ​ຫົວ​ໃຈ

ວຽກງານ “ຕອບບຸນແທນຄຸນ”, “ກິນເຂົ້າຄິດຮອດຄຸນນາ, ກິນປາຄິດຮອດຄຸນນ້ຳ” ບໍ່ພຽງແຕ່ແມ່ນນະໂຍບາຍໃຫຍ່ເທົ່ານັ້ນ, ຫາກຍັງແມ່ນສຽງເວົ້າຈາກຫົວໃຈ, ຄວາມຮັບຜິດຊອບດ້ານການເມືອງ, ຫຼັກສິນທຳຂອງທັງລະບົບການເມືອງ ແລະ ທົ່ວສັງຄົມ.

Top