• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ອີຢູ ແລະ ອາເມລິກາ ຍັງບໍ່ທັນມີການຈຳກັດກ່ຽວກັບເລື່ອງຢຸດຕິການນຳເຂົ້າເຄື່ອງຕ່ຳແຜ່ນຕັດຫຍິບຂອງ ຫວຽດນາມ

      ຕອນບ່າຍວັນທີ 20 ມີນາ, ຄະນະຊີ້ນຳການປ້ອງກັນ, ສະກັດກັ້ນໂລກລະບາດ Covid-19 ຂອງກະຊວງອຸດສາຫະກຳ ແລະ ການຄ້າ ຫວຽດນາມ ໄດ້ຈັດການປະຊຸມກ່ຽວກັບສະພາບການຜະລິດ, ສະໜອງບັນດາຜະລິດຕະພັນສິນຄ້າຈຳເປັນຢູ່ຕະຫລາດພາຍໃນປະເທດ, ຄວາມສາມາດທີ່ເກີດຜົນສະທ້ອນກ່ຽວກັບການສົ່ງອອກຂອງ ຫວຽດນາມ ໄປຍັງບາງຕະຫລາດຄື ອາເມລິກາ ແລະ ອີຢູ ພາຍຫລັງບັນດາປະເທດເຫຼົ່ານີ້ ຖະແຫຼງປິດດ່ານຊາຍແດນ. 

ພາບປະກອບ
      ເມື່ອແບ່ງປັນທີ່ການປະຊຸມ, ທ່ານ ຕະຮ່ວາງລິງ - ຫົວໜ້າກົມທະວີບ ເອີຣົບ, ທະວີບອາເມລິກາ (ກະຊວງອຸດສາຫະກຳ ແລະ ການຄ້າ) ໃຫ້ຮູ້ວ່າ: ພາຍຫລັງມີຂ່າວຄາວກ່ຽວກັບບາງຄູ່ຮ່ວມມືຂອງ ເອີຣົບ ແລະ ອາເມລິກາ ປະກາດຢຸດຕິການນຳເຂົ້າສິນຄ້າເຄື່ອງຕ່ຳແຜ່ນຕັດຫຍິບ, ທາງກົມໄດ້ເຮັດວຽກກັບຄະນະປະຕິບັດງານສະຫະພາບ ເອີຣົບ (ອີຢູ) ປະຈຳ ຫວຽດນາມ ແລະ ສະຖານທູດ ອາເມລິກາ. ເພື່ອເຮັດແຈ້ງເລື່ອງ ລັດຖະບານ ອາເມລິກາ ພວມນຳໃຊ້ ນະໂຍບາຍຢຸດຕິການນຳເຂົ້າຊົ່ວຄາວບັນດາຜະລິດຕະພັນເຄື່ອງຕ່ຳແຜ່ນຕັດຫຍິບຂອງ ຫວຽດນາມ ເຂົ້າຕະຫລາດ ອາເມລິກາ, ທ່ານເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ອາເມລິກາ ຮ່າກິມງອັກ ຢັ້ງຢືນວ່າ:
        “ຂ້າພະເຈົ້າຢັ້ງຢືນວ່າ ຂໍ້ມູນດັ່ງກ່າວແມ່ນບໍ່ຖືກຕ້ອງສະຖານທູດ ຫວຽດນາມ ປະຈຳ ອາເມລິກາ ໄດ້ຕິດຕໍ່ແລກປ່ຽນກັບບັນດາອົງການສຳນັກງານທີ່ກ່ຽວຂ້ອງຂອງ ອາເມລິກາ ແລະ ໄດ້ຮັບຮູ້ຢ່າງເປັນທາງການວ່າລັດຖະບານ ອາເມລິກາ ບໍ່ມີແຜນນະໂຍບາຍຢຸດຕິຊົ່ວຄາວການນຳເຂົ້າບັນດາຜະລິດຕະພັນເຄື່ອງຕ່ຳແຜ່ນຕັດຫຍິບຂອງ ຫວຽດນາມ.
 (ແຫຼ່ງຄັດຈາກ VOV)
 


ໄຂກອງປະຊຸມສະໄໝສາມັນເທື່ອທີ 10 ສະພາແຫ່ງຊາດ ຫວຽດນາມ ຊຸດທີ 15

ໄຂກອງປະຊຸມສະໄໝສາມັນເທື່ອທີ 10 ສະພາແຫ່ງຊາດ ຫວຽດນາມ ຊຸດທີ 15

ຕອນເຊົ້າວັນທີ 20 ຕຸລາ, ຢູ່ຫໍປະຊຸມ ຢຽນຮົ່ງ, ຮ່າໂນ້ຍ, ສະພາແຫ່ງຊາດ ຫວຽດນາມ ໄດ້ໄຂກອງປະຊຸມສະໄໝສາມັນເທື່ອທີ 10, ເຊິ່ງແມ່ນກອງປະຊຸມຄັ້ງສຸດທ້າຍຂອງສະພາແຫ່ງຊາດ ຫວຽດນາມ ຊຸດທີ 15. ກອງປະຊຸມວຽກງານຫຼາຍທີ່ສຸດຂອງ ອາຍຸການ, ຄາດວ່າ ດຳເນີນເປັນເວລາປະມານ 40 ວັນ. ເຂົ້າຮ່ວມວາລະໄຂກອງປະຊຸມ, ມີທ່ານເລຂາທິການໃຫຍ່ພັກກອມມູນິດ ຫວຽດນາມ ໂຕເລິມ, ທ່ານປະທານປະເທດ ເລືອງເກື່ອງ, ທ່ານນາຍົກລັດຖະມົນຕີ ຟ້າມມິນຈິງ ແລະ ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝີ້ນ.

Top