• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ອິນໂດເນເຊຍ ຕັ້ງໜ້າໃນບົດບາດເປັນເຈົ້າພາບຈັດຕັ້ງບັນດາກອງປະຊຸມສຸດຍອດ ອາຊຽນ ແລະ G20

      ເຖິງວ່າ ຍັງອີກ 3 ປີ ຈຶ່ງດຳເນີນໄປ, ແຕ່ວ່າ ອິນໂດເນເຊຍ ເຊິ່ງເປັນປະເທດເຈົ້າພາບຈັດຕັ້ງກອງປະຊຸມສຸດຍອດກຸ່ມບັນດາພື້ນຖານເສດຖະກິດພັດທະນາ ແລະ ຫາກໍ່ພົ້ນເດັ່ນແຖວໜ້າ ໂລກ (G20) ແລະ ກອງປະຊຸມສຸດຍອດອາຊຽນ ປີ 2023,  ກໍ່ໄດ້ຍູ້ແຮງວຽກງານກະກຽມ. 

ທ່ານ Joko Widodo ປະທານາທິບໍດີ ອິນໂດເນເຊຍ ແລະ ການເຈົ້າໜ້າທີ່ ລົງກວດກາສະພາບຕົວຈິງ ເຂດ
ຕັ້ງນະຄອນຫຼວງໃໝ່ (ພາບ: AFP/TTXVN)
      ໃນບົດກ່າວປາໄສໃນວັນທີ 20 ມັງກອນ, ທ່ານ Joko Widodo ປະທານາທິບໍດີ ອິນໂດເນເຊຍ ໃຫ້ຮູ້ວ່າ ຄະນະຈັດຕັ້ງບັນດາເຫດການດັ່ງກ່າວ ໄດ້ ເລືອກເອົາ ເທດສະບານ Labuan Bajo ແມ່ນສະຖານທີ່ຈັດຕັ້ງ. ທ່ານ ປະທານາທິບໍດີ ອິນໂດເນເຊຍ Widodo ເນັ້ນໜັກເຖິງ ປະລິມານວຽກງານເຊິ່ງ ອິນໂດເນເຊຍ ຈະປະຕິບັດໃຫ້ສຳເລັດໃນທ້າຍປີນີ້ ແມ່ນໃຫຍ່ຫຼວງທີ່ສຸດ, ແຕ່ວ່າ ປະເທດນີ້ໄດ້ກະກຽມບັນດາລາຍການທັງໝົດແລ້ວ ນັບແຕ່ ພື້ນຖານໂຄງລ່າງ, ທິວທັດທຳມະຊາດ, ນ້ຳສະອາດຕະຫຼອດຮອດການຄວບຄຸມ ຂີ້ເຫຍື້ອ.
 (ແຫຼ່ງຄັດຈາກ VOV)

ການ​ສົ່ງ​ອອກ​ເຄື່ອງເອ​ເລັກ​ໂຕ​ນິກ​ມຸ່ງ​ໄປ​ເຖິງ​ເປົ້າ​ໝາຍບັນ​ລຸ​ 145 ຕື້ USD

ການ​ສົ່ງ​ອອກ​ເຄື່ອງເອ​ເລັກ​ໂຕ​ນິກ​ມຸ່ງ​ໄປ​ເຖິງ​ເປົ້າ​ໝາຍບັນ​ລຸ​ 145 ຕື້ USD

ໃນສະພາບການພູມສາດການເມືອງ ແລະ ເຕັກໂນໂລຢີທົ່ວໂລກ ມີການປ່ຽນແປງຢ່າງລຽນຕິດນັ້ນ, ຫວຽດນາມ ພວມຫັນປ່ຽນຈາກ “ໂຮງງານຜະລິດ” ກາຍເປັນສູນນະວັດຕະກໍາເຕັກໂນໂລຢີສູງຂອງພາກພື້ນ” ເທື່ອລະກ້າວ. ດ້ວຍວົງເງິນສົ່ງອອກເຄື່ອງເອເລັກໂຕນິກບັນລຸກວ່າ 125 ຕື້ USD ໃນປີ 2024 ແລະ ທ່າອຽງພວມເຕີບໂຕຢ່າງວ່ອງໄວ, ພ້ອມກັບການປະກົດຕົວຂອງສູນຄົ້ນຄວ້າ ແລະ ພັດທະນາ (R&D) ຕ່າງປະເທດທີ່ນັບມື້ນັບຫຼາຍ, ຫວຽດນາມ ພວມມຸ່ງໄປເຖິງເປົ້າໝາຍ ສົ່ງອອກເຄື່ອງເອເລັກໂຕນິກໃຫ້ບັນລຸ 145 ຕື້ USD.

Top