• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ອິນໂດເນເຊຍ: ມີຜູ້ເສຍຊີວິດຍ້ອນນ້ຳແກ່ງກວ່າ 40 ຄົນ

      ໄລ່ຮອດຕອນເຊົ້າວັນທີ 17 ມີນາ, ບັນດາຕົວເລກສະຖິຕິໃນເບື້ອງຕົ້ນໃຫ້ຮູ້ວ່າ, ມີຜູ້ ເສຍຊີວິດ ຢ່າງໜ້ອຍສຸດມີ 42 ຄົນ ແລະ ນັບສີບຄົນຖືກຮັບບາດເຈັບ ພາຍຫຼັງເກີດສະພາບນ້ຳແກ່ງຢູ່ແຂວງ Papua, ທາງທິດຕາເວັນອອກອິນໂດເນເຊຍ.

(ພາບປະກອບ: AFP/TTXVN)
      ຕາມວົງການເຈົ້າໜ້າທີ່ແຂວງແລ້ວ, ສາຍເຫດພາໄປເຖິງເກີດສະພາບນ້ຳແກ່ງຢູ່ Sentani, ໃກ້ກັບເມືອງເອກ Jayapura ຂອງແຂວງ Pupua, ແມ່ນຍ້ອນຝົນຕົກໜັກເກີດຂຶ້ນໃນວັນທີ 16 ມີນາ. ໂຄສົກອົງການໄພພິບັດແຫ່ງຊາດ Sutopo Purwo Nugroho ໃຫ້ຮູ້ວ່າ, ນອກຈາກຈຳນວນຜູ້ເສຍຊີວິດນັ້ນ, ຢ່າງໜ້ອຍສຸດມີ 21 ຄົນຖືກຮັບບາດເຈັບ ແລະ ເຮືອນຊານນັບສີບຫຼັງຖືກເປເພ. ຈຳນວນຜູ້ເສຍຊີວິດ ແລະ ຮັບບາດເຈັບອາດຈະເພີ່ມຂຶ້ນ ເມື່ອກຳລັງກູ້ໄພກູ້ຊີບພວມໄປເຖິງບັນດາເຂດຖືກຜົນສະທ້ອນ.
 (ແຫຼ່ງຄັດຈາກ VOV)

ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ໂຮ່​ກວັກ​ຢຸງ ​ຕ້ອນ​ຮັບ​ການ​ນຳ​ອົງ​ການ​ພະ​ລັງ​ງານ​ປະ​ລະ​ມາ​ນູ​ສາ​ກົນ

ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ໂຮ່​ກວັກ​ຢຸງ ​ຕ້ອນ​ຮັບ​ການ​ນຳ​ອົງ​ການ​ພະ​ລັງ​ງານ​ປະ​ລະ​ມາ​ນູ​ສາ​ກົນ

ແຜນ​ນະ​ໂຍ​ບາຍ​ສະ​ເໝີ​ຕົ້ນ​ສະ​ເໝີ​ປາຍ​ຂອງ ພັກ, ລັດ ແລະ ລັດ​ຖະ​ບານ ຫວຽດ​ນາມ​ແມ່ນ​ພັດ​ທະ​ນາ​ພະ​ລັງ​ງານ​ປະ​ລະ​ມາ​ນູ​ເພື່ອ​ເປົ້າ​ໝາຍ​ສັນ​ຕິ​ພາບ, ຮັບ​ປະ​ກັນ​ຄວາມ​ປອດ​ໄພ, ຄ​ວາມ​ໝັ້ນ​ຄົງ, ບໍ່​ເຜີຍ​ແຜ່​ອາ​ວຸດ​ນິວ​ເຄຼຍ ແລະ ປະ​ຕິ​ບັດ​ຖືກ​ຕ້ອງ​ຕາມ​ບັນ​ດາ​ສົນ​ທິ​ສັນ​ຍາ​ສາ​ກົນຢ່າງ​ຄົບ​ຖ້ວນ.

Top