• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ອຳນາດການປົກຄອງຮົ່ງກົງ (ຈີນ) ກ່າວປະນາມຢ່າງຮຸນແຮງຕໍ່ບັນດາເປົ້າໝາຍແຫ່ຂະບວນປະທ້ວງທີ່ໃຊ້ຄວາມຮຸນແຮງ

      ຕອນຄ່ຳວັນທີ 24 ພຶດສະພາ, ອຳນາດການປົກຄອງເຂດປົກຄອງພິເສດຮົ່ງກົງ (ຈີນ)ໄດ້ອອກຖະແຫຼງການຕຳໜິຕິຕຽນບັນດາການກະທຳລະເມີດກົດໝາຍຢ່າງຮ້າຍແຮງຂອງບັນດາເປົ້າໝາຍແຫ່ຂະບວນປະທ້ວງທີ່ໃຊ້ຄວາມຮຸນແຮງ, ພ້ອມທັງສະໜັບສະໜູນເລື່ອງຕຳຫຼວດດຳເນີນຕາມກົດໝາຍ. 

ຜູ້ແຫ່ຂະບວນປະທ້ວງແກວ່ງຫີນຢູ່ Sai wan ho, ຮົ່ງກົງ, ຈີນ ໃນວັນທີ 11 ພຶດສະພາ 2019
(ພາບ: THX/TTXVN)
      ໂຄສົກອຳນາດການປົກຄອງ ຮົ່ງກົງ ກໍ່ຍົກໃຫ້ເຫັນຢ່າງຈະແຈ້ງວ່າ ບັນດາການກະທຳໃຊ້ຄວາມຮຸນແຮງທີ່ກ່ຽວຂ້ອງ ໄດ້ສະແດງໃຫ້ເຫັນວ່າ ບັນດາເປົ້າໝາຍຮຽກຮ້ອງໃຫ້ຮົ່ງກົງເອກະລາດ ແລະ ບັນດາເປົ້າໝາຍແຫ່ຂະບວນປະທ້ວງນຳໃຊ້ຄວາມຮຸນແຮງ ເສື້ອດຳຍັງຄົງກະທຳຜິດ, ເຊິ່ງພິສູດໃຫ້ເຫັນຄວາມຈຳເປັນ ແລະ ຮີບດ່ວນຂອງການປະກາດໃຊ້ກົດໝາຍວ່າດ້ວຍການປ້ອງກັນຄວາມສະຫງົບສະບັບໃໝ່.
            ໃນຂະນະນັ້ນ, ກົມຄຸ້ມຄອງການແພດຮົ່ງກົງໃຫ້ຮູ້ວ່າ ໄລ່ມາຮອດຈຸດເວລານີ້ ມີ 6 ຄົນໄດ້ຖືກນຳສົ່ງສຸກເສີນໄປຍັງໂຮງໝໍ, ໃນນັ້ນມີຄົນໜຶ່ງມີອາການສາຫັດ. ຕຳຫຼວດຮົ່ງກົງໄດ້ຈັບຕົວເປົ້າໝາຍ ຢ່າງໜ້ອຍສຸດ 180 ຄົນທີ່ເຂົ້າຮ່ວມບັນດາການເຕົ້າໂຮມຢ່າງຜິດກົດໝາຍ ແລະ ດຳເນີນບັນດາການກະທຳໃຊ້ຄວາມຮຸນແຮງຢູ່ເກາະ ຮົ່ງກົງ.
(ແຫຼ່ງຄັດຈາກ VOV)

ເລ​ຂາ​ທິ​ການ​ໃຫຍ່ ໂຕ​ເລິມ: ຕອບ​ບຸນ​ແທນ​ຄຸນ ແມ່ນ​ນະ​ໂຍ​ບາຍ​ໃຫຍ່, ເປັນ​ສຽງ​ເວົ້າ​ຈາກ​ຫົວ​ໃຈ

ເລ​ຂາ​ທິ​ການ​ໃຫຍ່ ໂຕ​ເລິມ: “ຕອບ​ບຸນ​ແທນ​ຄຸນ” ແມ່ນ​ນະ​ໂຍ​ບາຍ​ໃຫຍ່, ເປັນ​ສຽງ​ເວົ້າ​ຈາກ​ຫົວ​ໃຈ

ວຽກງານ “ຕອບບຸນແທນຄຸນ”, “ກິນເຂົ້າຄິດຮອດຄຸນນາ, ກິນປາຄິດຮອດຄຸນນ້ຳ” ບໍ່ພຽງແຕ່ແມ່ນນະໂຍບາຍໃຫຍ່ເທົ່ານັ້ນ, ຫາກຍັງແມ່ນສຽງເວົ້າຈາກຫົວໃຈ, ຄວາມຮັບຜິດຊອບດ້ານການເມືອງ, ຫຼັກສິນທຳຂອງທັງລະບົບການເມືອງ ແລະ ທົ່ວສັງຄົມ.

Top