• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ອາ​ເມ​ລິ​ກາ​ສະ​ແດງ​ຄວາມ​ວິ​ຕົກ​ກັງ​ວົນ​ຕໍ່​ເລື່ອງ​ຈີນ​ເຮັດ​ໃຫ້​​ເຮືອ​ຫາ​ປາ​ຂອງ ຫວຽດ​ນາມ ຈົມນ້ຳ ຢູ່​ທະ​ເລ​ຕ​າ​ເວັນ​ອອກ

ໃນວັນທີ 6 ເມສາ,ທ່ານນາງ Morgan Ortagus ໂຄສົກກະຊວງການຕ່າງປະເທດ ອາເມລິກາ ໃຫ້ຮູ້ວ່າ ອາເມລິກາສະແດງຄວາມວິຕົກກັງວົນຕໍ່ຂໍ້ມູນຂ່າວທີ່ວ່າ ຈີນເຮັດໃຫ້ເຮືອຫາປາຂອງ ຫວຽດນາມ ຈົມນ້ຳ ຢູ່ທະເລຕາເວັນອອກ.

ທ່ານນາງ Morgan Ortagus ໂຄສົກກະຊວງການຕ່າງປະເທດ ອາເມລິກາ (ພາບ: C-Span) 

ທ່ານນາງ Morgan Ortagus ໃຫ້ຮູ້ວ່າ ນີ້ແມ່ນການກະທຳຫຼ້າສຸດໃນບັນດາການເຄື່ອນໄຫວຂອງ ຈີນ ເພື່ອແນໃສ່ຖະແຫຼງອະທິປະໄຕຢ່າງຜິດກົດໝາຍຢູ່ທະເລກໍ່ຄືກໍ່ຜົນເສຍຫາຍເຖິງບັນດາປະເທດບ້ານໃກ້ເຮືອນຄຽງຢູ່ອາຊີຕາເວັນອອກສ່ຽງໃຕ້ຂອງ ຈີນ ຢູ່ເຂດທະເລຕາເວັນອອກ. ນັບແຕ່ເວລາ ໂລກລະບາດ Covid – 19 ເກີດຂຶ້ນ, ປັກກິ່ງ ໄດ້ປະກາດບັນດາ ປ້ອມ ຄົ້ນຄ້ວາແຫ່ງໃໝ່ຢູ່ບັນດາຮາກຖານການທະຫານພິເສດຂອງປະເທດນີ້ ເຊິ່ງໄດ້ກໍ່ສ້າງຂຶ້ນຢູ່ເຂດຫີນ ຈືເຖິ້ບ ແລະ ຊູບີ. ຈີນກໍ່ສືບຕໍ່ຜັນຂະຫຍາຍກຳລັງທະຫານລາດຢູ່ທະເລອ້ອມຂ້າງເຂດໝູ່ເກາະເຈືອງຊາ.

ແຈ້ງການໄດ້ຢັ້ງຢືນ ສິ່ງທີ່ເອີ້ນວ່າ ເສັ້ນທາງ 9 ຕອນຂອງ ຈີນ ເມື່ອເດືອນ ກໍລະກົດ 2016 ໄດ້ຮັບຄຳຕັດສິນຈາກສານສາກົນວ່າ ແມ່ນຖະແຫຼງອະທິປະໄຕທາງທະເລທີ່ຜິດກົດໝາຍຕາມສົນທິສັນຍາສປຊກ່ຽວກັບກົດໝາຍວ່າດ້ວຍທະເລ ປີ 1982. ລັດຖະບານ ອາເມລິກາ ມີທັດສະນະເຊັ່ນດຽວກັນກັບຄຳຕັດສິນດັ່ງກ່າວ. ອາເມລິກາ ຮຽກຮ້ອງໃຫ້ຈີນສືບຕໍ່ສຸມໃສ່ເຂົ້າການໜູນຊ່ວຍບັນດາຄວາມມານະພະຍາຍາມສາກົນຮັບມືກັບໂລກລະບາດ Covid – 19 ໃນທົ່ວໂລກ ແລະ ບໍ່ຍາດແຍ່ງກະທຳຄວາມລະເຫຼີງ ຂອງປະເທດອື່ນໆ ເພື່ອແນໃສ່ເປີດກ້ວາງຖະແຫຼງການອະທິປະໄຕທີ່ຜິດກົດໝາຍຢູ່ທະເລຕາເວັນອອກ.

 (ແຫຼ່ງຄັດຈາກ VOV)

ທ່ານ​ເລ​ຂາ​ທິ​ການ​ໃຫຍ່ ໂຕ​ເລິມ ເຂົ້າ​ຮ່ວມກອງ​ປະ​ຊຸມໃຫຍ່​ອົງ​ຄະ​ນະ​ພັກ​ຕາ​ແສງ ເຫງ້ຍ​ຈູ, ແຂວງ​ຮຶງ​ອຽນ

ທ່ານ​ເລ​ຂາ​ທິ​ການ​ໃຫຍ່ ໂຕ​ເລິມ ເຂົ້າ​ຮ່ວມກອງ​ປະ​ຊຸມໃຫຍ່​ອົງ​ຄະ​ນະ​ພັກ​ຕາ​ແສງ ເຫງ້ຍ​ຈູ, ແຂວງ​ຮຶງ​ອຽນ

ຕອນເຊົ້າວັນທີ 14 ກໍລະກົດ, ຢູ່ແຂວງ ຮຶງອຽນ, ທ່ານເລຂາທິການໃຫຍ່ ໂຕເລິມ ໄດ້ ເຂົ້າຮ່ວມ ແລະ ຊີ້ນຳຢູ່ກອງປະຊຸມໃຫຍ່ ຜູ້ແທນອົງຄະນະພັກຄັ້ງທີ 1 ຕາແສງ ເຫງ້ຍຈູ ອາຍຸການ 2025 – 2030.

Top