• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ອາເມລິກາ, ສ.ເກົາຫຼີ, ຍີ່ປຸ່ນ ໃຫ້ຄຳໝັ້ນສັນຍາ ເພີ່ມທະວີການຮ່ວມມືການທະຫານ

      ໃນການເຈລະຈາທີ່ໄດ້ດຳເນີນໃນວັນທີ 29 ເມສາ ຕາມເວລາ ທ້ອງຖິ່ນ, ທ່ານ ນາຍພົນ Won In-choul ປະທານ JCS ແລະ ທ່ານ ນາຍພົບ ອາເມລິກາ Mark Milley, ທ່ານ ນາຍພົນ  ຍີ່ປຸ່ນ Koji Yamazaki ໄດ້ແບ່ງປັນຄວາມວິຕົກກັງວົນ ກ່ຽວກັບໂຄງການນິດເຄຼຍ ແລະ ລູກສອນໄຟຂອງ ສປປ.ເກົາຫຼີ
ບັນດານາຍພົນທະຫານ ແຖວໜ້າຂອງ ຍີ່ປຸ່ນ, ອາເມລິກາ ແລະ ສ.ເກົາຫຼີ ເຂົ້າຮ່ວມການພົບປະ ຢູ່ Hawaii (ພາບ: Yonhap/TTXVN
      ວັນທີ 30 ເມສາ, ສະພາເສນາທິການກຳລັງທະຫານປະສົມ ສ.ເກົາຫຼີ (JCS) ໃຫ້ຮູ້ວ່າ ບັນດານາຍທະຫານແຖວໜ້າຂອງ ສ.ເກົາຫຼີ, ອາເມລິກາ ແລະ ຍີ່ປຸ່ນ ໄດ້ເຂົ້າຮ່ວມການເຈລະຈາ ຢູ່ Hawaii ດ້ວຍຄຳໝັ້ນສັນຍາ ຈະເພີ່ມທະວີການຮ່ວມມືສາມຝ່າຍໃນສະພາບການວິຕົກກັງວົນກ່ຽວກັບບັນດາໂຄງການນິວເຄຼຍ ແລະ ລູກສອນໄຟຂອງ ສປປ.ເກົາຫຼີ.
            ໃນການເຈລະຈາທີ່ໄດ້ດຳເນີນໃນວັນທີ 29 ເມສາ ຕາມເວລາ ທ້ອງຖິ່ນ, ທ່ານ ນາຍພົນ Won In-choul ປະທານ JCS ແລະ ທ່ານ ນາຍພົບ ອາເມລິກາ Mark Milley, ທ່ານ ນາຍພົນ  ຍີ່ປຸ່ນ Koji Yamazaki ໄດ້ແບ່ງປັນຄວາມວິຕົກກັງວົນ ກ່ຽວກັບໂຄງການນິດເຄຼຍ ແລະ ລູກສອນໄຟຂອງ ສປປ.ເກົາຫຼີ, ພ້ອມທັງປຶກສາຫາລືກ່ຽວກັບ ຄວາມສຳຄັນຂອງ ການຊຸກຍູ້ລະບອບລະບຽບການສາກົນ ໂດຍອີງໃສ່ກົດໝາຍໃນພາກພື້ນ”. ຕາມທ່ານ ນາຍພົນ Won In-choul ແລ້ວ, ການຮ່ວມມື 3 ຝ່າຍແມ່ນສຳຄັນທີ່ສຸດ ຕໍ່ສັນຕິພາບ ແລະ ຄວາມໝັ້ນຄົງຢູ່ແຫຼມເກົາຫຼີ ກໍ່ຄືຢູ່ພາກພື້ນ ອາຊີຕາເວນອອກສ່ຽງເໜືອ. ທ່ານ ນາຍພົນ  ຍີ່ປຸ່ນ Koji Yamazaki ກໍ່ເນັ້ນໜັກເຖິງຄວາມສຳຄັນຂອງການຮ່ວມມື 3 ຝ່າຍໃນການປະຕິບັດບັນດາມະຕິຂອງ ສະພາຄວາມໝັ້ນຄົງ ສປຊ. ໃນຂະນະນັ້ນດ ທ່ານ ນາຍພົບ ອາເມລິກາ Mark Milley ໄດ້ຢັ້ງຢືນຄືນໃໝ່ ຄຳໝັ້ນສັນຍາຢ່າງແນວແນ່ຂອງ ອາເມລິກາ ໃນການປົກປ້ອງ 2 ປະເທດພັນທະມິດ ຢູ່ ອາຊີຕາເວັນອອກສ່ຽງເໜືອ.
(ແຫຼ່ງຄັດຈາກ VOV)

10 ເຫດການທ່ີພົ້ນເດັ່ນ ຂອງ ໂລກ ໃນປີ 2025 ໂດຍສໍານັກຂ່າວສານ ຫວຽດນາມ ເປັນຜູ້ຄັດເລືອກ

10 ເຫດການທ່ີພົ້ນເດັ່ນ ຂອງ ໂລກ ໃນປີ 2025 ໂດຍສໍານັກຂ່າວສານ ຫວຽດນາມ ເປັນຜູ້ຄັດເລືອກ

ຂໍເປັນກຽດ ນຳສະເໜີ 10 ເຫດການ ທີ່ພົ້ນເດັ່ນທີ່ສຸດຂອງ ໂລກ ໃນປີ 202ຸ5 ໂດຍສໍານັກຂ່າວສານ ຫວຽດນາມ ເປັນຜູ້ ຄັດເລືອກ:

Top