• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ອາເມລິກາ ແລະ ຈີນ ເລີ່ມຕົ້ນການເຈລະຈາຂັ້ນສູງຢູ່ Alaska

      ວັນທີ 18 ມີນາ, ບັນດາເຈົ້າໜ້າທີ່ຂັ້ນສູງ ກ່ຽວກັບຄວາມໝັ້ນຄົງ ແລະ ການພົວພັນຕ່າງປະເທດ ອາເມລິກາ ແລະ ຈີນ ໄດ້ເລີ່ມຕົ້ນການພົບປະທີ່ແກ່ຍາວເປັນເວລາ 2 ວັນ ຢູ່ Alaska ເພື່ອປຶກສາຫາລືກ່ຽວກັບບາງບັນຫາໃນການພົວພັນສອງຝ່າຍກໍ່ຄືສາກົນ. 
ພາບປະກອບ:  vietnamplus.vn
      ນີ້ກໍ່ແມ່ນການພົບປະສຳຄັນຄັ້ງທຳອິດລະຫວ່າງສອງປະເທດ ພາຍໃຕ້ອຳນາດການປົກຄອງຂອງ ທ່ານປະທານາທິບໍດີ ອາເມລິກາ Joe Biden ພາຍຫຼັງ 4 ປີທີ່ການພົວພັນສອງຝ່າຍຕົກເຂົ້າສູ່ລະດັບງຕ່ຳທີ່ສຸດ.
            ກ່າວຄຳເຫັນເປີດສາກການພົບປະ, ທ່ານ ລັດຖະມົນຕີກະຊວງການຕ່າງປະເທດອາເມລິກາ Blinken ໄດ້ຢັ້ງຢືນວ່າ ວໍຊິງຕັນ ຈະບໍ່ຊອກຫາການປະທະກັນກັບ ປັກກິ່ງ ແຕ່ຈະກຽມພ້ອມໃຫ້ແກ່ການແກ້ງແຍ້ງກັນລະຫວ່າງ ສອງປະເທດມະຫາອຳນາດໃນໂລກ ເທົ່ານັ້ນ. ຕາມທ່ານ Blinken ແລ້ວ,  ອາເມລິກາ ຈະປຶກສາຫາລືກ່ຽວກັບບັນດາຄວາມວິຕົກກັງວົນຢ່າງເລິກເຊິ່ງ ຂອງຕົນຕໍ່ບັນດາການກະທຳຂອງ ຈີນ ເຊິ່ງພວມນາບຂູ່ຕໍ່ຄວາມເປັນລະບຽບຮຽບຮ້ອຍບົນຂໍ້ກຳນົດກົດໝາຍ, ກໍ່ຄືບັນດາການກະທຳ ບັງບຽດ ດ້ານເສດຖະກິດຂອງ ປັກກິ່ງ ຕໍ່ບັນດາສຳພັນທະມິດຂອງ ອາເມລິກາ.
 
      ສ່ວນທ່ານ ຢ໊າງເຈ໊ຍຊື໊ ສະມາຊິກສະພາແຫ່ງຊາດ ຈີນ ຖືວ່າ: ອາເມລິກາ ພວມນຳໃຊ້ກຳລັງແຮງດ້ານເສດຖະກິດ ແລະ ການທະຫານເພື່ອສ້າງກຳລັງດັນຕໍ່ປະເທດອື່ນໆ. ທ່ານກໍ່ຢັ້ງຢືນວ່າ ຈີນ ຈະເດັດດ່ຽວຄັດຄ້ານ ອາເມລິກາ ທີ່ແຊກແຊງເຂົ້າວຽກງານພາຍໃນຂອງປະເທດນີ້, ແຕ່ຍັງສະແດງຄວາມຫວັງຢາກໃຫ້ສອງຝ່າຍບໍ່ເກີດມີການປະທະກັນ, ບໍ່ສູ້ຢັນກັນ, ເຄົາລົບນັບຖືເຊິ່ງກັນ ແລະ ກັນ, ຮ່ວມມືກັນເພື່ອຕ່າງຝ່າຍຕ່າງມີໄຊຊະນະ.
(ແຫຼ່ງຄັດຈາກ VOV)
 

ຖະ​ແຫຼງຂ່າວໃຫ້​ຕ່າງ​ປະ​ເທດ​ແມ່ນ​ໜຶ່ງ​ໃນ​ບັນ​ດາ​ປັດ​ໄຈ​ຍຸດ​ທະ​ສາດ​ໃນ​ພະ​ລັງ​ງານ​​ແຮງອ່ອນ​ສັງ​ລວມ​ແຫ່ງ​ຊາດ

ຖະ​ແຫຼງຂ່າວໃຫ້​ຕ່າງ​ປະ​ເທດ​ແມ່ນ​ໜຶ່ງ​ໃນ​ບັນ​ດາ​ປັດ​ໄຈ​ຍຸດ​ທະ​ສາດ​ໃນ​ພະ​ລັງ​ງານ​​ແຮງອ່ອນ​ສັງ​ລວມ​ແຫ່ງ​ຊາດ

ພິທີມອບລາງວັນແຫ່ງຊາດກ່ຽວກັບການຖະແຫຼງຂ່າວໃຫ້ຕ່າງປະເທດຄັ້ງທີ XI ປີ 2025 ໄດ້ດຳເນີນໃນຕອນຄ່ຳວັນທີ 12 ທັນວາ, ຢູ່ຮ່າໂນ້ຍ. ເມື່ອກ່າວຄຳເຫັນໃນເຫດການນີ້, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ເນັ້ນໜັກວ່າ ວຽກງານຖະແຫຼງຂ່າວໃຫ້ຕ່າງປະເທດແມ່ນປັດໄຈຍຸດທະສາດໃນກຳລັງແຮງອ່ອນແຫ່ງຊາດ. ທ່ານກໍສະເໜີໃຫ້ສ້າງຖັນແຖວພະນັກງານເຮັດວຽກງານຖະແຫຼງຂ່າວຕ່າງປະເທດ ທີ່ມີຈັນຍາບັນ, ມີພູມປັນຍາຢ່າງຫຼັກແຫຼມ, ມີຫົວຄິດປະດິດສ້າງ, ມີຄວາມຮັບຜິດຊອບ, ມີຄວາມສຸດຈິດສຸດໃຈ, ມີວິໄສທັດ.

Top