• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ທ່ານ​ເລ​ຂາ​ທິ​ການ​ໃຫຍ່, ປະ​ທາ​ນ​ປະ​ເທດ ໂຕ​ເລິມ ເດີນ​ທາງ​ໄປ​ຢ້ຽມ​ຢາມທາງ​ລັດ​ຖະ​ກິດ ແດນ​ມາກ, ຢ້ຽມ​ຢາມ EU ແລະ ລາ​ຊະ​ອາ​ນາ​ຈັກ ແບນ​ຊິກ ຢ່າງ​ເປັນ​ທາງ​ການ

ການ​ຢ້ຽມ​ຢາມ​ທາງ​ລັດ​ຖະ​ກິດ​ຢູ່ ແດນ​ມາກ ​ຂອງ​ທ່ານ​ເລ​ຂາ​ທິ​ການ​ໃຫຍ່, ປະ​ທານ​ປະ​ເທດ ໂຕ​ເລິມ ໄດ້​ດຳ​ເນີນ​ກົງ​ກັບ​ເວ​ລາ​ສອງ​ຝ່າຍ​ສະ​ເຫຼີມ​ສະຫຼອງ 55 ປີ​ແຫ່ງ​ການ​ພົວ​ພັນ​ທາງ​ການ​ທູດ, ແມ່ນ​ໂອ​ກາດ​ເພື່ອ​ໃຫ້​ສອງ​ຝ່າຍ​ວາງອອກ​ບັນ​ດາ​ການ​ກຳ​ນົດ​ທິດ​ຍຸດ​ທະ​ສາດ
ທ່ານ​ ໂຕ​ເລິມ ເລ​ຂາ​ທິ​ການ​ໃຫຍ່​ຄະ​ນະ​ບໍ​ລິ​ຫານ​ງາ​ນ​ສູນ​ກາງ​ພັກ​ກອມ​ມູ​ນິດ ຫວຽດ​ນາມ, ປະ​ທາ​ນ​ປະ​ເທດ ຫວຽດ​ນາມ ແລະ ພັນ​ລະ​ຍາ (ພາບ: VNA)

ຕອນ​ເຊົ້າ​ວັນ​ທີ 19 ຕຸ​ລາ, ທ່ານ​ ໂຕ​ເລິມ ເລ​ຂາ​ທິ​ການ​ໃຫຍ່​ຄະ​ນະ​ບໍ​ລິ​ຫານ​ງາ​ນ​ສູນ​ກາງ​ພັກ​ກອມ​ມູ​ນິດ ຫວຽດ​ນາມ, ປະ​ທາ​ນ​ປະ​ເທດ ຫວຽດ​ນາມ ແລະ ພັນ​ລະ​ຍາ ພ້ອ​ມ​ກັບ​ຄະ​ນະ​ຜູ້​ແທນຂັ້ນ​ສູງ ຫວຽດ​ນາມ ໄດ້ເດີນ​ທາງ​ໄປ​ຢ້ຽມ​ຢາມ​ທາງ​ລັດ​ຖະ​ກິດ ລາ​ຊະ​ອາ​ນາ​ຈັກ ແດນ​ມາກ, ຢ້ຽມ​ຢາມ​ສະ​ຫະ​ພາບ ເອີ​ລົບ (EU) ແລະ ລາ​ຊະ​ອາ​ນາ​ຈັກ ແບນ​ຊິກ ຢ່າງ​ເປັນ​ທາງ​ການ ແຕ່​ວັນ​ທີ 19 – 24 ຕຸ​ລາ. ການ​ຢ້ຽມ​ຢາມ​ໄດ້​ປະ​ຕິ​ບັດ​ຕາມ​ຄຳ​ເຊື້ອ​ເຊີນ​ຂອງ​ກະ​ສັດ ລາ​ຊະ​ອາ​ນາ​ຈັກ ແດນ​ມາກ Frederik X ແລະ ພະມະ​ຫາ​ເຫ​ສີ; ທ່ານ António Costa ​ປະ​ທານ​ສະ​ພ​າ​ ເອີ​ລົບ ແລະ ທ່ານ​ Bart De Wever ນາ​ຍົກ​ລັດ​ຖະ​ມົນ​ຕີ ແບນ​ຊິກ. ການ​ຢ້ຽມ​ຢາມ​ແມ່ນ​ໂອ​ກາດ​ເພື່ອ​ໃຫ້ ຫວຽດ​ນາມ ກັບ​ ແດນ​ມາກ, ສະ​ຫະ​ພາບ​ເອີ​ລົບ (EU) ແລະ ແບນ​ຊິກ ​ຍົກ​ສູງ​ການ​ພົວ​ພັນ​ຢ່າງ​ຮອບ​ດ້ານ, ສ້າງ​ບາດ​ກ້າວ​ຫັນ​ປ່ຽນ​ໃນ​ການ​ຮ່ວມ​ມື​ຕາມ​ທິດທີ່​ແທ້​ຈິງກວ່າ, ມີ​ປະ​ສິດ​ທິ​ຜົນ ບົນ​ພື້ນ​ຖາ​ນ​ຄວາມ​ຕັດ​ສິນ​ໃຈ​ການ​ເມືອງ​ສູງ, ມີ​ຄວາມ​ເຫັນ​ດີ​ເຫັນ​ພ້ອມ​ກ່ຽວ​ກັບ​ການ​ກຳ​ນົດ​ທິດ​ຍຸດ​ທະ​ສາດ.

ການ​ຢ້ຽມ​ຢາມ​ທາງ​ລັດ​ຖະ​ກິດ​ຢູ່ ແດນ​ມາກ ​ຂອງ​ທ່ານ​ເລ​ຂາ​ທິ​ການ​ໃຫຍ່, ປະ​ທານ​ປະ​ເທດ ໂຕ​ເລິມ ໄດ້​ດຳ​ເນີນ​ກົງ​ກັບ​ເວ​ລາ​ສອງ​ຝ່າຍ​ສະ​ເຫຼີມ​ສະຫຼອງ 55 ປີ​ແຫ່ງ​ການ​ພົວ​ພັນ​ທາງ​ການ​ທູດ, ແມ່ນ​ໂອ​ກາດ​ເພື່ອ​ໃຫ້​ສອງ​ຝ່າຍ​ວາງອອກ​ບັນ​ດາ​ການ​ກຳ​ນົດ​ທິດ​ຍຸດ​ທະ​ສາດ, ຍົກລະດັບ​ກາ​ນ​ພົວ​ພັນ​ໃນ​ໄລ​ຍະ​ພັດ​ທະ​ນາ​ໃໝ່, ຊຸກ​ຍູ້​ການ​ຮ່ວມ​ມື​ກັບ​ ແດນ​ມາກ ກາຍ​ເປັນ​ຮູບ​ແບບ​ຮ່ວມ​ມືທີ່ພົ້ນເດັ່ນ​ລະ​ຫວ່າງ ຫວຽດ​ນາມ ແລະ ຄູ່​ຮ່ວມ​ມື ​ເອີ​ລົບ ເໜືອ.

(ແຫຼ່ງຄັດຈາກ VOV)

ທ່ານ​ເລ​ຂາ​ທິ​ການ​ໃຫຍ່, ປະ​ທານ​ປະ​ເທດ ໂຕ​ເລິມ ຮັບຫຼຽນໄຊ​ອັນ​ສູງ​ສົ່ງ​ຂອງ​ລາ​ຊະ​ອາ​ນາ​ຈັກ ແດນ​ມາກ

ທ່ານ​ເລ​ຂາ​ທິ​ການ​ໃຫຍ່, ປະ​ທານ​ປະ​ເທດ ໂຕ​ເລິມ ຮັບຫຼຽນໄຊ​ອັນ​ສູງ​ສົ່ງ​ຂອງ​ລາ​ຊະ​ອາ​ນາ​ຈັກ ແດນ​ມາກ

ທ່ານ​ເລ​ຂາ​ທິ​ການ​ໃຫຍ່, ປະ​ທ​ານ​ປະ​ເທດ ໂຕ​ເລິມ ສະ​ແດງ​ຄວາມ​ຫວັງ​ຢ່າງ​ຍິງວ່າ ຢາກ​ສະ​ຫງວນ​ຄວາມ​ເປັນ​ກຽດ​ອັນ​ຍິ່ງ​ໃຫຍ່​ນີ້​ໃຫ້​ປະ​ຊາ​ຊົນ ຫວຽດ​ນາມ, ໃຫ້​ລຸ້ນ​ຄົນ ຫວຽດ​ນາມ ແລະ ແດນ​ມາກທີ່​ຕັ້ງ​ພື້​ນ​ຖານ, ເພີ່ມ​ພູນ​ຄູນ​ສ້າງ​ນ້ຳ​ໃຈ​ມິດ​ຕະ​ພາບ​ໃນ​ຕະຫຼອດ​ໄລ​ຍະ 55 ປີ​ຜ່ານ​ມາ.

Top