• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ເລ​ຂາ​ທິ​ການ​ໃຫຍ່, ປະ​ທາ​ນ​ປະ​ເທດ ໂຕ​ເລິມ ພົບ​ປະ​ກັບ​ການ​ນຳ​ວິ​ສາ​ຫະ​ກິດ​ດີ​ເດັ່ນ​ຈຳ​ນວນ​ໜຶ​່ງ​ຂອງ​ແດນ​ມາກ

ສຳ​ລັບ​ຂົງ​ເຂດ​ພະ​ລັງ​ງານ ຫວຽດາມ ປາດ​ຖະ​ໜາ​ວ່າ​ບັນ​ດາ​ກຸ່ມ​ບໍ​ລິ​ສັດ​ຮ່ວມ​ເດີນ​ທາງ​ກັບ ຫວຽດ​ນາມ ໃນ​ການ​ພັດ​ທະ​ນາ​ພະ​ລັງ​ງານ​ສະ​ອາດ, ພະ​ລັງ​ງານ​ທົດ​ແທນ, ໄຟ​ຟ້າ​ແຮງ​ລົມ, ໄຟ​ຟ້າ​ແສງ​ຕາ​ເວັນ, ບັນ​ດາ​ແຫຼ່ງ​ສະ​ໜອງ​ໄຟ​ຟ້າ​ເປັນ​ປົກ​ກະ​ຕິ ແລະ ມີ​ໄຫວ​ພິບ, ລະ​ບົບ​ສຳ​ຮອງ​ພະ​ລັງ​ງານ ແລະ ບັນ​ດາ​ມາດ​ຕະ​ການ​ຍົກ​ສູງ​ປະ​ສິດ​ທິ​ຜົນ​ໃນ​ການ​ນຳ​ໃຊ້​ພະ​ລັງ​ງານ.
  ເລ​ຂາ​ທິ​ການ​ໃຫຍ່, ປະ​ທາ​ນ​ປະ​ເທດ ໂຕ​ເລິມ ພົບ​ປະ​ກັບ​ການ​ນຳ​ວິ​ສາ​ຫະ​ກິດ​ດີ​ເດັ່ນ​ຈຳ​ນວນ​ໜຶ​່ງ​ຂອງ​ແດນ​ມາກ (ພາບ: VNA)  
ໃນ​ຂອບ​ເຂດ​ການ​ຢ້ຽມ​ຢາມ​ທາງ​ລັດ​ຖະ​ກິດ ຢູ່​ລາ​ຊະ​ອາ​ນາຈັກ ແດນ​ມາ, ຕອນ​ເຊົ້າ​ວັນ​ທີ 20 ຕຸ​ລາ, ຕາມ​ເວ​ລາ​ທ້ອງ​ຖິ່ນ, ຢູ່​ນະ​ຄອນຫຼວງ Copenhagen, ທ່ານ ໂຕ​ເລິມ ເລ​ຂາ​ທິ​ການ​ໃຫຍ່​ຄະ​ນະ​ບໍ​ລິ​ຫານ​ງານ​ສູນ​ກາງ​ພັກ​ກອມ​ມູ​ນິດ ຫວຽດນາມ, ປະ​ທານ​ປະ​ເທດ ຫວຽດ​ນາມ ແລະ ກະ​ສັດ​ລາ​ຊະ​ອາ​ນາ​ຈັກ ແດນ​ມາກ Frederik X ໄດ້​ເຂົ້າ​ຮ່ວມ​ການ​ພົບ​ປະ​ກັບ​ບັນ​ດາ​ວິ​ສາ​ຫະ​ກິດ​ດີ​ເດັ່ນ​ຂອງ​ແດນ​ມາກ​ຄື: A.P. Moller – Maersk ໃນ​ຂົງ​ເຂດ​ການ​ຄ້າ ແລະ logistics; LEGO Group, Carlsberg, Pandora ໃນ​ຂົງ​ເຂດ​ການ​ລົງ​ທຶນ​ອຸດ​ສາ​ຫະ​ກຳ; Copenhagen Infrastructure Partners (CIP) ສະ​ເພາະ​​ຫົວ​ເລື່ອງ​ກ່ຽວ​ກັບ​ການ​ລົງ​ທຶນ​ພະ​ລັງ​ງານ ແລະ Vestas ເຄື່ອນ​ໄຫວ​ໃນ​ຂົງ​ເຂດ​ຫັນ​ປ່ຽນ​ພະ​ລັງ​ງານ. ນະ​ທີ່​ນີ້, ທ່ານ​ເລ​ຂາ​ທິ​ການ​ໃຫຍ່, ປະ​ທານ​ປະ​ເທດ ໂຕ​ເລິມ ສະ​ເໜີ​ສຳ​ລັບ​ຂົງ​ເຂດ logistics ແລະ ທ່າ​ກຳ​ປັ່ນ​ທະ​ເລ, ບັນ​ດາ​ວິ​ສາ​ຫະ​ກິດ​ແດນ​ມາກຈົ່ງ​ຄົ້ນ​ຄ້​ວາ​ເປີດກວ້າງ​ການ​ລົງ​ທຶນ​ເຂົ້າ​ລະ​ບົບ​ທ່າ​ກຳ​ປັ່ນ​ທະ​ເລ, ທ່າ​ກຳ​ປັ່ນ​ສົ່ງ​ຕໍ່ ສາ​ກົນ, ສູນ logistics, logistics ອັດ​ສະ​ລິ​ຍະ, logistics ການ​ບິນ, logistics ທາງ​ລົດ​ໄຟ ແລະ ບັນ​ດາ​ມາດ​ຕະ​ການ​ຄຸ້ມ​ຄອງ​ລະ​ບົບຕ​ອ່ງ​ໂສ້​ການ​ສະ​ໜອງ​ທີ່​ທັນ​ສະ​ໄໝ, ສ້າງ​ບັນ​ດາ​ສູນ​ແຈກ​ຢາຍ, ສົ່ງ​ຕໍ່ ແລະ ຄຸ້ມ​ຄອງ​ລະ​ບົບ​ສະ​ໜອງ​ໃຫ້​ແກ່​ພາກ​ພື້ນ ຢູ່ ຫວຽດ​ນາມ. ສຳ​ລັບ​ຂົງ​ເຂດ​ພະ​ລັງ​ງານ ຫວຽດາມ ປາດ​ຖະ​ໜາ​ວ່າ​ບັນ​ດາ​ກຸ່ມ​ບໍ​ລິ​ສັດ​ຮ່ວມ​ເດີນ​ທາງ​ກັບ ຫວຽດ​ນາມ ໃນ​ການ​ພັດ​ທະ​ນາ​ພະ​ລັງ​ງານ​ສະ​ອາດ, ພະ​ລັງ​ງານ​ທົດ​ແທນ, ໄຟ​ຟ້າ​ແຮງ​ລົມ, ໄຟ​ຟ້າ​ແສງ​ຕາ​ເວັນ, ບັນ​ດາ​ແຫຼ່ງ​ສະ​ໜອງ​ໄຟ​ຟ້າ​ເປັນ​ປົກ​ກະ​ຕິ ແລະ ມີ​ໄຫວ​ພິບ, ລະ​ບົບ​ສຳ​ຮອງ​ພະ​ລັງ​ງານ ແລະ ບັນ​ດາ​ມາດ​ຕະ​ການ​ຍົກ​ສູງ​ປະ​ສິດ​ທິ​ຜົນ​ໃນ​ການ​ນຳ​ໃຊ້​ພະ​ລັງ​ງານ; ສ້າງ​ລະ​ບົບ​ນິ​ເວດ​ອຸດ​ສາ​ຫະ​ກຳ​ພະ​ລັງ​ງານ, ພັດ​ທະ​ນາ​ຕ່ອງ​ໂສ້​ການ​ສະ​ໜອງ, ການ​ຜະ​ລິດ​ວັດ​ຖຸ​ອຸ​ປະ​ກອນ, ການ​ບໍ​ລິ​ການ​ເຕັກ​ນິກ, ກາ​ນ​ຄົ້​ນ​ຄ້​ວາ ພັດ​ທະ​ນາ, ບຳ​ລຸງ​ກໍ່​ສ້າງ​ຊັບ​ພະ​ຍາ​ກອນ​ມະ​ນຸດ ແລະ ຍົກ​ສູງ​ອັດ​ຕາ​ເຂົ້າ​ຮ່ວມ​ຂອງວິ​ສາ​ຫະ​ກິດ​ຫວຽດ​ນາມ ເທື່ອ​ລະ​ກ້າວ. ສຳ​ລັບ​ຂົງ​ເຂດ​ການ​ຜະ​ລິດ​ກ້າວ​ໜ້າ, ບັນ​ດາ​ກຸ່ມ​ບໍ​ລິ​ສັດ​ຕ້ອງ​ມຸ່ງ​ໄປ​ເຖິງ ເປົ້າ​ໝາຍ​ເພື່ອ​ໃຫ້​ບັນ​ດາ​ຜະ​ລິດ​ຕະ​ພັນ​ໄດ້​ຮັບ​ການ​ຄົ້ນ​ຄ້​ວາ, ອອກ​ແບບ ແລະ ຜະ​ລິດ​ຢູ່​ຫວຽດ​ນາມ ອາດ​ສາ​ມາດ​ເຂົ້າ​ເຖິງ​ຜູ້​ບໍ​ລິ​ໂພກ​ນັບຮ້ອຍ​ລ້ານ​ຄົນ​ໃນ​ທົ່ວ​ໂລກ.

(ແຫຼ່ງຄັດຈາກ VOV)

ເກືອບ 40 ປະ​ເທດ​ຈົດ​ທະ​ບຽນ​ເຂົ້າ​ຮ່ວມ​ງານ​ວາງ​ສະ​ແດງ​ການ​ປ້ອງ​ກັນ​ຊາດ​ສາ​ກົນ ຫວຽດ​ນາມ 2026

ເກືອບ 40 ປະ​ເທດ​ຈົດ​ທະ​ບຽນ​ເຂົ້າ​ຮ່ວມ​ງານ​ວາງ​ສະ​ແດງ​ການ​ປ້ອງ​ກັນ​ຊາດ​ສາ​ກົນ ຫວຽດ​ນາມ 2026

ດ້ວຍ​ຫົວ​ຂໍ້ “ສັນ​ຕິ​ພາບ - ມິດ​ຕະ​ພາບ - ຮ່ວມ​ມື​ພ້ອມ​ກັນ​ພັດ​ທະ​ນາ”, ງານ​ວາງ​ສະ​ແດງ​ການ​ປ້ອງ​ກັນ​ຊາດ​ສາ​ກົນ ຫວຽດ​ນາມ 2026 ຈະ​ດຳ​ເນີນ​ແຕ່​ວັນ​ທີ 10 – 13 ທັນ​ວາ, ຢູ່​ສະ​ໜາມ​ບິນ​ຢາ​ເລິມ ຮ່າ​ໂນ້ຍ.

Top