• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ອາເມລິກາ ບໍ່ຄິດໄລ່ຊັ່ງຊາເຖິງການກະທຳດ້ານການທະຫານສຳລັບ ສປປ ເກົາຫຼີ

ພົນ​ຕີ Herbert Raymond McMaster, ຜູ້​ປຶກ​ສາ​ການ​ປ້ອງ​ກັນ​
ຄວາມ​ສະ​ຫງົບ​ແຫ່ງ​ຊາດ ອາ​ເມ​ລິ​ກາ
(ພາບ: NBC News)
      ພົນ​ຕີ Herbert Raymond McMaster, ຜູ້​ປຶກ​ສາ​ການ​ປ້ອງ​ກັນ​ຄວາມ​ສະ​ຫງົບ​ແຫ່ງ​ຊາດ ອາ​ເມ​ລິ​ກາ, ໃຫ້​ຮູ້​ວ່າ: ອາ​ເມ​ລິ​ກາ ພ້ອມ​ກັບ​ບັນ​ດາ​ສຳ​ພັນ​ທະ​ມິດ ແລະ ຈີນ ພວມ​ພິ​ຈາ​ລະ​ນາບັນ​ດາ​​ປະ​ຕິ​ກິ​ລິ​ຍາ​ສຳ​ລັບ​ການ​ທົດ​ລອງ​ລູກ​ສອນ​ໄຟ​ນຳ​ວິ​ຖີ​ທີ່​ຫາກໍ່​ຖືກປະ​ລະ​ໄຊ​ຂອງ ສ​ປ​ປ ເກົາຫຼີ, ພ້ອມ​ທັງ​ເນັ້ນ​ໜັກ​ວ່າ: ທ່ານ​ປະ​ທາ​ນາ​ທິ​ບໍ​ດີ ອາ​ເມ​ລິ​ກາ Donald Trump ບໍ່​ຄິດ​ໄລ່​ຊັ່ງ​ຊາ​ເຖິງ​ການ​ກະ​ທຳ​ດ້ານ​ການ​ທະ​ຫານ​ສຳ​ລັບ ສ​ປ​ປ ເກົາຫຼີ ໃນ​ຈຸດ​ເວ​ລານີ້. ວັນ​ທີ 16/4, ກ່າ​ວ​ຄຳ​ເຫັນ​ໃນ​ຊ່ອງ​ໂທ​ລະ​ພາບ ABC, ພົນ​ຕີ Herbert Raymond McMaster ໄດ້​ຢັ້ງ​ຢືນ​ວ່າ: ຮອດ​ເວ​ລາ​ແລ້ວ​ທີ່ ອາ​ເມ​ລິ​ກາ​ ຕ້ອງປະ​ຕິ​ບັດ​ທຸກໆ​ການ​ກະ​ທຳ​​ທີ່​ສາ​ມາດ​ເປັນ​ໄປ​ໄດ້, ເວັ້ນ​ເສຍ​ແຕ່​ການ​ກະ​ທຳ​ດ້ານ​ການ​ທະ​ຫານ ເພື່ອ​ແນ​ໃສ່​ແກ້​ໄຂ​ບັນ​ຫານີ້​ໂດຍ​ສັນ​ຕິ​ວິ​ທີ.
    ອາ​ທິດ​ກ່ອນ, ເຈົ້າ​ໜ້າ​ທີ່ ອາ​ເມ​ລິ​ກາ ບາງ​ທ່ານ​ໄດ້​ເວົ້າ​ວ່າ: ອາ​ເມ​ລິ​ກາ ພວມ​ສຸມ​ໃສ່​ເຂົ້າ​ຍຸດ​ທະ​ສາດ​ກັບ ສ​ປ​ປ ເກົາຫຼີ, ໃນ​ນັ້ນ ເນັ້ນ​ໜັກ​ເຖິງ​ບັນ​ດາ​ມາດ​ຕະ​ການ​ລົງ​ໂທດ​ດ້ານ​ເສດ​ຖະ​ກິດ​​ທີ່ແຂງ​ກະ​ດ້າງ​ກ່​ວາ, ອາດ​ຈະ​ລວມ​ມີ​ການ​ຂວ້ຳ​ບາດ​​ນ້ຳ​ມັນ​ບໍ່, ຫ້າມ​ບິນ​ທົ່ວ​ໂລກ​​ສຳລັບ​ບໍ​ລິ​ສັດ​ການ​ບິນ​ແຫ່ງ​ຊາດ ສ​ປ​ປ ເກົາຫຼີ, ສະ​ກັດ​ກັ້ນ​ບັນ​ດາ​ກ່ຳ​ປັ່ນ​ຂົນ​ສົ່ງ​ສິນ​ຄ້າ​ຂອງ ສ​ປ​ປ ເກົາຫຼີ.
 (ແຫຼ່ງຄັດຈາກ VOV)

ທ່ານເລຂາທິການໃຫຍ່ ໂຕເລິມ ເຂົ້າຮ່ວມງານສະແດງສິລະປະ ຈົດຈຳຄຳສັ່ງສອນຂອງປະທານ ໂຮ່ຈີມິນ - ສຽງທະຫານເຄື່ອນທັບດັງກ້ອງ

ທ່ານເລຂາທິການໃຫຍ່ ໂຕເລິມ ເຂົ້າຮ່ວມງານສະແດງສິລະປະ “ຈົດຈຳຄຳສັ່ງສອນຂອງປະທານ ໂຮ່ຈີມິນ - ສຽງທະຫານເຄື່ອນທັບດັງກ້ອງ”

ບັນດາຜູ້ແທນໄດ້ຮັບຊົມບັນດາຮູບພາບກ່ຽວກັບຜົນງານທີ່ພົ້ນເດັ່ນໃນໄລຍະ 10 ປີແຫ່ງການປະຕິບັດຄຳສັ່ງເລກທີ 05 ຂອງກົມການເມືອງ ກ່ຽວກັບການຍູ້ແຮງການຮໍ່າຮຽນ ແລະ ປະຕິບັດຕາມແນວຄິດ, ຄຸນສົມບັດ, ວິຖີຊີວິດຂອງ ປະທານ ໂຮ່ຈີມິນ

Top