• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ອາເມລິກາ ຖືເປັນສຳຄັນການພົວພັນຄູ່ຮ່ວມມືຍຸດທະສາດກັບອາຊຽນ

      ທ່ານລັດຖະມົນຕີການຕ່າງປະເທດອາເມລິກາ Antony Blinken ຢືນຢັນວ່າ, ອຳນາດການປົກຄອງຂອງທ່ານປະທານາທິບໍດີ Joe Biden ຖືເປັນສຳຄັນການພົວພັນຄູ່ຮ່ວມມືຍຸດທະສາດກັບ ອາຊຽນ
ກອງປະຊຸມທາງອອນລາຍລັດຖະມົນຕີການຕ່າງປະເທດອາຊຽນ - ອາເມລິກາ
(ພາບ: TTXVN)
      ຕອນເຊົ້າວັນທີ 04 ສິງຫາ, ຈາກຮ່າໂນ້ຍ, ທ່ານລັດຖະມົນຕີກະຊວງການຕ່າງປະເທດຫວຽດນາມ ບຸຍແທັງເຊີນ ໄດ້ເຂົ້າຮ່ວມກອງປະຊຸມທາງອອນລາຍລັດຖະມົນຕີການຕ່າງປະເທດອາຊຽນ - ອາເມລິກາ.
ທີ່ກອງປະຊຸມ, ທ່ານລັດຖະມົນຕີການຕ່າງປະເທດອາເມລິກາ Antony Blinken ຢືນຢັນວ່າ, ອຳນາດການປົກຄອງຂອງທ່ານປະທານາທິບໍດີ Joe Biden ຖືເປັນສຳຄັນການພົວພັນຄູ່ຮ່ວມມືຍຸດທະສາດກັບ ອາຊຽນ, ປາດຖະໜາຢາກຊຸກຍູ້ການພົວພັນກັບອາຊຽນ; ທ່ານຢືນຢັນວ່າ ອາເມລິກາ ຈະສືບຕໍ່ຊຸກຍູ້ການຮ່ວມມືຫຼາຍຝ່າຍໃນການຮັບມືກັບໂລກລະບາດໂຄວິດ-19, ຮັບປະກັນແຫຼ່ງສະໜອງວັກຊິນຢ່າງຄົບຖ້ວນ, ປອດໄພ ແລະ ມີປະສິດທິຜົນ ແລະ ປະກອບສ່ວນເປັນຈຳນວນເງິນ 500.000 USD ໃຫ້ແກ່ກອງທິນ ອາຊຽນ ຮັບມືກັບໂລກລະບາດໂຄວິດ-19.
ອາຊຽນ ແລະ ອາເມລິກາ ໄດ້ເຫັນດີສຸມໃສ່ຍູ້ແຮງການຮ່ວມມືດ້ານການຄ້າ-ການລົງທຶນ, ການຫັນເປັນດີຈີຕອນ, ມອບສິດໃຫ້ແກ່ແມ່ຍິງ, ການປ່ຽນແປງຂອງດິນຟ້າອາກາດ… ພ້ອມກັນນັ້ນ, ສືບຕໍ່ສົມທົບກັນຢ່າງແໜ້ນແຟ້ນໃນການຮັກສາສັນຕິພາບ, ສະຖຽນລະພາບ, ຄວາມໝັ້ນຄົງ, ຄວາມປອດໄພຢູ່ພາກພື້ນ, ໃນນັ້ນມີຄວາມໝັ້ນຄົງ ແລະ ຄວາມປອດໄພໃນການເດີນເຮືອຢູ່ທະເລຕາເວັນອອກ.
ກ່າວຄຳເຫັນທີ່ກອງປະຊຸມ, ທ່ານລັດຖະມົນຕີ ບຸຍແທັງເຊີນ ໃຫ້ຮູ້ວ່າ, ອາຊຽນ ພ້ອມແລ້ວທີ່ຈະສ້າງຄວາມສະດວກໃຫ້ແກ່ວິສາຫະກິດອາເມລິກາ ເປີດກວ້າງການລົງທຶນ, ດຳເນີນທຸລະກິດຢູ່ພາກພື້ນ; ສະເໜີໃຫ້ອາເມລິກາ ສືບຕໍ່ໜູນຊ່ວຍອາຊຽນ ຮັດແຄບຊ່ອງຫວ່າງການພັດທະນາ, ຮັບປະກັນການເຕີບໂຕແບບຍືນຍົງຢູ່ບັນດາອະນຸພາກພື້ນອາຊຽນ. ທ່ານລັດຖະມົນຕີປາດຖະໜາວ່າ, ອາເມລິກາ ສືບຕໍ່ສວມບົດບາດໃນການສ້າງ, ສະໜັບສະໜູນບັນດາຄວາມມານະພະຍາຍາມຂອງອາຊຽນ ເພື່ອຮັກສາສັນຕິພາບ, ສະຖຽນລະພາບ, ຄວາມເສລີໃນການເດີນເຮືອ, ການບິນຢູ່ທະເລຕາເວັນອອກ, ກໍຄືຄວາມມານະພະຍາຍາມຂອງອາຊຽນ ໃນການໜູນຊ່ວຍຊອກຫາມາດຕະການເພື່ອຮັບປະກັນສະພາບການຢູ່ ມຽນມາ ໃຫ້ເປັນປົກກະຕິ.
(ແຫຼ່ງຄັດຈາກ VOV)

ເລ​ຂາ​ທິ​ການ​ໃຫຍ່ ໂຕ​ເລິມ: ອົງຄະ​ນະ​ພັກ​ລັດ​ຖະ​ບານ​ຕ້ອງ​ເປັນ​ແບບ​ຢ່າງ​ກ່ຽວ​ກັບ​ຄຸນ​ນະ​ທາດ​ການ​ເມືອງ, ພູມ​ປັນ​ຍາ, ການ​ປ່ນ​ແປງ​ໃໝ່

ເລ​ຂາ​ທິ​ການ​ໃຫຍ່ ໂຕ​ເລິມ: ອົງຄະ​ນະ​ພັກ​ລັດ​ຖະ​ບານ​ຕ້ອງ​ເປັນ​ແບບ​ຢ່າງ​ກ່ຽວ​ກັບ​ຄຸນ​ນະ​ທາດ​ການ​ເມືອງ, ພູມ​ປັນ​ຍາ, ການ​ປ່ນ​ແປງ​ໃໝ່

ສືບຕໍ່ກໍ່ສ້າງອົງຄະນະພັກ ແລະ ອົງຄະນະພັກທຸກຂັ້ນໃຫ້ປອດໄສ, ໝັ້ນຄົງເຂັ້ມແຂງ, ເດັດດ່ຽວປ້ອງກັນ, ຕ້ານການສໍ້ຫຼາດບັງຫຼວງ, ຄວາມຟຸ່ມເຟືອຍ ໄພຫຍໍ້ທໍ້ ດ້ວຍທິດນຳ “ບໍ່ມີເຂດມືດ” “ບໍ່ມີບ່ອນຫວ່າງ, ຈຸດມົວ” ບໍ່ມີເຂດຫ້າມ, ບໍ່ມີກໍລະນີຍົກເວັ້ນ.

Top