• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ອາເມລິກາ ຄັດຄ້ານເຈດຈຳນົງຂອງ ຈີນ ໃນການລົງໂທດ ໂຕ້ຕອບຄືນ ດ້ວຍພາສີອາກອນ ທີ່ມີມູນຄ່າ 2, 4 ຕື້ USD

      ກ່ຽວ­ຂ້ອງເຖິງການພົວ­ພັນດ້ານການຄ້າລະ­ຫວ່າງ ອາ­ເມ­ລິ­ກາ - ຈີນ, ວັນທີ 28 ຕຸ­ລາ ທ່ານປະ­ທາ­ນາ­ທິ­ບໍ­ດີ ອາ­ເມ­ລິ­ກາ Donald Trump ໄດ້ສະ­ແດງຄວາມຫວັງວ່າ ຈະລົງນາມສ່ວນໜຶ່ງໃນຂໍ້ຕົກ­ລົງດ້ານການຄ້າກັບ ຈີນ ກ່ອນເວ­ລາຄາດຄະ­ເນ, ແຕ່ບໍ່ສະ­ໜອງ ຂໍ້ມູນ ລະ­ອຽດໃດໆກ່ຽວກັບວັນເວ­ລາລົງນາມ.

ທຸງຊາດ ອາເມລິກາ, ທຸງຊາດຈີນຢູ່ເຫດການທີ່ ປະເທດຈີນ (ພາບ: TTXVN) 
      ວັນທີ 28 ຕຸ­ລາ, ອາ­ເມ­ລິ­ກາ ປະ­ຕິ­ເສດຄວາມຮຽກ­ຮ້ອງຂອງ ຈີນທີ່ສະ­ເໜີ ອົງ­ການການຄ້າໂລກ (WTO) ອະ­ນຸ­ຍາດໃຫ້ລົງ­ໂທດ ໂຕ້ຕອບຄືນ ອາ­ເມ­ລິ­ກາດ້ວຍພາ­ສີອາ­ກອນທີ່ມີມູນຄ່າ 2,4 ຕື້ USD ຍ້ອນ ວໍຊິງຕັນ ບໍ່ປະບັດຕາມຄຳຕັດ­ສິນຂອງ WTO ທີ່ກ່ຽວ­ຂ້ອງເຖິງ­ການຮ້ອງຟ້ອງກ່ຽວກັບພາ­ສີຕ້ານການຂາຍບຸບລາ­ຄາໃນສະ­ໄໝທ່ານ Barack Obama ດຳ­ລົງຕຳ­ແໜ່ງເປັນປະທານາທິບໍ­ດີ. ເຈົ້າໜ້າ­ທີ່ດ້ານການຄ້າ ໃຫ້ຮູ້ວ່າ ອາ­ເມ­ລິ­ກາ ໄດ້ຄັດຄ້ານຄຳຕັດ­ສິນຂອງອົງ­ການແກ້ໄຂການຂັດແຍ່ງ (DSB) ຂຶ້ນກັບ WTO ໃນວັນທີ 28 ຕຸ­ລາ ຢ່າງເປັນທາງການ. ຕາມນັ້ນ­ແລ້ວ, ວໍຊິງຕັນ ໄດ້ຄັດ­ຄ້ານເລື່ອງຈີນຊອກຫາວີທີການຈັດວາງພາ­ສີລົງ­ໂທດສຳ­ລັບສິນ­ຄ້າຂອງ ອາ­ເມ­ລິ­ກາທີ່ມີມູນຄ່າ 2,4 ຕື້ USD, ພ້ອມທັງ ສະ­ເໜີແນະບັນ­ຫາດັ່ງ­ກ່າວເຖິງສານ ກຳອະນຸຍາໂທຕຸລາການ WTO.
 (ແຫຼ່ງຄັດຈາກ VOV)

ຮ່າງ​ເອ​ກະ​ສານກອງ​ປະ​ຊຸມ​ໃຫຍ່​​ຄັ້ງ​ທີ XIVຂອງພັກ: ຂີດ​ໝາຍ​ບັນ​ດາ​ຜົນ​ສຳ​ເລັດ​ດ້ານ​ເສດ​ຖະ​ກິດ

ຮ່າງ​ເອ​ກະ​ສານກອງ​ປະ​ຊຸມ​ໃຫຍ່​​ຄັ້ງ​ທີ XIVຂອງພັກ: ຂີດ​ໝາຍ​ບັນ​ດາ​ຜົນ​ສຳ​ເລັດ​ດ້ານ​ເສດ​ຖະ​ກິດ

ຮ່າງເອກະສານຕີລາຄາ 5 ປີແຫ່ງການປະຕິບັດຍຸດທະສາດພັດທະນາເສດຖະກິດ - ສັງຄົມ 10 ປີ 2021 – 2030” ຍື່ນສະເໜີຕໍ່ກອງປະຊຸມໃຫຍ່ຄັ້ງທີ XIVຂອງພັກ, ໃຫ້ຂໍສັງເກດວ່າ: ໃນສະພາບການໂລກມີການຜັນແປຫຼາຍຢ່າງ, ໂລກລະບາດ, ໄພທຳມະຊາດເກີດຂຶ້ນຢ່າງວຸ້ນວາຍ, ພື້ນຖານເສດຖະກິດຫວຽດນາມໃນໄລຍະ 5 ປີ 2021 – 2025 ຍັງບັນລຸໄດ້ບັນດາໝາກຜົນສຳຄັນແລະພົ້ນເດັ່ນ. ບັນດາໝາກຜົນຮອບດ້ານນັ້ນແມ່ນກຳລັງໜູນເພື່ອໃຫ້ຫວຽດນາມປະຕິບັດເປົ້າໝາຍການເຕີບໂຕບັນລຸລະດັບ 2 ຕົວເລກໃນໄລຍະ 2026 – 2030 ແລະກາຍເປັນປະເທດພັດທະນາມີລາຍຮັບສູງໃນປີ 2045.

Top