• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ອາເມລິກາຖະແຫຼງວ່າຈະຈັດການຊ້ອມຮົມດ້ານການທະຫານພ້ອມກັບອາຊຽນໃນປີ 2019

      ວັນທີ 07 ມີນາ, ພົນເຮືອເອກ Philip Davidson, ຜູ້ບັນຊາການທະຫານປາຊີຟິກຂອງອາເມລິກາ ໄດ້ຢືນຢັນຄຳໝັ້ນສັນຍາຂອງອາເມລິກາ ສຳລັບພາກພື້ນ ແລະ ໃຫ້ຮູ້ວ່າ ຈະຈັດການຊ້ອມຮົບຮ່ວມພ້ອມກັບກອງທັບເຮືອບັນດາປະເທດອາຊຽນ ໃນປີ 2019.
 
ພົນເຮືອເອກ Philip Davidson ຢືນຢັນວ່າ, ອາເມລິກາ ມີຄວາມຮັບຮູ້ຢ່າງຈະແຈ້ງໃນການເພີ່ມທະວີບັນດາການເຄື່ອນໄຫວດ້ານການທະຫານຢ່າງຜິດກົດໝາຍຢູ່ທະເລຕາເວັນອອກ. ພົນເຮືອເອກ Philip Davidson ເນັ້ນໜັກວ່າ: “ຄວນມີປະຕິກິລິຍາສາກົນສຳລັບບັນດາການເຄື່ອນໄຫວດັ່ງກ່າວ, ບົນພື້ນຖານຄວາມເປັນລະບຽບຮຽບຮ້ອຍໂດຍອີງໃສ່ກົດໝາຍສາກົນ, ຮັບປະກັນຄວາມເສລີໃນການເດີນທະເລ ແລະ ການບິນຢູ່ທະເລຕາເວັນອອກ”.
        ເພື່ອຮັກສາຄວາມໝັ້ນຄົງຢູ່ພາກພື້ນ ຕໍ່ໜ້າບັນດາສິ່ງທ້າທາຍໃນປະຈຸບັນ, ທ່ານ Davidson ໄດ້ຍົກສູງບົດບາດຂອງອາຊຽນ, ຢືນຢັນວ່າ ບັນດາປະເທດອາຊຽນ ມີກຳລັງແຮງບັນລຸລະດັບວັດທະນາຖາວອນ, ຄວາມໝັ້ນຄົງ ແລະ ສະກັດກັ້ນບັນດາການປະທະກັນເມື່ອສາມັກຄີກັນ. ທ່ານຊີ້ແຈ້ງວ່າ: ອາເມລິກາ ແລະ ອາຊຽນ ແບ່ງປັນຄວາມເຄົາລົບຕໍ່ກົດໝາຍສາກົນ ແລະ ແກ້ໄຂບັນດາການຂັດແຍ້ງກັນໂດຍສັນຕິວິທີ ແລະ ຢືນຢັນວ່າ, ກອງທັບເຮືອອາເມລິກາ ໄດ້ ແລະ ພວມສືບຕໍ່ສົມທົບກັບບັນດາປະເທດຄູ່ຮ່ວມມືໃນການຮັບມືກັບບັນດາສິ່ງທ້າທາຍດ້ານຄວາມໝັ້ນຄົງຢູ່ທະເລ.
 (ແຫຼ່ງຄັດຈາກ VOV)

ມະ​ຫາ​ວິ​ທະ​ຍາ​ໄລ​ບໍ່​ແຮ່ - ທໍ​ລະ​ນີ​ສາດ ຕ້ອງ​ເປັນ​ເຈົ້າ​ເຕັກ​ໂນ​ໂລ​ຢີ​ສຳຫຼວດລົງ​ເລິກໃຕ້​ດິນ​, ບືນ​ຕົວ​ອອກ​ໄປ​ສູ່ທະ​ເລ​ໃຫຍ່

ມະ​ຫາ​ວິ​ທະ​ຍາ​ໄລ​ບໍ່​ແຮ່ - ທໍ​ລະ​ນີ​ສາດ ຕ້ອງ​ເປັນ​ເຈົ້າ​ເຕັກ​ໂນ​ໂລ​ຢີ​ສຳຫຼວດລົງ​ເລິກໃຕ້​ດິນ​, ບືນ​ຕົວ​ອອກ​ໄປ​ສູ່ທະ​ເລ​ໃຫຍ່

ທ່ານ​ປະ​ທານ​ສະ​ພາ​ແຫ່ງ​ຊາດ ສະ​ເໜີ​ການ​ນຳ, ພະ​ລັກ​ງານ, ຄູ​ສອນ ແລະ ນັກ​ສຶກ​ສາ ຂອງ​ໂຮງ​ຮຽນ​ຢຶດ​ໝັ້ນ​ປ່ຽນ​ແປງ​ການ​ສຶກ​ສາ​ມະ​ຫາ​ວິ​ທະ​ຍາ​ໄລ​ໂດຍ​ພື້ນ​ຖານ ແລະ ຮອບ​ດ້ານ; ຍົກ​ສູງ​ຄຸນ​ນະ​ພາບ​ໃນ​ການ​ບຳ​ລຸງ​ສ້າງ​ຕາມ​ມາດ​ຖານ​ສາ​ກົນ​ຢ່າງ​ແທ​້​ຈິງ.

Top