• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ອາເມລິກາຊ່ວຍໜູນຫວຽດນາມເພີ່ມທະວີກຳລັງຄວາມສາມາດທາງດ້ານລັດຖະບານເອເລັກໂຕນິກ

      ຕອນບ່າຍວັນທີ 13 ຕຸລາ,ຢູ່ຮ່າໂນ້ຍ, ໄດ້ດຳເນີນພິທີລົງນາມໃນບົດບັນທຶກຊ່ວຍຈຳລະຫວ່າງຫ້ອງວ່າການລັດຖະບານ ແລະ ອົງການພັດທະນາສາກົນ ອາເມລິກາ (USAID) ກ່ຽວກັບການຜັນຂະຫຍາຍກອບຂໍ້ຕົກລົງຍຸດທະສາດໂຄງການສ້າງຄວາມສາມາດໃນຂົງເຂດ ລັດຖະບານເອເລັກໂຕນິກຂອງຫວຽດນາມ

USAID ໝັ້ນໝາຍຊ່ວຍໜູນຫວຽດນາມເພີ່ມທະວີກຳລັງຄວາມສາມາດທາງດ້ານລັດຖະບານເອເລັກໂຕນິກ
      ຕາມນັ້ນແລ້ວ, USAID ຈະຊ່ວຍໜູນຫ້ອງວ່າການລັດຖະບານ ຊຸກຍູ້ການປະຕິຮູບລະບຽບການບໍລິຫານ, ເພີ່ມທະວີການສົມທົບລະຫວ່າງບັນດາຂະແໜງການຢູ່ຫວຽດນາມ, ຍົກສູງລັກສະນະຄວາມໂປ່ງໃສ ແລະ ສືບຕໍ່ພັດທະນາປະຕູຖານບໍລິການແຫ່ງຊາດ. ທ່ານລັດຖະມົນຕີ, ຫົວໜ້າຫ້ອງວ່າການລັດຖະບານຫວຽດນາມ ມາຍຕຽນຢຸງ ຊີ້ແຈ້ງວ່າ :
     “ຫ້ອງວ່າການລັດຖະບານ ແລະ ບັນດາກະຊວງ ຂະແໜງການຂອງຫວຽດນາມສະເໜີສະຖານທູດ ອາເມລິກາ ກໍຄືບັນດາອົງການພັດທະນາສາກົນຂອງ ອາເມລິກາສືບຕໍ່ໃຫ້ການຮ່ວມມືຢ່າງແໜ້ນແຟ້ນກັບຫວຽດນາມ. ຕາມນັ້ນແລ້ວ, ພວກເຮົາຈະເລັ່ງໃສ່ບັນຫາການປະຕິຮູບ, ພິເສດແມ່ນການປະຕິຮູບທາງດ້ານລະບຽບການບໍລິຫານ ເພື່ອສ້າງໃຫ້ມີສະພາບແວດລ້ອມແຫ່ງການດຳເນີນທຸລະກິດ ແລະ ຄວາມສາມາດແກ່ງແຍ້ງຂອງຫວຽດນາມໃຫ້ນັບມື້ນັບດີຂຶ້ນ ”
(ແຫຼ່ງຄັດຈາກ VOV)
 

ທ່ານນາຍົກລັດຖະມົນຕີຮຽກຮ້ອງຊຸກຍູ້ ການລົງທຶນຂອງລັດໃຫ້ກາຍເປັນກຳລັງເສີມຂະຫຍາຍ

ທ່ານນາຍົກລັດຖະມົນຕີຮຽກຮ້ອງຊຸກຍູ້ ການລົງທຶນຂອງລັດໃຫ້ກາຍເປັນກຳລັງເສີມຂະຫຍາຍ

ທ່ານນາຍົກ ໄດ້ຊີ້ແຈ້ງວ່າການປ່ອຍເງິນຂອງລັດ ປີ 2025 ມີບາດກ້າວພັດທະນາ. ໃນ 8 ເດືອນ ທີ່ຜ່ານມາ, ການປ່ອຍເງິນທຶນລົງທຶນຂອງລັດ ບັນລຸໄດ້ 46 % ຕາມແຜນທີ່ນາຍົກໄດ້ມອບໃຫ້, ເພີ່ມຂຶ້ນ 6% ເມື່ອທຽບໃສ່ໄລຍະດຽວກັນຂອງປີກາຍ.

Top