• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ອາເມລິກາຈະດຳເນີນທົດລອງສະກັດລູກສອນໄຟຂອງສປປ.ເກົາຫຼີ

ອາ​ເມ​ລິ​ກາ​ຈະ​ດຳ​ເນີ​ນ​ທົດ​ລອງ​​ສະ​ກັດ​ລູກ​ສອນ​ໄຟ​ຂອງ​ສ​ປ​ປ.ເກົ​າ​ຫຼີ
(ພາບ​ປະ​ກອບ: GETTY IMAGES)
       ທຳ​ນຽບ 5 ແຈ່​ຫາກໍ່​ແຈ້ງ​ໃຫ້​ຊາບວ່າ, ອາ​ເມ​ລິ​ກາ ຈະ​ດຳ​ເນີນ​ການ​ທົ​ດ​ລອງ​ໃຫຍ່ 2 ຄັ້ງ​ໃນ​ເດືອນ 05 ກ່ຽວ​ກັບ​ຄວາມ​ສາ​ມາດ​ຍິງ​​ສະ​ກັດບັນ​ດາ​ລູກ​ສອນ​ໄຟ​​ທີ່​ໄດ້​ຍິງ​ຈາກ ສ​ປ​ປ.ເກົ​າ​ຫຼີ. ເຈົ້າ​ໜ້າ​ທີ່​ປ້ອງ​ກັນ​ປະ​ເທດ​ອາ​ເມ​ລິ​ກາ ໃຫ້​ຮູ້​ວ່າ, ບັນ​ດາ​ກໍ​ລະ​ນີ​ຍິງ​ທົ​ດ​ລອງ​ຢູ່ ມະ​ຫາ​ສະ​ມຸດ​ປາ​ຊີ​ຟິກ ແມ່ນ​ສ່ວນ​ໜຶ່ງ​ໃນ​ໂຄງ​ການ​ປ້ອງ​ກັນ​ລູກ​ສອນ​ໄຟ​ນຳ​ວິ​ຖີ ທີ່​ໄດ້​ຮັບ​ການ​ສ້າງ​ຕັ້ງ​ມາ​ແຕ່​ດົນ​ນານ​ແລ້ວ​ຂອງ​ອາ​ເມ​ລິ​ກາ, ແຕ່​ໄລ່​ມາ​ຮອດ​ຈຸດ​ເວ​ລານີ້, ພວມ​ມຸ່ງ​ໄປ​ເຖິງ​ການ​ຮັບ​ປະ​ກັນ​ໃຫ້ ວໍ​ຊິງ​ຕັນ ສາ​ມາດ​ປ້ອງ​ກັນ​ຕົວ​ຕໍ່​ໄພ​ນາບ​ຂູ່​ຈາກ​ສ​ປ​ປ.ເກົາ​ຫຼີ.
        ໃນ​ເຫດ​ການ​ທີ່​ກ່ຽວ​ຂ້ອງ, ທ່ານ​ປະ​ທາ​ນາ​ທິ​ບໍ​ດີ​ອາ​ເມ​ລິ​ກາ Donald Trump ກໍ່​ຊົມ​ເຊີຍ​ບັນ​ດາ​ການ​ກະ​ທຳອັບ​ຕັ້ງ​ໜ້າ “ທີ່ບໍ່​ເຄີຍມ​ີ​ມາ​ກ່ອນ​’ ຂອງ​ຈ​ີນ ໃນ​ໄລ​ຍະ​ມໍ່ໆ​ມານີ້​ທີ່​ກ່ຽວ​ຂ້ອງ​ເຖິງ​ສ​ປ​ປ.ເກົາ​ຫຼີ, ໃນ​ນັ້ນ​ມີ​ການ​ຢຸດ​ຕິ​ການ​ນຳ​ເຂົ້າ​ຖ່ານ​ຫີນ​ຈາກ​ສ​ປ​ປ.ເກົາ​ຫຼີ, ເຄົາ​ລົບ​ບັນ​ດາ​ຄຳ​ສັ່ງ​ລົງ​ໂທດ​ຂອງ​ສ​ະ​ຫະ​ປະ​ຊາ​ຊາດ.
 (ແຫຼ່ງຄັດຈາກ VOV)

ທ່ານເລຂາທິການໃຫຍ່ ໂຕເລິມ ເຂົ້າຮ່ວມງານສະແດງສິລະປະ ຈົດຈຳຄຳສັ່ງສອນຂອງປະທານ ໂຮ່ຈີມິນ - ສຽງທະຫານເຄື່ອນທັບດັງກ້ອງ

ທ່ານເລຂາທິການໃຫຍ່ ໂຕເລິມ ເຂົ້າຮ່ວມງານສະແດງສິລະປະ “ຈົດຈຳຄຳສັ່ງສອນຂອງປະທານ ໂຮ່ຈີມິນ - ສຽງທະຫານເຄື່ອນທັບດັງກ້ອງ”

ບັນດາຜູ້ແທນໄດ້ຮັບຊົມບັນດາຮູບພາບກ່ຽວກັບຜົນງານທີ່ພົ້ນເດັ່ນໃນໄລຍະ 10 ປີແຫ່ງການປະຕິບັດຄຳສັ່ງເລກທີ 05 ຂອງກົມການເມືອງ ກ່ຽວກັບການຍູ້ແຮງການຮໍ່າຮຽນ ແລະ ປະຕິບັດຕາມແນວຄິດ, ຄຸນສົມບັດ, ວິຖີຊີວິດຂອງ ປະທານ ໂຮ່ຈີມິນ

Top