• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ອາຊຽນ ເພີ່ມທະວີການຮ່ວມມືແນໃສ່ຊຸກຍູ້ການຫັນເປັນດີຈີຕອນ

ພາຍຫລັງດຳເນີນກອງປະຊຸມມາເປັນເວລາ 2 ວັນ, ຕອນບ່າຍວັນທີ 25 ຕຸລາ, ກອງປະຊຸມລັດຖະມົນຕີກະຊວງຖະແຫຼງຂ່າວ ແລະ ສື່ສານ ອາຊຽນ ຄັ້ງທີ 19 (TELMIN 19) ແລະ ບັນດາກອງປະຊຸມທີ່ກ່ຽວຂ້ອງໄດ້ອັດລົງຢູ່ນະຄອນຫລວງ ວຽງຈັນ. 
ຄະນະຜູ້ແທນ ຫວຽດນາມ ໂດຍທ່ານຮອງລັດຖະມົນຕີກະຊວງຖະແຫຼງຂ່າວ ແລະ ສື່ສານ ຫງວຽນແທ່ງຮຶງ ນຳໜ້າໄດ້ມີບັນດາການເຄື່ອນໄຫວທັງຢູ່ໃນ ແລະ ນອກກອງປະຊຸມ.

ອາຊຽນ ເພີ່ມທະວີການຮ່ວມມືແນໃສ່ຊຸກຍູ້ການຫັນເປັນດີຈີຕອນ (ພາບ: ຫວຽດນາມ+)

 ດ້ວຍຫົວຂໍ້ວ່າ “ສ້າງການເຊື່ອມຈອດທີ່ທັນສະໄໝ ເພື່ອການຫັນເປັນດີຈີຕອນຂອງ ອາຊຽນ”, ທີ່ກອງປະຊຸມ, ບັນດາລັດຖະມົນຕີໄດ້ປຶກສາຫາລື ແລະ ຢັ້ງຢືນຄວາມຕັດສິນໃຈໃນການຊຸກຍູ້ການຜັນຂະຫຍາຍບັນດາຂໍ້ລິເລີ່ມ, ລາຍການຮ່ວມມືແນໃສ່ຊຸກຍູ້ການຫັນເປັນດີຈີຕອນຂອງ ອາຊຽນ. ກອງປະຊຸມກໍ່ໄດ້ພິຈາລະນາຮັບຮອງເອົາບັນດາໂຄງການ, ລາຍການຮ່ວມມືລະອຽດໄລຍະປີ 2020 – 2021, ໃນນັ້ນ ກຳນົດບັນດາຂົງເຂດບຸລິມະສິດ ເພື່ອໃຫ້ແຕ່ລະປະເທດເປັນເຈົ້າພາບຈັດຕັ້ງ ແລະ ຮັບຜິດຊອບການຜັນຂະຫຍາຍ, ແບ່ງປັນໝາກຜົນກັບບັນດາປະເທດໃນພາກພື້ນ. ນອກຈາກລາຍການເຮັດວຽກພາຍໃນແລ້ວ, ກອງປະຊຸມກໍ່ໄດ້ເຮັດວຽກກັບແຕ່ລະປະເທດຄູ່ຮ່ວມມືຄື: ຈີນ, ຍີ່ປຸ່ນ, ສ.ເກົາຫຼີ, ອິນເດຍ, ອາເມລິກາ, ຄະນະກຳມະການ ເອີຣົບ ແລະ ສະຫະພັນໂທລະຄົມມະນາຄົມສາກົນ (ITU) ແລະ ຮັບຮອງເອົາບັນດາໂຄງການ, ການເຄື່ອນໄຫວຮ່ວມມືປີ 2020 ໃນນັ້ນ ສຸມໃສ່ບັນດາຂົງເຂດຮ່ວມມືແລກປ່ຽນນະໂຍບາຍ ແລະ ຄຸ້ມຄອງ ICT, ພັດທະນາແຫຼ່ງຊັບພະຍາກອນມະນຸດ, ຊຸກຍູ້ການປ່ຽນແປງໃໝ່ປະດິດຄິດສ້າງ ແລະ ຮັບຮອງເອົາບັນດາເທັກໂນໂລຢີໃໝ່, ຍົກສູງກຳລັງຄວາມສາມາດຮ່ວມມືຕໍ່ຄວາມສ່ຽງກ່ຽວກັບຄວາມປອດໄພທາງເຄືອຂ່າຍອິນເຕີແນັດ.
(ແຫຼ່ງຄັດຈາກ VOV)

ທ່ານ​ເລ​ຂາ​ທິ​ການ​ໃຫຍ່ ໂຕ​ເລິມ ເຂົ້າ​ຮ່ວມກອງ​ປະ​ຊຸມໃຫຍ່​ອົງ​ຄະ​ນະ​ພັກ​ຕາ​ແສງ ເຫງ້ຍ​ຈູ, ແຂວງ​ຮຶງ​ອຽນ

ທ່ານ​ເລ​ຂາ​ທິ​ການ​ໃຫຍ່ ໂຕ​ເລິມ ເຂົ້າ​ຮ່ວມກອງ​ປະ​ຊຸມໃຫຍ່​ອົງ​ຄະ​ນະ​ພັກ​ຕາ​ແສງ ເຫງ້ຍ​ຈູ, ແຂວງ​ຮຶງ​ອຽນ

ຕອນເຊົ້າວັນທີ 14 ກໍລະກົດ, ຢູ່ແຂວງ ຮຶງອຽນ, ທ່ານເລຂາທິການໃຫຍ່ ໂຕເລິມ ໄດ້ ເຂົ້າຮ່ວມ ແລະ ຊີ້ນຳຢູ່ກອງປະຊຸມໃຫຍ່ ຜູ້ແທນອົງຄະນະພັກຄັ້ງທີ 1 ຕາແສງ ເຫງ້ຍຈູ ອາຍຸການ 2025 – 2030.

Top