• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ອາຊຽນ ມຸ່ງໄປເຖິງການປະກັນຊີວິດສັງຄົມໃນສະພາບການປະຕິວັດ 4.0

      ກອງປະຊຸມໄດ້ຮັບການຈັດຕັ້ງໃນສະພາບລະບົບປະກັນຊີວິດສັງຄົມ ອາຊຽນ ພວມກ້າວເຂົ້າສູ່ໄລຍະພັດທະນາໃໝ່ດ້ວຍບັນດາກາລະໂອກາດ ແລະ ສິ່ງທ້າທາຍຍ້ອນຜົນກະທົບຈາກການປະຕິວັດອຸດສາຫະກຳ 4.0

ທ່ານ ຫວູດຶກດາມ ກ່າວຄຳເຫັນທີ່ກອງປະຊຸມ 
      ວັນທີ 18 ກັນຍາ ປີ 2018, ຢູ່ນະຄອນ ຍາຈາງ, ແຂວງ ແຄ໋ງຮ່ວາ, ໄດ້ຈັດຕັ້ງພິທີໄຂກອງປະຊຸມຄະນະບໍລິຫານງານສະຫະສະມາຄົມປະກັນຊີວິດສັງຄົມ ອາຊຽນຄັ້ງທີ 35 (ASSA) ຢ່າງສົມກຽດ. ດ້ວຍຫົວຂໍ້ວ່າ “ກາລະໂອກາດ ແລະ ສິ່ງທ້າທາຍຂອງລະບົບປະກັນຊີວິດສັງຄົມພາກພື້ນ ອາຊຽນ ໃນສະພາບການປະຕິວັດອຸດສາຫະກຳ 4.0 ແລະ ຄວາມເສລີໃນການຍົກຍ້າຍຄົນງານ”, ກອງປະຊຸມມີການເຂົ້າຮ່ວມຂອງທ່ານຮອງນາຍົກລັດຖະມົນຕີ ຫວູດຶກດາມ, ຜູ້ຕາງໜ້າຂອງອົງການປະກັນຊີວິດສັງຄົມທີ່ເປັນສະມາຊິກ 20 ອົງການໂດຍມາຈາກ 10 ປະເທດສະມາຊິກ ອາຊຽນ, ຜູ້ຕາງໜ້າການນຳບັນດາອົງການສາກົນສະຫະສະມາຄົມປະກັນຊີວິດສັງຄົມສາກົນ (ISSA), ອົງການແຮງງານສາກົນ (ILO), ທະນາຄານໂລກ (WB).
        ກອງປະຊຸມໄດ້ຮັບການຈັດຕັ້ງໃນສະພາບລະບົບປະກັນຊີວິດສັງຄົມ ອາຊຽນ ພວມກ້າວເຂົ້າສູ່ໄລຍະພັດທະນາໃໝ່ດ້ວຍບັນດາກາລະໂອກາດ ແລະ ສິ່ງທ້າທາຍຍ້ອນຜົນກະທົບຈາກການປະຕິວັດອຸດສາຫະກຳ 4.0 ແລະ ວິວັດການຍົກຍ້າຍຄົນງານໃນພາກພື້ນຢ່າງເສລີ. ສິ່ງດັ່ງກ່າວໄດ້ຮຽກຮ້ອງໃຫ້ ASSA ຄວນມີວິທີການສຳຜັດຢ່າງມີຫົວຄິດປະດິດສ້າງ, ມີວິໄສທັດຍາວນານເພື່ອແນໃສ່ເສີມຂະຫຍາຍທ່າແຮງກ່ຽວກັບບົດຮຽນ ແລະ ເຕັກໂນໂລຊີຂອງບັນດາອົງການສະມາຊິກ.
        ໂດຍຕາງໜ້າໃຫ້ແກ່ລັດຖະບານ ຫວຽດນາມ ກ່າວຄຳເຫັນທີ່ກອງປະຊຸມ, ທ່ານຮອງນາຍົກລັດຖະມົນຕີ ຫວູດຶກດາມ ສະແດງຄວາມເຫັນວ່າ:
        ຂ້າພະເຈົ້າມີຄວາມປະທັບໃຈກ່ຽວກັບຫົວຂໍ້ກອງປະຊຸມປີນີ້. ພວກເຮົາລ້ວນແຕ່ຮູ້ວ່າ, ກອງປະຊຸມ WEF ASEAN 2018 ທີ່ຈັດຕັ້ງຫວ່າງແລ້ວນີ້ ດ້ວຍຫົວຂໍ້ການປະຕິວັດອຸດສາຫະກຳ 4.0 . ຜ່ານເວທີປາໄສນັ້ນ, ບັນດາການນຳ ແລະ ບັນດາຜູ້ແທນໄດ້ສະຫງວນເວລາແລກປ່ຽນກ່ຽວກັບບັນດາກາລະໂອກາດ ແລະ ສິ່ງທ້າທາຍເຊິ່ງການປະຕິວັດດັ່ງກ່າວນຳມາໃຫ້.
        ສ່ວນທ່ານ ສຸຣາເດັດ ຫວະລີຕິຄຸນ, ເລຂາທິການໃຫຍ່ສະຫະສະມາຄົມປະກັນຊີວິດສັງຄົມແຫ່ງປະເທດ ໄທ, ປະທານ ASSA ຄົນປະຈຸບັນ, ເຊື່ອໝັ້ນວ່າ:
        ດ້ວຍນ້ຳໃຈຮ່ວມມື ແລະ ກໍ່ຄືບັນດາຄວາມມານະພະຍາຍາມລວມຂອງບັນດາສະມາຊິກ, ພວກຂ້າພະເຈົ້າພວມມານະພະຍາຍາມຊຸກຍູ້ປະກັນຊີວິດສັງຄົມ. ພວກເຮົາຄວນມີຍຸດທະສາດໃໝ່ເພື່ອປັບຕົວກັບສະພາບການໃໝ່. ຢູ່ປະເທດຕ່າງໆໄດ້ຫັນລະບຽບການບໍລິຫານເປັນງ່າຍດາຍເພື່ອສ້າງຄວາມກະຈ່າງແຈ້ງ ແລະ ພວກເຮົາກໍ່ຕ້ອງສ້າງກອບນິຕິກຳເພື່ອອັບເດັດ ແລະ ປັບຕົວກັບສະພາບການໃໝ່ໃຫ້ດີທີ່ສຸດ.
 (ແຫຼ່ງຄັດຈາກ VOV)

10 ເຫດການທ່ີພົ້ນເດັ່ນ ຂອງ ໂລກ ໃນປີ 2025 ໂດຍສໍານັກຂ່າວສານ ຫວຽດນາມ ເປັນຜູ້ຄັດເລືອກ

10 ເຫດການທ່ີພົ້ນເດັ່ນ ຂອງ ໂລກ ໃນປີ 2025 ໂດຍສໍານັກຂ່າວສານ ຫວຽດນາມ ເປັນຜູ້ຄັດເລືອກ

ຂໍເປັນກຽດ ນຳສະເໜີ 10 ເຫດການ ທີ່ພົ້ນເດັ່ນທີ່ສຸດຂອງ ໂລກ ໃນປີ 202ຸ5 ໂດຍສໍານັກຂ່າວສານ ຫວຽດນາມ ເປັນຜູ້ ຄັດເລືອກ:

Top