• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ອາຊຽນ,ຈີນສຳເລັດແຜ່ນຮ່າງທຳອິດໃຫ້ COC

(ພາບ​ປະ​ກອບ: AFP/TTXVN)
      ສຳ​ນັກ​ຂ່າວ​ສານ Kyodo ໄດ້​ຄັດສະ​ເໜີ​ບັນ​ດາ​ແຫຼ່ງ​ຂ່າວ​ການ​ທູດ​ອາ​ຊຽນ ​ໂດຍໃຫ້​ຮູ້​ວ່າ, ວັນ​ທີ 30/03, ວົງ​ການ​ເຈົ້າ​ໜ້າ​ທີ່​ຂັ້ນ​ສູງ​ອາ​ຊຽນ ແລະ ຈີນ ໄດ້​ຮຽບ​ຮຽງ​ແຜນ​ຮ່າງ​​ທຳ​ອິດ​ກ່ຽວ​ກັບ​ກອບ​ກົດ​ໝາຍ​ໃຫ້ກົດແຫ່ງ​ການ​ປະ​ພຶດ​ຂອງ​​ບັນ​ດາຝ່າຍຢູ່​ທະ​ເລ​ຕາ​ເວັນ​ອອກ (COC). ບັນ​ດາ​ເຈົ້າ​ໜ້າ​ທີ່​ອາ​ຊຽນ ແລະ ຈີນ ຈະ​ນຳແຜນ​ຮ່າງ​ດັ່ງ​ກ່າວ​ກັບ​ຄືນເມືອ​ປະ​ເທດ ແລະ ​ຈະສືບ​ຕໍ່​ປຶກ​ສາ​ຫາ​ລື​ກ່ຽວ​ກັບ​ເອ​ກະ​ສານນີ້​ທີ່ກອງ​ປະ​ຊຸມ​ວົງ​ການ​ເຈົ້າ​ໜ້າ​ທີ່​ຂັ້ນ​ສູງ​ຢູ່​ຈີນ ໃນ​ເດືອນ 05 ຈະ​ມາ​ເຖິງ. ເນື້ອ​ໃນ​ຂອງ​​ແຜນຮ່າງ​ບໍ່​ໄດ້​ເປີດເຜີຍ​ເທື່ອ.
        ອາ​ຊຽນ ແລະ ຈີນ ເລີ່ມ​ຕົ້ນ​ຈັດ​ບັນ​ດາ​ການ​​ປຶກ​ສາ​ຫາ​ລື​ເພື່ອ​ສ້າງ ແລະ ສຳ​ເລັດ COC ນັບ​ແຕ່​ປີ 2010. 2 ຝ່າຍ​ໄດ້​ວາງ​ຄາດ​ໝາຍ​ສຳ​ເລັດ​ແຜນ​ຮ່າງຂອງ COC ​ໃນ​ກາງ​ປີ 2017.
 (ແຫຼ່ງຄັດຈາກ VOV)

ການ​ສົ່ງ​ອອກ​ເຄື່ອງເອ​ເລັກ​ໂຕ​ນິກ​ມຸ່ງ​ໄປ​ເຖິງ​ເປົ້າ​ໝາຍບັນ​ລຸ​ 145 ຕື້ USD

ການ​ສົ່ງ​ອອກ​ເຄື່ອງເອ​ເລັກ​ໂຕ​ນິກ​ມຸ່ງ​ໄປ​ເຖິງ​ເປົ້າ​ໝາຍບັນ​ລຸ​ 145 ຕື້ USD

ໃນສະພາບການພູມສາດການເມືອງ ແລະ ເຕັກໂນໂລຢີທົ່ວໂລກ ມີການປ່ຽນແປງຢ່າງລຽນຕິດນັ້ນ, ຫວຽດນາມ ພວມຫັນປ່ຽນຈາກ “ໂຮງງານຜະລິດ” ກາຍເປັນສູນນະວັດຕະກໍາເຕັກໂນໂລຢີສູງຂອງພາກພື້ນ” ເທື່ອລະກ້າວ. ດ້ວຍວົງເງິນສົ່ງອອກເຄື່ອງເອເລັກໂຕນິກບັນລຸກວ່າ 125 ຕື້ USD ໃນປີ 2024 ແລະ ທ່າອຽງພວມເຕີບໂຕຢ່າງວ່ອງໄວ, ພ້ອມກັບການປະກົດຕົວຂອງສູນຄົ້ນຄວ້າ ແລະ ພັດທະນາ (R&D) ຕ່າງປະເທດທີ່ນັບມື້ນັບຫຼາຍ, ຫວຽດນາມ ພວມມຸ່ງໄປເຖິງເປົ້າໝາຍ ສົ່ງອອກເຄື່ອງເອເລັກໂຕນິກໃຫ້ບັນລຸ 145 ຕື້ USD.

Top