• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ອັດງານມະຫາກຳກິລາລະດູແລ້ງ-Olympic2016

ພາບປະກອບ
      ພາຍຫຼັງ​ແຂ່ງຂັນ​ຢ່າງ​ຟົດ​ຟື້ນ ​ແລະ ດຶງ​ດູດ​ເປັນ​ເວລາ 16 ວັນ, ຕອນ​ເຊົ້າ​ວັນ​ທີ 22/8 (ຕາມ​​ເວລາ ຮ່າ​ໂນ້ຍ), ພິທີ​ອັດ​ງານ​ມະຫາ​ກຳ​ກິລາ​ລະດູ​ແລ້ງ 2016 (Olympic 2016) ​ໄດ້​ຮັບ​ການຈັດ​ຕັ້ງ​ຢູ່​ສະໜາມກິລາ Maracana ນະຄອນ Rio de Janeiro, ປະ​ເທດ ບຣາຊິນ. ກໍ່​ເຊັນ​ດຽວ​ກັບ​ພິທີ​ເປີດ​ກ່ອນ​ນີ້​ກ່ວາ​ໜຶ່ງ​ອາທິດ, ອີກ​ເທື່ອ​ໜຶ່ງ​ຜູ້​​ຊົ​ມ​ໄດ້​​​ເຫັນ​ປະຈັກ​ຕາ​ງານ​ບຸນ​ດົນຕີ​ທີ່​ເຕັມ​ໄປ​ດ້ວຍ​ຄວາມທີ່​ປະ​ທັບ​ໃຈ, ​ດ້ວຍສີສັນ ​ອາ​ເມ​ລິກາ​ໃຕ້, ​ໂຄສະນາ​ສີສັນ ບຣາຊິນ. ພິທີ​ອັດ​ທາງ​ການ​​ເລີ່​ມຕົ້ນ​ດ້ວຍ​ການ​ເດີນ​ຂະ​ບວນ ​ແລະ ສົ່ງ​ອຳ​ລາ​ທຸງຂອງ 207 ຄະນະ​ກິລາ​ທີ່ມາ​ຈາກ​ບັນດາ​ປະ​ເທດ ​ແລະ ​ເຂດ​ແຄ້ວ​ນ​ເຂົ້າ​ຮ່ວມ Olympic ​ຄັ້ງ​ທຳ​ອິດ​ໃນ ດິນ​ແດນ​ອາ​ເມ​ລິກາ​ໃຕ້. ຈາກ​ນັ້ນ​ແມ່ນ​ບັນດາ​ເນື້ອ​ໃນ​ສຳຄັນ​ຂອງພິທີ​ອັດ​ຂອງ Olympic, ນັ້ນ​ແມ່ນ​ທຸງ​ Olympic ​ຖືກ​ມອບ​ໃຫ້​ໂຕ​ກຽວ - ນະຄອນ​ເປັນ​ປະທານ​ເຫດການ​ນີ້​ໃນປີ 2020.
        Olympic Rio 2016 ຖືກ​ອັດ​ລົງ​ດ້ວຍ​ການ​ນຳ​ໜ້າ​ຂອງ​ຄະນະ​ນັກ​ກິລາ ອາ​ເມ​ລິ​ກາ ດ້ວຍ​ຫຼຽນ 121 ຫຼຽນ, ​ໃນ​ນັ້ນມີຫຼຽນ​ຄຳ 46 ຫຼຽນ. ດ້ວຍ​ຫຼຽນຄຳ​ໜຶ່ງ​ຫຼຽນ ​ແລະ ຫຼຽນ​ເງິນ​ໜຶ່ງຫຼຽນ​ຂອງ ນັກ​ຍິງ​ປືນ ຮ່ວາງ​ຊວນ​ວີ​ງ, ຄະນະ​ນັກ​ກິລາ ຫວຽດນາມ ​ໄດ້​ປະສົບ​ຜົນສຳ​ເລັດ​ທີ່​ສຸດ​ໃນ​ປະຫວັດສາດ​ແຫ່ງ​ການ​ເຂົ້າ​ຮ່ວມ​ງານ​ມະຫະກຳ Olympic ​ແລະ ຖືກ​ຈັດ​ອັນ​ດັບ 48 ​ໃນຈຳນວນ​ຄະນະ​ນັກ​ກິລາ​ເຂົ້າ​ຮ່ວມ​ການ​ແຂ່ງຂັນ.
 (ແຫຼ່ງຄັດຈາກ VOV)

10 ເຫດການທ່ີພົ້ນເດັ່ນ ຂອງ ໂລກ ໃນປີ 2025 ໂດຍສໍານັກຂ່າວສານ ຫວຽດນາມ ເປັນຜູ້ຄັດເລືອກ

10 ເຫດການທ່ີພົ້ນເດັ່ນ ຂອງ ໂລກ ໃນປີ 2025 ໂດຍສໍານັກຂ່າວສານ ຫວຽດນາມ ເປັນຜູ້ຄັດເລືອກ

ຂໍເປັນກຽດ ນຳສະເໜີ 10 ເຫດການ ທີ່ພົ້ນເດັ່ນທີ່ສຸດຂອງ ໂລກ ໃນປີ 202ຸ5 ໂດຍສໍານັກຂ່າວສານ ຫວຽດນາມ ເປັນຜູ້ ຄັດເລືອກ:

Top