• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ອັດກອງປະຊຸມຄັ້ງທີ 40 ຂອງສະພາສິດທິມະນຸດສະຫະປະຊາຊາດ

      ໃນລະຫວ່າງວັນທີ 21 – 22 ມີນາ, ທີ່ສຳນັກງານສະຫະປະຊາຊາດຢູ່ ເຊີແນວ, ປະເທດ ສະວິດ, ສະພາສິດທິມະນຸດສະຫະປະຊາຊາດໄດ້ດຳເນີນບັນດາວາລະປຶກສາຫາລືສຸດທ້າຍ, ຮັບຮອງເອົາມະຕິ 29 ສະບັບໃນກອງປະຊຸມນັດສາມັນຄັ້ງທີ 40. 
            ໃນການເຮັດວຽກມາເປັນເວລາ 4 ອາທິດ, ສະພາສິດທິມະນຸດໄດ້ປຶກສາຫາລືບັນດາບັນຫາທີ່ກ່ຽວຂ້ອງເຖິງສິດຂອງເດັກນ້ອຍ, ຄົນພິການ, ສິດມີເຮືອນຢູ່, ສິດສະບຽງອາຫານ ພ້ອມດ້ວຍບັນດາບັນຫາອື່ນໆ. ທາງສະພາກໍ່ໄດ້ພິຈາລະນະສະພາບການສິດທິມະນຸດຢູ່ບາງປະເທດຄື: ມຽນມາ, ສປປ.ເກົາຫຼີ, ຊີຣີ, ຊູດັງໃຕ້, ອີຣານ…ແລະ ປຶກສາຫາລືບັນດາມາດຕະການ ເພີ່ມທະວີການໜູນຊ່ວຍດ້ານເຕັກນິກໃຫ້ແກ່ບັນດາປະເທດສາທາລະນະລັດ ປະຊາທິປະໄຕ ກົງໂກ, ຢູແກຼນ, ມາລີ…
        ທີ່ກອງປະຊຸມ, ຄະນະຜູ້ແທນ ຫວຽດນາມ ໄດ້ຕັ້ງໜ້າປະກອບສ່ວນສ້າງເນື້ອໃນຫລາຍຢ່າງເຂົ້າໃນຮ່າງມະຕິ, ເຂົ້າຮ່ວມເປັນຜູ້ສະໜັບສະໜູນຊ 3 ມະຕິກ່ຽວກັບສິດສະບຽງອາຫານ, ສິດວັດທະນະທຳ ແລະ ຜົນກະທົບຈາກໜີ້ຕ່າງປະເທດ ແລະ ບັນດາການຜູກມັດດ້ານການເງິນສາກົນອື່ນສຳລັບເລື່ອງໄດ້ຊົມໃຊ້ສິດທິມະນຸດ.
 (ແຫຼ່ງຄັດຈາກ VOV)

ພັດ​ທະ​ນາ​ອຸດ​ສາ​ຫະ​ກຳ​ປ້ອງ​ກັນ​ຊາດ​ຕາມ​ທິດ​ເປັນ​ເຈົ້າ​ການ, ສ້າງ​ຄວາມ​ເຂັ້ມ​ແຂງ​ດ້ວຍ​ຕົນ​ເອງ ແລະ ທັນ​ສະ​ໄໝ

ພັດ​ທະ​ນາ​ອຸດ​ສາ​ຫະ​ກຳ​ປ້ອງ​ກັນ​ຊາດ​ຕາມ​ທິດ​ເປັນ​ເຈົ້າ​ການ, ສ້າງ​ຄວາມ​ເຂັ້ມ​ແຂງ​ດ້ວຍ​ຕົນ​ເອງ ແລະ ທັນ​ສະ​ໄໝ

ທ່ານເລຂາທິການໃຫຍ່ ໂຕເລິມ ໃຫ້ຮູ້ວ່າເພື່ອປະຕິບັດບັນດາເປົ້າໝາຍສ້າງກອງທັບປະຊາຊົນ ຫວຽດນາມປະຕິວັດ, ເປັນກຳລັງຫຼວງ, ຍອດຢ້ຽມ, ທັນສະໄໝ, ພັກ, ລັດມີຄວາມເອົາໃຈໃສ່ເປັນພິເສດເຖິງການກໍ່ສ້າງ, ພັດທະນາຂະແໜງອຸດສາຫະກຳປ້ອງກັນຊາດ.

Top