• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ອັດກອງປະຊຸມຄັ້ງທີ5,ຄະນະປະຈຳສະພາແຫ່ງຊາດ

ວາ​ລະ​ອັດ​ກອງ​ປະ​ຊຸມ
          ພາຍ​ຫຼັງ​ເຮັດ​ວຽກ​ມາ​ເປັນ​ເວ​ລາ 3 ວັນ ດ້ວຍເນື້ອ​ໃນ​ສຳ​ຄັນຫຼາຍ​ຢ່າງ, ຕອນ​ເຊົ້າ​ວັນ​ທີ 22/12, ຄະ​ນະ​ປະ​ຈຳ​ສະ​ພາ​ແຫ່ງ​ຊາດ ໄດ້​ອັດ​ກອງ​ປະ​ຊຸມ​​ຄັ້ງ​ທີ 5, ຊຸດ​ທີ 14. ກ່າວ​ຄຳ​ເຫັນ​ທີ່​ພິ​ທີ​ອັດ, ທ່ານນາງ ຫງວຽນ​ທິ​ກິມ​ເງິນ, ປະ​ທານ​ສະ​ພາ​ແຫ່ງ​ຊາດ ໄດ້​ເນັ້ນ​ໜັກ​ວ່າ: ວາ​ລະ​ປະ​ຊຸມ​ສິ້ນ​ສຸດ​ລົງ​ດ້ວຍ​ປະ​ລິ​ມານ​ວຽກ​ງານ​ອັນ​ໃຫຍ່ຫຼວງ. ບັນ​ດາ​ສະ​ມາ​ຊິກ​ຂອງ​ຄະ​ນະ​ປະ​ຈຳ​ສະ​ພາ​ແຫ່ງ​ຊາດ ໄດ້​ປະ​ກອ​ບ​ຄຳ​ເຫັນ ກ່ຽວ​ກັບ​ໝາກ​ຜົນ​ຂອງກອ​ງ​ປະ​ຊຸມ​ສະ​ໄໝ​ສາ​ມັນ​ເທື່ອ​ທີ 2 ແລະ ເລີ່ມ​ກະ​ກຽມ​ກອງ​ປະ​ຊຸມ​ສະ​ໄໝ​ສາ​ມັນ​ຄັ້ງ​ທີ 3, ສະ​ພາ​ແຫ່ງ​ຊາດ ຊຸດ​ທີ 14. ຄະ​ນະ​ປະ​ຈຳ​ສະ​ພາ​ແຫ່ງ​ຊາດເຊິ່ງ​ໄດ້ກໍ່​ໄດ້​ປະ​ກອ​ບ​ຄຳ​ເຫັນ​ກ່ຽວ​ກັບຮ່າງ​ມະ​ຕິ 2 ສະ​ບັບ​ຂອງ​ຄະ​ນະ​ປະ​ຈຳ​ສະ​ພາ​ແຫ່ງ​ຊາດ​ກຳ​ນົດ​ກ່ຽວ​ກັບ​​ຮູບ​ການ ແລະ ເຕັກ​ນິກ​​ໃນ​ການ​ຍື່ນ​ສະ​ເ​ໜີເອ​ກະ​ສານ​​ນິ​ຕິ​ກຳ​ຂອງ​ສະ​ພາ​ແຫ່ງ​ຊາດ, ຄະ​ນະ​ປະ​ຈຳ​ສະ​ພາ​ແຫ່ງ​ຊາດ, ປະ​ທານ​ປະ​ເທດ, ການ​ປະ​ກ​າດ​ໃຊ້​ຂໍ້​ກຳ​ນົດກົດ​ລະ​ບຽບ​ກ່ຽວ​ກັບລະ​ບຽບ​ການ​ດຳ​ເນີນ​ບາງ​ເນື້ອ​ໃນ​ກ່ຽວ​ຂ້ອງ​ເຖິງ​ການ​ເຄື່ອນ​ໄຫວ​ຕິດ​ຕາມກວດ​ກາ​ຂອງ​ສະ​ພາ​ແຫ່ງ​ຊາດ, ຄະ​ນະ​ປະ​ຈຳ​ສະ​ພາ​ແຫ່ງ​ຊາດ, ຄະ​ນະ​ ສ​ສ​ຊ.
        ຕອນ​ເຊົ້າ​ວັນ​ທີ 22/12, ບັນ​ດາ​ສະ​ມາ​ຊິກ​ຂອງ​ຄະ​ນະ​ປະ​ຈຳ​ສະ​ພາ​ແຫ່ງ​ຊາດ​ໄດ້​ປຶກ​ສາ​ຫາ​ລື​ປະ​ກອບ​ຄຳ​ເຫັນ​ກ່ຽວ​ກັບ​ການ​ຈັດ​ແບ່ງ​ເງິນ​ລົງ​ທຶນ​ໃຫ້​ບັນ​ດາ​ໂຄງ​ການ​ຂອງ​ອົງ​ການກວດ​ສອບ​ແຫ່ງ​ລັດ​ໄລ​ຍະ 2017 – 2020 ແລະ ແຜນ​ການ​ຂອ​ງ​ອົງ​ການກວດ​ສອບ​ແຫ່ງ​ລັດ​ກ່ຽວ​ກັບ​ລະ​ບອບ​ເງິນ​ເດືອນ…
(ແຫຼ່ງຄັດຈາກ VOV)

ຫວຽດ​ນາມ ຍູ້​ແຮງ​ການ​ພົວ​ພັນ​ຕ່າງ​ປະ​ເທດ​ສອງ​ຝ່າຍ​ຢູ່ AMM-58

ຫວຽດ​ນາມ ຍູ້​ແຮງ​ການ​ພົວ​ພັນ​ຕ່າງ​ປະ​ເທດ​ສອງ​ຝ່າຍ​ຢູ່ AMM-58

ເນື່ອງໃນໂອກາດເຂົ້າຮ່ວມກອງປະຊຸມລັດຖະມົນຕີການຕ່າງປະເທດ ອາຊຽນ ຄັ້ງທີ 58 ຢູ່ Kuala Lumpur (ມາເລເຊຍ), ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດ ຫວຽດນາມ ບຸຍແທັງເຊີນ ໄດ້ພົບປະກັບທ່ານລັດຖະມົນຕີການຕ່າງປະເທດ ບັນດາປະເທດ ຍີ່ປຸ່ນ, ຈີນ, ສະວິດ.

Top