• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ອະນຸສາວະລີມິດຕະພາບ ຫວຽດນາມ - ກຳປູເຈຍ ແມ່ນພະຍານຫຼັກຖານແຫ່ງນ້ຳໃຈມິດຕະພາບທີ່ເປັນມູນເຊື້ອອັນດີງາມລະຫວ່າງ 2 ປະເທດ

      ວັນທີ 20 ຕຸລາ, ກຳປູເຈຍ ໄດ້ຈັດຕັ້ງພິທີເປີດສະຫຼອງອະນຸສາວະລີມິດຕະພາບ ຫວຽດນາມ - ກຳປູເຈຍ ຢູ່ນະຄອນ Kep, ແມ່ນນະຄອນທະເລທີ່ມີຄວາມສະຫງົບສຸກ ຕັ້ງຢູ່ແຄມທະເລອ່າວໄທ, ເມືອງເອກຂອງແຂວງ Kep. 

ອະນຸສາວະລີມິດຕະພາບ ຫວຽດນາມ - ກຳປູເຈຍ
      ນີ້ແມ່ນອະນຸສາວະລີມິດຕະພາບແຫ່ງທີ 11 ໄດ້ກໍ່ສ້າງ ແລະ ເປີດສະຫຼອງຕາມການຊີ້ນຳຂອງທ່ານນາຍົກລັດຖະມົນຕີ ກຳປູເຈຍ Samdech Techo Hunsen ແລະ ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວນຟຸກ.
       ເລື່ອງກໍ່ສ້າງ ແລະ ເປີດສະຫຼອງອະນຸສາວະລີ ແມ່ນແນໃສ່ເພື່ອອາໄລຫາ ແລະ ສະແດງຄວາມຮູ້ ຄຸນອັນໃຫຍ່ຫລວງຂອງບັນດານັກຮົບອາສາສະໝັກ ຫວຽດນາມ ແລະ ນັກຮົບຮັກຊາດ ກຳປູເຈຍ ທີ່ໄດ້ເສຍສະຫຼະເລືອດເນື້ອ ເພື່ອປົດປ່ອຍປະເທດຊາດ ແລະ ປະຊາຊົນ ກຳປູເຈຍ ຫລຸດພົ້ນອອກຈາກໄພດັບສູນເຊື້ອຊາດ. ອະນຸສາວະລີແມ່ນສັນຍາລັກແຫ່ງນ້ຳໃຈມິດຕະພາບລະຫວ່າງກອງທັບ ແລະ ປະຊາຊົນ 2 ປະເທດໄດ້ພ້ອມກັນສາມັກຄີ, ຮຽງບ່າຮຽງໄຫລ່ປົດປ່ອຍ ແລະ ຟື້ນຟູປະເທດ ກຳປູເຈຍ ທີ່ມີການພັດທະນາຄືທຸກວັນນີ້.
 (ແຫຼ່ງຄັດຈາກ VOV)

ເລ​ຂາ​ທິ​ການ​ໃຫຍ່ ໂຕ​ເລິມ: ຕອບ​ບຸນ​ແທນ​ຄຸນ ແມ່ນ​ນະ​ໂຍ​ບາຍ​ໃຫຍ່, ເປັນ​ສຽງ​ເວົ້າ​ຈາກ​ຫົວ​ໃຈ

ເລ​ຂາ​ທິ​ການ​ໃຫຍ່ ໂຕ​ເລິມ: “ຕອບ​ບຸນ​ແທນ​ຄຸນ” ແມ່ນ​ນະ​ໂຍ​ບາຍ​ໃຫຍ່, ເປັນ​ສຽງ​ເວົ້າ​ຈາກ​ຫົວ​ໃຈ

ວຽກງານ “ຕອບບຸນແທນຄຸນ”, “ກິນເຂົ້າຄິດຮອດຄຸນນາ, ກິນປາຄິດຮອດຄຸນນ້ຳ” ບໍ່ພຽງແຕ່ແມ່ນນະໂຍບາຍໃຫຍ່ເທົ່ານັ້ນ, ຫາກຍັງແມ່ນສຽງເວົ້າຈາກຫົວໃຈ, ຄວາມຮັບຜິດຊອບດ້ານການເມືອງ, ຫຼັກສິນທຳຂອງທັງລະບົບການເມືອງ ແລະ ທົ່ວສັງຄົມ.

Top