• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ອະນຸສັນຍາປັບປຸງສັນຍາຄູ່ຮ່ວມມືຮອບດ້ານ ອາຊຽນ - ຍີ່ປຸ່ນ ເລີ່ມມີຜົນສັກສິດຢູ່ 6 ປະເທດ

      ຫວຽດນາມ ໄດ້ໃຫ້ສັດຕະຍາບັນອະນຸສັນຍາສະບັບທີ 1 ເພື່ອປັບປຸງ AJCEP ເມື່ອວັນທີ 26 ມິຖຸນາ, ໃນຂະນະທີ່ຍີ່ປຸ່ນ ໄດ້ສຳເລັດການໃຫ້ສັດຕະຍາບັນເອກະສານນີ້ໃນເວລາກ່ອນໜ້ານີ້ 2 ອາທິດ.           
      ວັນທີ 01 ສິງຫາ, ອະນຸສັນຍາສະບັບທີ 1 ເພື່ອປັບປຸງສັນຍາຄູ່ຮ່ວມມືຮອບດ້ານ ອາຊຽນ - ຍີ່ປຸ່ນ (AJCEP) ໄດ້ມີຜົນສັກສິດຢ່າງເປັນທາງການຢູ່ ຍີ່ປຸ່ນ ແລະ  5 ປະເທດ ອາຊຽນ ຄື ລາວ, ມຽນມາ, ສິງກະໂປ, ໄທ ແລະ ຫວຽດນາມ. ນີ້ແມ່ນບັນດາປະເທດທີ່ໄດ້ສຳເລັດບັນດາລະບຽບການນິຕິກຳຢູ່ພາຍໃນປະເທດເພື່ອໃຫ້ສັດຕະຍາບັນເອກະສານນີ້.
            ຫວຽດນາມ ໄດ້ໃຫ້ສັດຕະຍາບັນອະນຸສັນຍາສະບັບທີ 1 ເພື່ອປັບປຸງ AJCEP ເມື່ອວັນທີ 26 ມິຖຸນາ, ໃນຂະນະທີ່ຍີ່ປຸ່ນ ໄດ້ສຳເລັດການໃຫ້ສັດຕະຍາບັນເອກະສານນີ້ໃນເວລາກ່ອນໜ້ານີ້ 2 ອາທິດ. ຕາມການຄາດຄະເນແລ້ວ,  AJCEP ສະບັບປັບປຸງ ຈະມີຜົນສັກສິດຢູ່ 5 ປະເທດຍັງເຫຼືອໃນ ອາຊຽນ, ລວມມີ ບຣູໄນ, ກຳປູເຈຍ, ອິນໂດເນເຊຍ, ມາເລເຊຍ ແລະ ຟີລິບປິນ, ພາຍຫຼັງທີ່ປະເທດເຫຼົ່ານີ້ສຳເລັດລະບຽບການນິຕິກຳພາຍໃນປະເທດ ເພື່ອໃຫ້ສັດຕະຍາບັນເອກະສານນີ້.
 (ແຫຼ່ງຄັດຈາກ VOV)

4 ເດືອນ​ປະ​ຕິ​ບັດ​ຮູບ​ແບບ​ອຳ​ນາດ​ການ​ປົກ​ຄອງ 2 ຂັ້ນ: ບັນ​ດາ​ບາດ​ກ້າວ​ຫັນ​ປ່ຽນ​ທຳ​ອິດ ແລະ ການ​ກຳ​ນົດ​ທິດ​ໃຫ້​ແກ່ໄລຍະ​ທາງ​ຕໍ່​ໄປ

4 ເດືອນ​ປະ​ຕິ​ບັດ​ຮູບ​ແບບ​ອຳ​ນາດ​ການ​ປົກ​ຄອງ 2 ຂັ້ນ: ບັນ​ດາ​ບາດ​ກ້າວ​ຫັນ​ປ່ຽນ​ທຳ​ອິດ ແລະ ການ​ກຳ​ນົດ​ທິດ​ໃຫ້​ແກ່ໄລຍະ​ທາງ​ຕໍ່​ໄປ

ພາຍຫຼັງເວລາ 4 ເດືອນທີ່ຜັນຂະຫຍາຍ ຮູບແບບອຳນາດການປົກຄອງ 2 ຂັ້ນ, ຫວຽດນາມ ບັນລຸໄດ້ບັນດາຜົນສຳເລັດໃນເບື້ອງຕົ້ນ ໃນການຈັດຕັ້ງຮູບແບບບໍລິຫານຄືນໃໝ່. ໄລຍະເວລານີ້ໄດ້ສະແດງໃຫ້ເຫັນວິທີກົງຈັກດັດປັບຕໍ່ການປ່ຽນແປງ, ວິທີ ປຊຊ ຮັບຮູ້ ແລະ ສິ່ງສຳຄັນກວ່າແມ່ນຮູບແບບນີ້ພວມເປີດການກຳນົດທິດໃຫ້ແກ່ໄລຍະທາງຕໍ່ໄປ.

Top