• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ອະດີດນາຍົກລັດຖະມົນຕີ Park Geun hye ຖືກຈັບຕົວ

ອະດີດນາຍົກລັດຖະມົນຕີ Park Geun hye ຖືກຈັບຕົວ
(ພາບ: THX/ TTXVN)
      ຮຸ່ງ​ເຊົ້າ​ວັນ​ທີ 31/03, ທ່ານ​ນາງ​ອະ​ດີດ​ປະ​ທາ​ນາ​ທິ​ບໍ​ດີ​ສ.ເກົາ​ຫ​ຼີ Park Geun hye ຖືກ​ຈັບ​ຕົວ​ໃນ​ການ​ສືບ​ສວນ​ກ່ຽວ​ກັບ​​ເຫດ​ສັບ​ສົນ​ດ້ານ​ການ​ເມືອງ​​ຂອງ​ປະ​ເທດນີ້ ເຮັດ​ໃຫ້​ທ່ານ​ນາງ​ຖືກ​ປົດ​ຕຳ​ແໜ່ງ. ພາຍ​ຫຼັງ​ການ​ສອບ​ຖາມ​ທີ່​ແກ່​ຍາວ​ໃນ​ວັນ​ທີ 30/03, ສານ​​ເມືອງ ໃຈ​​ກາງເຊີ​​ອຸ່ນ ໄດ້​ໃຫ້ສັດ​ຕະ​ຍາ​ບັນ​ອອກ​ຄຳ​ສັ່ງ​ຈັບ​ຕົວ​ທ່ານ​ນາງ Park Geun hye ດ້ວຍ​ບັນ​ດາ​​ກ່າວ​ຫາ​ຄື: ​ຮັບສິນ​ບົນ, ສວຍ​ໃຊ້​ສິດ​ອຳ​ນາດ ແລະ ​ເປີດເຜີຍຄວາມ​ລັບ​ຂອງ​ລັດ​ຖະ​ບານ. ທ່ານ​ນາງ Park Geun hye ຖືກ​ປົດ​ຕຳ​ແໜ່ງ​ປະ​ທາ​ນາ​ທິ​ບໍ​ດີ ຕາມ​ຄຳ​ຕັດ​ສິນ​ຂອງ​ສານ​ລັດ​ຖະ​ທຳ​ມະ​ນູນ​ສ.ເກົາ​ຫຼີ ເມື່ອ​ວັນ​ທີ 10/03 ຜ່ານ​ມາ. ກຸ່ມນັກ​ໄອ​​ຍະ​ການ​ພິ​ເສດ ໄດ້​ສົ່ງ​ຄຳ​ສະ​ເໜີ​ຂຶ້ນ​ສານ​ເມືອງ​ໃຈ​ກາງ ເຊີ​ອຸ່ນ ​ໃນ​ວັນ​ທີ 27/03 ຂໍຄຳ​ສັ່ງ​ຈັບ​ຕົວ​ທ່ານ​ນາງ.
 (ແຫຼ່ງຄັດຈາກ VOV)

ຫວຽດ​ນາມ ແລະ ເຢຍ​ລະ​ມັນ​ເຊັນຖະ​ແຫຼງ​ການ​ຮ່ວມ​ກ່ຽວ​ກັບ​ການ​ສ້າງ​ຄູ່​ຮ່ວມ​ມື​ພະ​ລັງ​ງານ

ຫວຽດ​ນາມ ແລະ ເຢຍ​ລະ​ມັນ​ເຊັນຖະ​ແຫຼງ​ການ​ຮ່ວມ​ກ່ຽວ​ກັບ​ການ​ສ້າງ​ຄູ່​ຮ່ວມ​ມື​ພະ​ລັງ​ງານ

ບັນດາຂົງເຂດສອງປະເທດໃຫ້ບຸລິມະສິດຮ່ວມມືລວມມີ: ສ້າງນະໂຍບາຍໃຫ້ສົມບູນແບບ, ພັດທະນາພະລັງງານທົດແທນ, ຫັນຂະແໜງໄຟຟ້າເປັນດີຈີຕອນ, ຍົກສູງປະສິດທິຜົນໃນການນຳໃຊ້ພະລັງງານ, ຫັນຕາແໜ່ວງໄຟຟ້າເປັນທັນສະໄໝ.

Top