• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຫ​ໍ​ສະ​ພາ​ແຫ່ງ​ຊາດ ລາວ ຫຼັງໃໝ່: ສັນ​ຍາ​ລັກແຫ່ງ​ນ້ຳ​ໃຈ​ສາ​ມັກ​ຄີ​ລະ​ຫວ່າງ ຫວຽດ​ນາມ - ລາວ

ໃນຂອບເຂດການໄປຢ້ຽມຢາມ ແລະ ເຮັດວຽກຢູ່ ລາວໃນລະຫວ່າງວັນທີ 26 – 29 ກັນຍາ, ທ່ານນາງ ຫງວຽນທິກິມເງິນ ປະທານສະພາແຫ່ງຊາດ ຫວຽດນາມ ແລະ ຄະນະຜູ້ແທນສະພາແຫ່ງຊາດ ຫວຽດນາມ ໄດ້ໄປຢ້ຽມຢາມຫໍສະພາແຫ່ງຊາດລາວຫຼັງໃໝ່, ເຊິ່ງເປັນຂອງຂວັນຈາກພັກ, ລັດ, ລັດຖະບານ ແລະ ປະຊາຊົນ ຫວຽດນາມມອບໃຫ້ ພັກ, ລັດ, ລັດຖະບານ ແລະ ປະຊາຊົນ ລາວ.

ຫໍສະພາແຫ່ງຊາດ ລາວ ຫຼັງໃໝ່ພວມຢູ່ໃນໄລຍະກໍ່ສ້າງ (ພາບ: TTXVN) 

ໂດຍປະຕິບັດກໍ່ສ້າງຢູ່ ເດີ່ນ ທາດຫຼວງ, ໃຈກາງຂອງນະຄອນຫຼວງ ວຽງຈັນ, ຫໍສະພາແຫ່ງຊາດລາວຫຼັງໃໝ່ ແມ່ນໂຄງການທີ່ມີຄວາມໝາຍດ້ານການເມືອງ - ການຕ່າງປະເທດ, ໂດຍແມ່ນສັນຍາລັກຂອງການພົວພັນມິດຕະພາບ ທີ່ເປັນມູນເຊື້ອ, ນ້ຳໃຈສາມັກຄີແບບພິເສດ ແລະ ການຮ່ວມມືຢ່າງຮອບດ້ານລະຫວ່າງ ສອງພັກ, ສອງລັດຖະບານ, ສອງສະພາແຫ່ງຊາດ ແລະ ປະຊາຊົນ ສອງປະເທດ ຫວຽດນາມ - ລາວ.

ໂຄງການຫໍສະພາແຫ່ງຊາດລາວຫຼັງໃໝ່ມີມູນຄ່າການກໍ່ສ້າງຫຼາຍກ່ວາ 100 ລ້ານ USD ໂດຍເປັນອາຄານ 5 ຊັ້ນ ແລະ 1 ຊັ້ນໃຕ້ດິນທີ່ສາມາດບັນຈຸໄດ້ 800 – 1000 ຄົນ. ຫຼັງຈາກກໍ່ສ້າງສຳເລັດ, ຫໍສະພາແຫ່ງຊາດຫຼັງໃໝ່ຂອງ ລາວ ບໍ່ພຽງແຕ່ຮັບປະກັນໄດ້ ທຸກໆ ວຽກງານ, ໜ້າທີ່ຂອງບັນດາການເຄື່ອນໄຫວຂອງສະພາແຫ່ງຊາດໃນໄລຍະກ່ວາ 100 ປີເທົ່ານັ້ນ, ຫາກຍັງປະກອບສ່ວນສຳຄັນເຮັດໃຫ້ການພົວພັນແບບພິເສດລະຫວ່າງ ລາວ - ຫວຽດນາມ ນັບມື້ນັບພັດທະນາກ່ວາເກົ່າອີກດ້ວຍ, ສົມເປັນສັນຍາລັກແຫ່ງການພົວພັນມິດຕະພາບ ແລະ ການຮ່ວມມືຢ່າງຮອບດ້ານລະຫວ່າງສອງພັກ, ສອງລັດ ແລະ ປະຊາຊົນລະຫວ່າງ ສອງປະເທດ ລາວ ແລະ ຫວຽດນາມ ອ້າຍນ້ອງ.

(ແຫຼ່ງຄັດຈາກ VOV)

ໄຂກອງປະຊຸມສະໄໝສາມັນເທື່ອທີ 10 ສະພາແຫ່ງຊາດ ຫວຽດນາມ ຊຸດທີ 15

ໄຂກອງປະຊຸມສະໄໝສາມັນເທື່ອທີ 10 ສະພາແຫ່ງຊາດ ຫວຽດນາມ ຊຸດທີ 15

ຕອນເຊົ້າວັນທີ 20 ຕຸລາ, ຢູ່ຫໍປະຊຸມ ຢຽນຮົ່ງ, ຮ່າໂນ້ຍ, ສະພາແຫ່ງຊາດ ຫວຽດນາມ ໄດ້ໄຂກອງປະຊຸມສະໄໝສາມັນເທື່ອທີ 10, ເຊິ່ງແມ່ນກອງປະຊຸມຄັ້ງສຸດທ້າຍຂອງສະພາແຫ່ງຊາດ ຫວຽດນາມ ຊຸດທີ 15. ກອງປະຊຸມວຽກງານຫຼາຍທີ່ສຸດຂອງ ອາຍຸການ, ຄາດວ່າ ດຳເນີນເປັນເວລາປະມານ 40 ວັນ. ເຂົ້າຮ່ວມວາລະໄຂກອງປະຊຸມ, ມີທ່ານເລຂາທິການໃຫຍ່ພັກກອມມູນິດ ຫວຽດນາມ ໂຕເລິມ, ທ່ານປະທານປະເທດ ເລືອງເກື່ອງ, ທ່ານນາຍົກລັດຖະມົນຕີ ຟ້າມມິນຈິງ ແລະ ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝີ້ນ.

Top