• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຫຼາຍປະເທດຫວັງວ່າ ມຽນມາ ຈະມີສະຖຽນລະພາບໂດຍໄວ

      ທ່ານປະທານາທິບໍດີອາເມລິກາ Joe Biden ໄດ້ຮຽກຮ້ອງໃຫ້ກອງທັບມຽນມາ ຈົ່ງປະລະສິດອຳນາດໂດຍທັນທີ, ພ້ອມທັງອອກຄຳສັ່ງພິຈາລະນາຄືນເລື່ອງຈັດວາງບັນດາມາດຕະການລົງໂທດຄືນໃໝ່.
(ພາບ: REUTERS)
      ພາຍຫຼັງກອງທັບມຽນມາ ຈັບຕົວທ່ານນາງທີ່ປຶກສາແຫ່ງລັດ Aung Sun Suu Kyi, ທ່ານປະທານາທິບໍດີ UWin Myint, ທ່ານລັດຖະມົນຕີກະຊວງການເງິນ ແລະ ແຜນການ Soe Nyunt Lwin ພ້ອມກັບເຈົ້າໜ້າທີ່ບາງທ່ານຂຶ້ນກັບພັກສະຫະພັນແຫ່ງຊາດເພື່ອປະຊາທິປະໄຕ (NLD) ໃນຕອນເຊົ້າວັນທີ 01 ກຸມພາ, ຫຼາຍປະເທດໄດ້ອອກຖະແຫຼງການຫວັງວ່າ ປະເທດຢູ່ອາຊີຕາເວັນອອກສ່ຽງໃຕ້ນີ້ຈະມີສະຖຽນລະພາບໂດຍໄວ.
        ວັນທີ 01 ກຸມພາ, ທ່ານປະທານາທິບໍດີອາເມລິກາ Joe Biden ໄດ້ຮຽກຮ້ອງໃຫ້ກອງທັບມຽນມາ ຈົ່ງປະລະສິດອຳນາດໂດຍທັນທີ, ພ້ອມທັງອອກຄຳສັ່ງພິຈາລະນາຄືນເລື່ອງຈັດວາງບັນດາມາດຕະການລົງໂທດຄືນໃໝ່. ທ່ານປະທານາທິບໍດີ Joe Biden ເນັ້ນໜັກວ່າ, ອາເມລິກາ ຈະສົມທົບກັບບັນດາຄູ່ຮ່ວມມືໃນພາກພື້ນ ແລະ ໂລກ ເພື່ອແນໃສ່ຟື້ນຟູກົດໝາຍ, ກໍຄືຄວາມຮັບຜິດຊອບຂອງບັນດາເປົ້າໝາຍທີ່ກ່ຽວຂ້ອງເຖິງການກໍ່ລັດຖະປະຫານດ້ານການທະຫານຢູ່ ມຽນມາ.
        ສ່ວນກະຊວງການຕ່າງປະເທດຍີ່ປຸ່ນ ສະແດງ “ຄວາມວິຕົກກັງວົນຢ່າງເລິກເຊິ່ງ” ຕໍ່ສະພາບການຢູ່ມຽນມາ, ພ້ອມທັງກະຕຸກຊຸກຍູ້ບັນດາຝ່າຍດຳເນີນວິວັດທະນາການຫັນເປັນປະຊາທິປະໄຕ ແລະ ໄກ່ເກ່ຍປອງດອງຊາດ.
        ໃນຂະນະນັ້ນ, ທ່ານປະທານສະພາເອີລົບ, ປະທານຄະນະກຳມະການເອີລົບ, ນາຍົກລັດຖະມົນຕີອັງກິດ, ໂຄສົກລັດຖະບານຝລັ່ງ ກໍ່ສະແດງຄວາມວິຕົກກັງວົນກ່ຽວກັບສະພາບການຢູ່ມຽນມາ, ພ້ອມທັງຮຽກຮ້ອງໃຫ້ບັນດາຝ່າຍຈົ່ງເຄົາລົບເຈດຈຳນົງຂອງປະຊາຊົນມຽນມາ ເຊິ່ງສະແດງອອກຜ່ານການເລືອກຕັ້ງເມື່ອວັນທີ 08 ພະຈິກ 2020.
(ແຫຼ່ງຄັດຈາກ VOV)

ການ​ສົ່ງ​ອອກ​ເຄື່ອງເອ​ເລັກ​ໂຕ​ນິກ​ມຸ່ງ​ໄປ​ເຖິງ​ເປົ້າ​ໝາຍບັນ​ລຸ​ 145 ຕື້ USD

ການ​ສົ່ງ​ອອກ​ເຄື່ອງເອ​ເລັກ​ໂຕ​ນິກ​ມຸ່ງ​ໄປ​ເຖິງ​ເປົ້າ​ໝາຍບັນ​ລຸ​ 145 ຕື້ USD

ໃນສະພາບການພູມສາດການເມືອງ ແລະ ເຕັກໂນໂລຢີທົ່ວໂລກ ມີການປ່ຽນແປງຢ່າງລຽນຕິດນັ້ນ, ຫວຽດນາມ ພວມຫັນປ່ຽນຈາກ “ໂຮງງານຜະລິດ” ກາຍເປັນສູນນະວັດຕະກໍາເຕັກໂນໂລຢີສູງຂອງພາກພື້ນ” ເທື່ອລະກ້າວ. ດ້ວຍວົງເງິນສົ່ງອອກເຄື່ອງເອເລັກໂຕນິກບັນລຸກວ່າ 125 ຕື້ USD ໃນປີ 2024 ແລະ ທ່າອຽງພວມເຕີບໂຕຢ່າງວ່ອງໄວ, ພ້ອມກັບການປະກົດຕົວຂອງສູນຄົ້ນຄວ້າ ແລະ ພັດທະນາ (R&D) ຕ່າງປະເທດທີ່ນັບມື້ນັບຫຼາຍ, ຫວຽດນາມ ພວມມຸ່ງໄປເຖິງເປົ້າໝາຍ ສົ່ງອອກເຄື່ອງເອເລັກໂຕນິກໃຫ້ບັນລຸ 145 ຕື້ USD.

Top