• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຫຼາຍປະເທດມີຄວາມປະເອີບໃຈຕໍ່ວິວັດທະນາການປອດນິວເຄຼຍໃນແຫຼມເກົາຫຼີ

      ວັນທີ 12 ມິຖຸນາ, ທ່ານນາຍົກລັດຖະມົນຕີສິງກະໂປ ຫຼີິຊຽນຫຼົງ ໄດ້ຊົມເຊີຍທ່ານປະທານາທິບໍດີອາເມລິກາ Donald Trump ແລະ ການນຳສປປ.ເກົາຫຼີ Kim Jong un ໄດ້ສິ້ນສຸດດ້ວຍຜົນສຳເລັດຂອງການພົບປະສຸດຍອດຄັ້ງປະຫວັດສາດ ເຊິ່ງທົ່ວໂລກໄດ້ລໍຄອຍ.

ການນຳອາເມລິກາ ແລະ ສປປ.ເກົາຫຼີ
(ພາບ: Reuters)
      ໃນຈົດໝາຍຊົມເຊີຍທ່ານປະທານາທິບໍດີ Trump ທີ່ເອົາລົງທາງ Facebook, ທ່ານນາຍົກລັດຖະມົນຕີ ຫຼີິຊຽນຫຼົງ ຖືວ່າ, ຖະແຫຼງການຮ່ວມເຊິ່ງ 2 ຝ່າຍໄດ້ລົງນາມແມ່ນບາດກ້າວເປັນໜ້າປະທັບໃຈ. ນີ້ແມ່ນບາດກ້າວສຳຄັນທຳອິດໃນວິວັດທະນາການຍາວນານມຸ່ງໄປເຖິງສັນຕິພາບ ແລະ ສະຖຽນລະພາບຍາວນານໃນແຫຼມເກົາຫຼີ ປອດອາວຸດນິວເຄຼຍ. ທ່ານນາຍົກລັດຖະມົນຕີ ຫຼີິຊຽນຫຼົງ ກໍ່ໄດ້ຝາກຈົດໝາຍໜຶ່ງດ້ວຍເນື້ອໃນທີ່ຄ້າຍຄືກັນເຖິງການນຳ Kim Jong un.
      ໃນຂະນະນັ້ນ, ຜູ້ຕາງໜ້າຂັ້ນສູງຮັບຜິດຊອບນະໂຍບາຍປ້ອງກັນຄວາມສະຫງົບ ແລະການຕ່າງປະເທດຂອງສະຫະພາບເອີລົບ (EU) ທ່ານນາງ Federica Mogherini, ເນັ້ນໜັກວ່າ ກອງປະຊຸມສຸດຍອດອາເມລິກາ - ສປປ.ເກົາຫຼີ ຫາກໍ່ດຳເນີນໄປນັ້ນແມ່ນ “ບາດກ້າວເດີນທີ່ຈຳເປັນ ແລະ ສຳຄັນ”, ໄດ້ຊີ້ໃຫ້ເຫັນເລື່ອງປອດນິວເຄຼຍໃນແຫຼມເກົາຫຼີ ຢ່າງແນ່ນອນ.
      ແລະກໍ່ໃນວັນດຽວກັນ,  ລັດຖະມົນຕີການຕ່າງປະເທດອັງກິດ, ລັດຖະມົນຕີການຕ່າງປະເທດລັດເຊຍ ແລະ ຜູ້ອຳນວຍການໃຫຍ່ອົງການພະລັງງານປະລະມານູສາກົນ ກໍ່ຊົມເຊີຍການພົບປະຄັ້ງສຸດຍອດລະຫວ່າງອາເມລິກາ - ສປປ.ເກົາຫຼີ ແມ່ນບາດກ້າວເດີນຢ່າງຕັ້ງໜ້າ.
 (ແຫຼ່ງຄັດຈາກ VOV)
 

10 ເຫດການທ່ີພົ້ນເດັ່ນ ຂອງ ໂລກ ໃນປີ 2025 ໂດຍສໍານັກຂ່າວສານ ຫວຽດນາມ ເປັນຜູ້ຄັດເລືອກ

10 ເຫດການທ່ີພົ້ນເດັ່ນ ຂອງ ໂລກ ໃນປີ 2025 ໂດຍສໍານັກຂ່າວສານ ຫວຽດນາມ ເປັນຜູ້ຄັດເລືອກ

ຂໍເປັນກຽດ ນຳສະເໜີ 10 ເຫດການ ທີ່ພົ້ນເດັ່ນທີ່ສຸດຂອງ ໂລກ ໃນປີ 202ຸ5 ໂດຍສໍານັກຂ່າວສານ ຫວຽດນາມ ເປັນຜູ້ ຄັດເລືອກ:

Top