• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຫົວ​ໜ້າ​ຄະ​ນະ​ເສດ​ຖະ​ກິດ ສູນ​ກາງ ລົງພົບ​ປະ​ກັບ​ຜູ້​ມີ​ສິດ​ເລືອກ​ຕັ້ງ, ຂົນ​ຂວາຍ​ການ​ເລືອກ​ຕັ້ງ ຢູ່​ແຂວງ ແຄ໊ງ​ຮ່​ວາ

ທີ່ກອງປະຊຸມ, ບັນດາຜູ້ແທນໄດ້ຮັບຟັງ ຜູ້ຕາງໜ້າການນຳຄະນະກຳມະການແນວໂຮມປະເທດຊາດ ຫວຽດນາມ ແຂວງ ແຄ໊ງຮ່ວາ ປະກາດບັນຊີລາຍຊື່ຜູ້ສະໝັກຮັບເລືອກຕັ້ງເປັນສະມາຊິກສະພາແຫ່ງຊາດ ຊຸດທີ XV ຢ່າງເປັນທາງການ ຢູ່ເຂດເລືອກຕັ້ງເລກ 1, ຜ່ານຊີວະປະຫວັດຫຍໍ້ຂອງຜູ້ສະໝັກຮັບເລືອກຕັ້ງແຕ່ລະຄົນ.
ທ່ານ ກຳມະການກົມການເມືອງ, ຫົວໜ້າຄະນະເສດຖະກິດສູນກາງ ເຈິ່ນຕວັນແອັງ  ກ່າວຄຳເຫັນທີ່ການພົບປະ (ພາບ: dangcongsan)

ໃນລະຫວ່າງວັນທີ 5 – 11 ພຶດສະພາ 2021, ຄະນະກຳມະການແນວໂຮມປະເທດຊາດ ຫວຽດນາມ ແຂວງ ແຄ໊ງຮ່ວາ ໄດ້ຈັດການພົບປະກັບຜູ້ມີສິດເລືອກຕັ້ງໃຫ້ແກ່ຜູ້ສະໝັກຮັບເລືອກຕັ້ງເປັນສະມາຊິກສະພາແຫ່ງຊາດຊຸດທີ XV ອາຍຸການ 2021 – 2026. ທ່ານ ກຳມະການກົມການເມືອງ, ຫົວໜ້າຄະນະເສດຖະກິດສູນກາງ ເຈິ່ນຕວັນແອັງ ໄດ້ເຂົ້າຮ່ວມກອງປະຊຸມຢູ່ເຂດເລືອກຕັ້ງເລກ 1, ລວມມີ ເທດສະບານ ນິງຮ່ວາ ແລະ ເມືອງວ້ານນິງ, ແຂວງແຄ໊ງຮ່ວາ.

ທີ່ກອງປະຊຸມ, ບັນດາຜູ້ແທນໄດ້ຮັບຟັງ ຜູ້ຕາງໜ້າການນຳຄະນະກຳມະການແນວໂຮມປະເທດຊາດ ຫວຽດນາມ ແຂວງ ແຄ໊ງຮ່ວາ ປະກາດບັນຊີລາຍຊື່ຜູ້ສະໝັກຮັບເລືອກຕັ້ງເປັນສະມາຊິກສະພາແຫ່ງຊາດ ຊຸດທີ XV ຢ່າງເປັນທາງການ ຢູ່ເຂດເລືອກຕັ້ງເລກ 1, ຜ່ານຊີວະປະຫວັດຫຍໍ້ຂອງຜູ້ສະໝັກຮັບເລືອກຕັ້ງແຕ່ລະຄົນ. ໃນການພົບປະກັບຜູ້ມີສິດເລືອກຕັ້ງ, ຂົນຂວາບການເລືອກຕັ້ງ, ທ່ານ ເຈິ່ນຕວັນແອັງ ໄດ້ສະເໜີເນື້ອໃນໂຄງການດຳເນີນງານຂອງຕົນ. ບາງໜ້າທີ່ຈຸດສຸມ ທີ່ທ່ານ ເຈິ່ນຕວັນແອັງ ໄດ້ກຳນົດນັ້ນແມ່ນ: ເປັນເສນາທິການ, ສະເໜີກັບສູນກາງກ່ຽວກັບການສ້າງທິດທາງ, ແຜນນະໂຍບາຍ, ນະໂຍບາຍໃຫຍ່ ເພື່ອຜົນປະໂຫຍດຂອງປະເທດ, ເພື່ອປະຊາຊົນ ແລະ ນຳເສດຖະກິດຂອງແຂວງ ແຄ໊ງຮ່ວາ ພັດທະນາຢ່າງວ່ອງໄວ ແລະ ຍືນຍົງ.

(ແຫຼ່ງຄັດຈາກ VOV)

ອາ​ເມ​ລິ​ກາ - ເວ​ເນ​ຊູ​ເອ​ລາ ປຶກ​ສາ​ຫາ​ລື​ຄວາມ​ສາ​ມາດ​ເຊື່ອມ​ຕໍ່​ການ​ສົ່ງ​ອອກ​ນ້ຳ​ມັນ​ດິບ

ອາ​ເມ​ລິ​ກາ - ເວ​ເນ​ຊູ​ເອ​ລາ ປຶກ​ສາ​ຫາ​ລື​ຄວາມ​ສາ​ມາດ​ເຊື່ອມ​ຕໍ່​ການ​ສົ່ງ​ອອກ​ນ້ຳ​ມັນ​ດິບ

ຫວ່າງມໍ່ໆມານີ້, ສື່ມວນຊົນ ອາເມລິກາ ໄດ້ໃຫ້ຂ່າວວ່າ, ບັນດາເຈົ້າໜ້າທີ່ ເວເນຊູເອລາ ແລະ ອາເມລິກາ ພວມປຶກສາຫາລືກ່ຽວກັບຄວາມສາມາດເຊື່ອມຕໍ່ການສົ່ງອອກນ້ຳມັນດິບຂອງປະເທດນີ້ໄປຍັງ ອາເມລິກາ.

Top