• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຫົວໜ້າເສນາທິການໃຫຍ່ກອງທັບປະຊາຊົນຫວຽດນາມຕ້ອນຮັບຜູ້ບັນຊາການກອງທັບເຮືອມາເລເຊຍ

      ຕອນບ່າຍວັນທີ 28 ມິຖຸນາ, ຢູ່ຮ່າໂນ້ຍ, ພົນໂທ ຟານວັນຢາງ, ຫົວໜ້າເສນາທິການໃຫຍ່ກອງທັບປະຊາຊົນຫວຽດນາມ, ຮອງລັດຖະມົນຕີກະຊວງປ້ອງກັນປະເທດຫວຽດນາມ ໄດ້ໃຫ້ການຕ້ອນຮັບພົນເຮືອເອກ TanSri Ahmao Kamarul Zaman Bin Hai Ahmad Badaruddin, ຜູ້ບັນຊາການກອງທັບເຮືອມາເລເຊຍ ທີ່ພວມຢ້ຽມຢາມ ແລະ ເຮັດວຽກຢູ່ຫວຽດນາມ.

ຫົວໜ້າເສນາທິການໃຫຍ່ກອງທັບປະຊາຊົນຫວຽດນາມຕ້ອນຮັບຜູ້ບັນຊາການກອງທັບເຮືອມາເລເຊຍ
(ພາບ: qdnd.vn)
      ທີ່ການຕ້ອນຮັບ, ພົນໂທ ຟານວັນຢາງ ຕີລາຄາສູງການຮ່ວມມືລະຫວ່າງກອງທັບເຮືອ 2 ປະເທດໃນໄລຍະຜ່ານມາ; ຢືນຢັນວ່າ, ການພົວພັນດ້ານປ້ອງກັນຊາດ ລະຫວ່າງ 2 ປະເທດ ມີບາດກ້າວພັດທະນາໃໝ່, ບັນລຸປະສິດທິຜົນຢ່າງແທດຈິງ. ເລື່ອງກ່ຳປັ່ນກອງທັບເຮືອ 2 ປະເທດ ຈັດຕັ້ງບັນດາການຢ້ຽມຢາມເຊິ່ງກັນ ແລະ ກັນ ໄດ້ປະກອບສ່ວນເພີ່ມທະວີການຮ່ວມມືລະຫວ່າງກອງທັບເຮືອປະຊາຊົນຫວຽດນາມ ແລະ ກອງທັບເຮືອມາເລເຊຍ ໃຫ້ນັບມື້ນັບພັດທະນາຢ່າງດີງາມ.
      ສ່ວນພົນເຮືອເອກ Ahmad Badaruddin ເຊື່ອໝັ້ນວ່າ, ດ້ວຍບັນດາຜົນງານທີ່ບັນລຸໄດ້ໃນໄລຍະຜ່ານມາ, ການຮ່ວມມືລະຫວ່າງກອງທັບເຮືອ 2 ປະເທດຈະມີບັນດາບາດກ້າວພັດທະນາໃໝ່, ປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນການຮ່ວມມືດ້ານປ້ອງກັນຊາດລະຫວ່າງ 2 ປະເທດໃຫ້ນັບມື້ນັບເຂົ້າສູ່ລວງເລິກ, ມີປະສິດທິຜົນ.
 (ແຫຼ່ງຄັດຈາກ VOV)

10 ເຫດການທ່ີພົ້ນເດັ່ນ ຂອງ ໂລກ ໃນປີ 2025 ໂດຍສໍານັກຂ່າວສານ ຫວຽດນາມ ເປັນຜູ້ຄັດເລືອກ

10 ເຫດການທ່ີພົ້ນເດັ່ນ ຂອງ ໂລກ ໃນປີ 2025 ໂດຍສໍານັກຂ່າວສານ ຫວຽດນາມ ເປັນຜູ້ຄັດເລືອກ

ຂໍເປັນກຽດ ນຳສະເໜີ 10 ເຫດການ ທີ່ພົ້ນເດັ່ນທີ່ສຸດຂອງ ໂລກ ໃນປີ 202ຸ5 ໂດຍສໍານັກຂ່າວສານ ຫວຽດນາມ ເປັນຜູ້ ຄັດເລືອກ:

Top