• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຫົວໜ້າຄະນະຂົນຂວາຍປະຊາຊົນສູນກາງຕ້ອນຮັບຄະນະສູນກາງແນວລາວສ້າງຊາດ

      ຕອນບ່າຍວັນທີ 10 ທັນວາ, ຢູ່ຮ່າໂນ້ຍ, ທ່ານນາງ ເຈືອງທິມາຍ, ຫົວໜ້າຄະນະຂົນຂວາຍປະຊາຊົນສູນກາງ ໄດ້ໃຫ້ການຕ້ອນຮັບຄະນະຜູ້ແທນສູນກາງແນວລາວສ້າງຊາດ.

ທ່ານນາງ ເຈືອງທິມາຍ ຫົວໜ້າຄະນະຂົນຂວາຍປະຊາຊົນສູນກາງຕ້ອນຮັບຄະນະສູນກາງແນວລາວສ້າງຊາດ
(ພາບ: TTXVN)
      ທີ່ການຕ້ອນຮັບ, ທ່ານນາງ ເຈືອງທິມາຍ ຢືນຢັນພຶດຕິກຳຕົວຈິງການຜັນຂະຫຍາຍວຽກງານຂົນຂວາຍປະຊາຊົນ, ຫວຽດນາມ ໄດ້ສຸມໃສ່ເສີມຂະຫຍາຍບົດບາດຂອງປຊາຊົນ, ຂອງທັງລະບົບການເມືອງ, ໃນນັ້ນແນວໂຮມປະເທດຊາດ ແລະ ບັນດາອົງການຈັດຕັ້ງການເມືອງ, ສັງຄົມ ຈາກສູນກາງລົງຮອດທ້ອງຖິ່ນສວມບົດບາດແກ່ນສານ. ຄະນະຂົນຂວາຍປະຊາຊົນສູນກາງໄດ້ສົມທົບກັບລັດຖະບານປະຕິບັດລາຍການ ອຳນາດການປົກຄອງປະຕິບັດວຽກງານຂົນຂວາຍປະຊາຊົນ ດ້ວຍ 6 ເນື້ອໃນຄື: ປະກາດໃຊ້ນະໂຍບາຍ; ຈັດຕັ້ງການປະຕິບັດນະໂຍບາຍ; ພັດທະນາເສດຖະກິດ, ສັງຄົມ, ຮັບປະກັນການປ້ອງກັນຊາດ ປ້ອງກັນຄວາມສະຫງົບ ແລະ ການດຳລົງຊີວິດຂອງປະຊາຊົນ; ຄຸນສົມບັດຂອງລັດຖະກອນ ແລະ ປະຕິຮູບການບໍລິຫານ; ແກ້ໄຂການຮ້ອງທຸກຮ້ອງຟ້ອງຂອງປະຊາຊົນ.
        ສ່ວນທ່ານ ຈັນທະວົງ ແສນອາມາດມົນຕີ, ຮອງປະທານແນວລາວສ້າງຊາດ ປາດຖະໜາວ່າ, ໃນໄລຍະຈະມາເຖິງ, ຫວຽດນາມ ສືບຕໍ່ໜູນຊ່ວຍ, ແບ່ງປັນ, ຖ່າຍຖອດໃຫ້ແກ່ລາວ ບັນດາບົດຮຽນທີ່ດີ, ປະກອບສ່ວນຍົກສູງຄຸນນະພາບການເຄື່ອນໄຫວໃນວຽກງານຂົນຂວາຍປະຊາຊົນຢູ່ລາວ.
 (ແຫຼ່ງຄັດຈາກ VOV)
 

ສື່ມວນ​ຊົນ​ ລາວ: ການ​ຢ້ຽມ​ຢາມ​ທາງ​ລັດ​ຖະ​ກິດ​ຢູ່ ຫວຽດ​ນາມ ຂອງ​ທ່ານ​ປະ​ທານ​ປະ​ເທດ ທອງ​ລຸນ ສີ​ສຸ​ລິດ ປະ​ກອບ​ສ່ວນ​ຮັດ​ແໜ້ນ​ສາຍ​ພົວ​ພັນ​ສອງ​ຝ່າຍ

ສື່ມວນ​ຊົນ​ ລາວ: ການ​ຢ້ຽມ​ຢາມ​ທາງ​ລັດ​ຖະ​ກິດ​ຢູ່ ຫວຽດ​ນາມ ຂອງ​ທ່ານ​ປະ​ທານ​ປະ​ເທດ ທອງ​ລຸນ ສີ​ສຸ​ລິດ ປະ​ກອບ​ສ່ວນ​ຮັດ​ແໜ້ນ​ສາຍ​ພົວ​ພັນ​ສອງ​ຝ່າຍ

ການຢ້ຽມຢາມທາງລັດຖະກິດຢູ່ ຫວຽດນາມ ຂອງທ່ານເລຂາທິການໃຫຍ່, ປະທານປະເທດ ລາວ ທອງລຸນ ສີສຸລິດ ຄັ້ງນີ້ແມ່ນການຢ້ຽມຢາມຕ່າງປະເທດຄັ້ງທຳອິດພາຍຫຼັງໄດ້ຮັບການເລືອກຕັ້ງເປັນເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກປະຊາຊົນປະຕິວັດລາວ ສະໄໝທີ XII ເມື່ອຕົ້ນເດືອນ ມັງກອນ ຜ່ານມາ, ໄດ້ສະແດງໃຫ້ເຫັນລັກສະນະທີ່ມີຊີວິດຊີວາຂອງສາຍພົວພັນແບບພິເສດ ລາວ - ຫວຽດນາມ.

Top