• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຫົວຂໍ້ກອງປະຊຸມເວທີປາໄສເສດຖະກິດໂລກ ກ່ຽວກັບ ASEAN 2018 ແທດຈິງ, ຕອບສະໜອງຄວາມສົນໃຈລວມຂອງບັນດາປະເທດ

      “ASEAN 4.0: ຈິດໃຈວິສາຫະກິດ ແລະ ການປະຕິວັດອຸດສາຫະກຳຄັ້ງທີ 4” ມີຄວາມແທດຈິງທີ່ສຸດ

ກອງປະຊຸມເວທີປາໄສເສດຖະກິດໂລກ ກ່ຽວກັບ ASEAN (WEF ASEAN)
      ວັນທີ 21 ສິງຫາ, ຢູ່ ຮ່າໂນ້ຍ, ກະຊວງການຕ່າງປະເທດ ຫວຽດນາມ ໄດ້ຈັດຕັ້ງການໂອ້ລົມສົນທະນາໂຕະມົນກ່ຽວກັບ ກອງປະຊຸມເວທີປາໄສເສດຖະກິດໂລກ ກ່ຽວກັບ ASEAN (WEF ASEAN).
    ທີ່ການໂອ້ລົມສົນທະນາ, ມີຜູ້ຕາງໜ້າສະຖານທູດບັນດາປະເທດ ແລະ ອົງການຈັດຕັ້ງສາກົນຈຳນວນໜຶ່ງເຂົ້າຮ່ວມ WEF ASEAN ເຊິ່ງໄດ້ຕີລາຄາສູງວຽກງານກະກຽມສຳລັບກອງປະຊຸມ WEF ASEAN 2018 ຂອງຫວຽດນາມ; ເນັ້ນໜັກຫົວຂໍ້ຂອງກອງປະຊຸມ WEF ASEAN ປີນີ້ແມ່ນ “ASEAN 4.0: ຈິດໃຈວິສາຫະກິດ ແລະ ການປະຕິວັດອຸດສາຫະກຳຄັ້ງທີ 4” ມີຄວາມແທດຈິງທີ່ສຸດ, ຕອບສະໜອງຄວາມສົນໃຈລວມຂອງບັນດາປະເທດ ASEAN ແລະ ຫຼາຍປະເທດໃນໂລກ, ພ້ອມທັງຕິດພັນຢ່າງແໜ້ນແຟ້ນກັບຫົວຂໍ້ຂອງ ASEAN ປີນີ້.
    ເມື່ອຕອບສຳພາດນັກຂ່າວ VOV, ທ່ານ ບຸ່ຍແທັງເຊີນ ຮອງລັດຖະມົນຕີຜູ້ປະຈຳກະຊວງການຕ່າງປະເທດ ຫວຽດນາມ, ຫົວໜ້າຄະນະຈັດຕັ້ງກອງປະຊຸມ ເນັ້ນໜັກວ່າ:
    ຫົວຂໍ້ຂອງກອງປະຊຸມ WEF ASEAN ປີນີ້ແມ່ນ “ASEAN 4.0: ຈິດໃຈວິສາຫະກິດ ແລະ ການປະຕິວັດອຸດສາຫະກຳຄັ້ງທີ 4” ໄດ້ຮວມຮ່ວມເອົາບັນຫາເພື່ອທັງຕິດພັນກັບປະຊາຄົມ ASEAN, ທັງຕິດພັນກັບປະຊາຄົມວິສາຫະກິດ ດ້ວຍຫົວຂໍ້ຂອງ WEF. ພວກເຮົາກໍຍົກອອກໄດ້ຫຼາຍເນື້ອໃນໃກ້ຄຽງກັບ ASEAN, ບາງເນື້ອໃນແມ່ນຈຳເປັນທີ່ສຸດ ບໍ່ພຽງແຕ່ສຳລັບ ASEAN ເທົ່ານັ້ນ ແຕ່ຍັງແມ່ນສຳລັບ ຫວຽດນາມ ອີກດ້ວຍ. ພວກເຮົາຈັດຕັ້ງສະເພາະເວທີປາໄສໜຶ່ງກ່ຽວກັບການເລີ່ມທຸລະກິດຢ່າງມີຫົວຄິດປະດິດສ້າງ ນອກຈາກນັ້ນ ພວກເຮົາກໍຈະສະເໜີໃຫ້ WEF ຈັດຕັ້ງເວທີປາໄສສຸດຍອດທຸດລະກິດກ່ຽວກັບ ຫວຽດນາມ ໃນນັ້ນ ປຶກສາຫາລືຫຼາຍບັນຫາກ່ຽວກັບເລື່ອງວິສາຫະກິດ ຫວຽດນາມ ຮັບມືກັບການປະຕິວັດອຸດສາຫະກຳ 4.0 ຄືແນວໃດ”.
 (ແຫຼ່ງຄັດຈາກ VOV)
 

ໄຂກອງປະຊຸມສະໄໝສາມັນເທື່ອທີ 10 ສະພາແຫ່ງຊາດ ຫວຽດນາມ ຊຸດທີ 15

ໄຂກອງປະຊຸມສະໄໝສາມັນເທື່ອທີ 10 ສະພາແຫ່ງຊາດ ຫວຽດນາມ ຊຸດທີ 15

ຕອນເຊົ້າວັນທີ 20 ຕຸລາ, ຢູ່ຫໍປະຊຸມ ຢຽນຮົ່ງ, ຮ່າໂນ້ຍ, ສະພາແຫ່ງຊາດ ຫວຽດນາມ ໄດ້ໄຂກອງປະຊຸມສະໄໝສາມັນເທື່ອທີ 10, ເຊິ່ງແມ່ນກອງປະຊຸມຄັ້ງສຸດທ້າຍຂອງສະພາແຫ່ງຊາດ ຫວຽດນາມ ຊຸດທີ 15. ກອງປະຊຸມວຽກງານຫຼາຍທີ່ສຸດຂອງ ອາຍຸການ, ຄາດວ່າ ດຳເນີນເປັນເວລາປະມານ 40 ວັນ. ເຂົ້າຮ່ວມວາລະໄຂກອງປະຊຸມ, ມີທ່ານເລຂາທິການໃຫຍ່ພັກກອມມູນິດ ຫວຽດນາມ ໂຕເລິມ, ທ່ານປະທານປະເທດ ເລືອງເກື່ອງ, ທ່ານນາຍົກລັດຖະມົນຕີ ຟ້າມມິນຈິງ ແລະ ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝີ້ນ.

Top