• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຫວຽດ​ນາມ - ລາວ ເພີ່ມ​ທະ​ວີ​ການ​ຮ່ວ​ມ​ມື​ລະ​ຫວ່າງ ບັນ​ດາ​ກຳ​ລັງ​ຄຸ້ມ​ຄອງ ແລະ ປ້ອງ​ກັນ​ຊາຍ​ແດນ

ຕອນບ່າຍວັນທີ 8 ກັນຍາ, ທ່ານພົນເອກໂງຊວັນລິກ, ລັດຖະມົນຕີກະຊວງປ້ອງກັນປະເທດຫວຽດນາມ ໄດ້ມີການໂອ້ລົມທາງໂທລະສັບກັບທ່ານພົນເອກ ຈັນສະໝອນ ຈັນຍາລາດ, ລັດຖະມົນຕີກະຊວງປ້ອງກັນປະເທດລາວ. 

ທ່ານພົນເອກໂງຊວັນລິກ, ລັດຖະມົນຕີກະຊວງປ້ອງກັນປະເທດຫວຽດນາມ ໄດ້ມີການໂອ້ລົມທາງໂທລະສັບກັບທ່ານພົນເອກ ຈັນສະໝອນ ຈັນຍາລາດ, ລັດຖະມົນຕີກະຊວງປ້ອງກັນປະເທດລາວ (ພາບ: qdnd.vn

ທີ່ການໂອ້ລົມທາງໂທລະສັບ, ລັດຖະມົນຕີສອງທ່ານໄດ້ເຫັນດີເປັນເອກະພາບສືບຕໍ່ປັບປຸງ, ຍົກສູງປະສິດທິຜົນບັນດາກົນໄກຮ່ວມມື, ເປັນຕົ້ນແມ່ນກົນໄກແລກປ່ຽນນະໂຍບາຍການປ້ອງກັນຊາດຂັ້ນຮອງລັດຖະມົນຕີ, ເພີ່ມທະວີການສົມທົບ, ຮ່ວມມືລະຫວ່າງ ບັນດາກຳລັງ ຄຸ້ມຄອງ ແລະ ປ້ອງກັນເຂດຊາຍແດນລະຫວ່າງສອງປະເທດ ໃນການສະກັດກັ້ນອາດຊະຍາກຳຂ້າມຊາດ, ການຄ້າເຖື່ອນ, ຊື້ຂາຍ ແລະ ຂົນສົ່ງຢາບ້າ, ຢາເສບຕິດ…ສືບຕໍ່ຍູ້ແຮງບັນດາການເຄື່ອນໄຫວລາດຕາເວນ,ກວດກາຢ່າງແໜ້ນແຟ້ນເຂດຊາຍແດນ, ເດັດດ່ຽວສະກັດກັ້ນບັນດາການເຄື່ອນໄຫວເຂົ້າ - ອອກເມືອງທີ່ຜິດກົດໝາຍ, ປະກອບສ່ວນເຂົ້າໃນການສະກັດກັ້ນໂລກລະບາດ Covid – 19 ຢູ່ແຕ່ລະປະເທດ, ເພີ່ມທະວີການຮ່ວມມືກ່ຽວກັບການແບ່ງປັນບົດຮຽນປະສົບການໃນການກໍ່ສ້າງກອງທັບ…ສອງຝ່າຍກໍ່ໄດ້ສະແດງຄວາມສະໜັບສະໜູນເຊິ່ງກັນແລະກັນ ໃນບັນດາເວທີປາໄສຮ່ວມມືປ້ອງກັນຊາດ ຫຼາຍຝ່າຍ ໃນຂອບເຂດອາຊຽນກໍ່ຄືສຳລັບກົນໄກໂດຍອາຊຽນສວມບົດບາດເປັນໃຈກາງ. ສ່ວນທ່ານລັດຖະມົນຕີກະຊວງປ້ອງກັນປະເທດລາວຢັ້ງຢືນວ່າ ສືບຕໍ່ສະໜັບສະໜູນ ແລະ ສົມທົບກັນຢ່າງແໜ້ນແຟ້ນກັບຫວຽດນາມໃນການຮັບບົດບາດເປັນປະທານອາຊຽນໃຫ້ສຳເລັດຜົນ, ໃນນັ້ນມີການສ້າງຕັ້ງສຳເລັດບັນດາການເຄື່ອນໄຫວຈະມາເຖິງ ຄື: ກອງປະຊຸມຜູ້ບັນຊາການປ້ອງກັນປະເທດ ອາຊຽນ, ກອງປະຊຸມ ADMM, ADMM+.
(ແຫຼ່ງຄັດຈາກ VOV)

ຖະ​ແຫຼງຂ່າວໃຫ້​ຕ່າງ​ປະ​ເທດ​ແມ່ນ​ໜຶ່ງ​ໃນ​ບັນ​ດາ​ປັດ​ໄຈ​ຍຸດ​ທະ​ສາດ​ໃນ​ພະ​ລັງ​ງານ​​ແຮງອ່ອນ​ສັງ​ລວມ​ແຫ່ງ​ຊາດ

ຖະ​ແຫຼງຂ່າວໃຫ້​ຕ່າງ​ປະ​ເທດ​ແມ່ນ​ໜຶ່ງ​ໃນ​ບັນ​ດາ​ປັດ​ໄຈ​ຍຸດ​ທະ​ສາດ​ໃນ​ພະ​ລັງ​ງານ​​ແຮງອ່ອນ​ສັງ​ລວມ​ແຫ່ງ​ຊາດ

ພິທີມອບລາງວັນແຫ່ງຊາດກ່ຽວກັບການຖະແຫຼງຂ່າວໃຫ້ຕ່າງປະເທດຄັ້ງທີ XI ປີ 2025 ໄດ້ດຳເນີນໃນຕອນຄ່ຳວັນທີ 12 ທັນວາ, ຢູ່ຮ່າໂນ້ຍ. ເມື່ອກ່າວຄຳເຫັນໃນເຫດການນີ້, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ເນັ້ນໜັກວ່າ ວຽກງານຖະແຫຼງຂ່າວໃຫ້ຕ່າງປະເທດແມ່ນປັດໄຈຍຸດທະສາດໃນກຳລັງແຮງອ່ອນແຫ່ງຊາດ. ທ່ານກໍສະເໜີໃຫ້ສ້າງຖັນແຖວພະນັກງານເຮັດວຽກງານຖະແຫຼງຂ່າວຕ່າງປະເທດ ທີ່ມີຈັນຍາບັນ, ມີພູມປັນຍາຢ່າງຫຼັກແຫຼມ, ມີຫົວຄິດປະດິດສ້າງ, ມີຄວາມຮັບຜິດຊອບ, ມີຄວາມສຸດຈິດສຸດໃຈ, ມີວິໄສທັດ.

Top