• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຫວຽດ​ນາມ - ມິດ​ສະ​ຫາຍ​ຢ່າງ​ແທ້​ຈິງ ຂອງ ສະ​ຫະ​ພັນ​ລັດ​ເຊຍ

ບົດຂຽນໄດ້ຢັ້ງຢືນວ່າ ຫວຽດນາມ ແມ່ນຄູ່ຮ່ວມມືທີ່ມີຄວາມໄວ້ເນື້ອເຊື່ອໃຈ ຂອງ ສະຫະພັນ ລັດເຊຍ ບໍ່ພຽງແຕ່ໃນຍຸກສະໄໝສະຫະພາບ ໂຊຫວຽດ ເມື່ອກ່ອນເທົ່ານັ້ນ ຫາກຍັງໃນປັດຈຸບັນອີກດ້ວຍ. 
ທ່ານປະທານປະເທດ ຫວຽດນາມ ຫງວຽນຊວັນຟຸກ ແລະ ທ່ານປະທານາທິບໍດີ ລັດເຊຍ Putin (ພາບ: TTXVN)

ວັນທີ 28 ພະຈິກ, ໜັງສືພິມເອກະລາດ ຊຶ່ງແມ່ນເວັບໄຊໄຈ້ແຍກດ້ານການເມືອງ, ສະຖານະການສາກົນຂອງ ສະຫະພັນ ລັດເຊຍ ໄດ້ລົງບົດຂຽນຂອງ ນັກຂຽນ Grigory Trofimchuk, ນັກຊ່ຽວຊານວິເຄາະການເມືອງສາກົນ, ດ້ວຍຫົວຂໍ້ “ມິດສະຫານຢ່າງແທ້ຈິງ”, ໃນນັ້ນໄດ້ຕີລາຄາສູງ ການພົວພັນຄູ່ຮ່ວມມືຍຸດທະສາດຢ່າງຮອບດ້ານ ລະຫວ່າງ ຫວຽດນາມ - ສະຫະພັນ ລັດເຊຍ, ກໍ່ຄືຄວາມໝາຍຂອງການເດີນທາງໄປຢ້ຽມຢາມສະຫະພັນລັດເຊຍ ຢ່າງເປັນທາງການຂອງທ່ານປະທານປະເທດ ຫງວຽນຊວັນຟຸກ ໃນລະຫວ່າງວັນທີ 29 ພະຈິກ - 2 ທັນວາ. ບົດຂຽນໄດ້ຢັ້ງຢືນວ່າ ຫວຽດນາມ ແມ່ນຄູ່ຮ່ວມມືທີ່ມີຄວາມໄວ້ເນື້ອເຊື່ອໃຈ ຂອງ ສະຫະພັນ ລັດເຊຍ ບໍ່ພຽງແຕ່ໃນຍຸກສະໄໝສະຫະພາບ ໂຊຫວຽດ ເມື່ອກ່ອນເທົ່ານັ້ນ ຫາກຍັງໃນປັດຈຸບັນອີກດ້ວຍ. ລັດເຊຍ ແລະ ຫວຽດນາມ ມີທັດສະນະດຽວກັນ ກ່ຽວກັບຫຼາຍບັນຫາສາກົນ, ສິ່ງທີ່ເປັນໜ້າສົນໃຈນັ້ນແມ່ນ ທັງສອງປະເທດລ້ວນແຕ່ສະໜັບສະໜູນລະບົບຄວາມເປັນລະບຽບຮຽບຮ້ອຍຂອງໂລກຫຼາຍແງ່ມູນ, ໃນນັ້ນມີຫຼັກການແກ້ໄຂການປະທະກັນຄັ້ງໃຫຍ່ໃນທົ່ວໂລກ ດ້ວຍມາດຕະການການທູດ, ສັນຕິພາບ, ບົນພື້ນຖານເຄົາລົບກົດໝາຍສາກົນ.

ກ່ຽວກັບການຮ່ວມມືດ້ານເສດຖະກິດ - ການຄ້າ, ບົດຂຽນ ໄດ້ເນັ້ນໜັ້ກວ່າ ປີ 2015, ສະຫະພັນເສດຖະກິດ ອາຊີ - ເອີລົບ (EAEU) ແລະ ຫວຽດນາມ ໄດ້ລົງນາມສົນທິສັນຍາກ່ຽວກັບພາກພື້ນການຄ້າເສລີ, ຜ່ານນັ້ນໄດ້ນຳສະຫະສະມາຄົມເສດຖະກິດນີ້ ຂຶ້ນສູ່ລະດັບສູງໃໝ່, ບໍ່ພຽງແຕ່ອະນຸຍາດໃຫ້ເປີດກວ້າງການແລກປ່ຽນການຄ້າສອງຝ່າຍເທົ່ານັ້ນ, ຫາກຍັງຊ່ວຍເປີດກວ້າງຂອບເຂດ ອາຊີ - ເອີລົບ ໄປຍັງພາກພື້ນ ອາຊີຕາເວັນອອກສ່ຽງໃຕ້ ອີກດ້ວຍ. ນັກຂຽນໄດ້ຢັ້ງຢືນວ່າ ຫວຽດນາມ ແມ່ນໜຶ່ງໃນບັນດາປະເທດນຳໜ້າສຳຄັນຂອງ ພາກພື້ນ ອາຊີ - ປາຊີຟິກ, ໂດຍແມ່ນສະຖານທີ່ຈຸດສຸມຂອງການເຕີບໂຕເສດຖະກິດ - ການເງິນທົ່ວໂລກ.

(ແຫຼ່ງຄັດຈາກ VOV)

ຫວຽດ​ນາມ ແບ່ງ​ປັນ​ຄວາມ​ຮັບ​ຜິດ​ຊອບ​ໃນ​ການ​​ປ້ອງກັນ​ຄວາມ​ປອດ​ໄພ​ທາງ​ອິນ​ເຕີ​ເນັດ

ຫວຽດ​ນາມ ແບ່ງ​ປັນ​ຄວາມ​ຮັບ​ຜິດ​ຊອບ​ໃນ​ການ​​ປ້ອງກັນ​ຄວາມ​ປອດ​ໄພ​ທາງ​ອິນ​ເຕີ​ເນັດ

“ສົນທິສັນຍາ ຮ່າໂນ້ຍ”, ເອກະສານນິຕິກຳສະບັບທຳອິດຂອງ ສປຊ ກ່ຽວກັບການຕ້ານອາດຊະຍາກຳທາງເຄືອຂ່າຍອິນເຕີເນັດ ທີ່ໄດ້ຮັບຮອງໂດຍສະມັດຊາໃຫຍ່ ສປຊ ໃນວັນທີ 24 ທັນວາ 2024 ແລະ ໄດ້ເປີດພິທີລົງນາມຢ່າງເປັນທາງການ ຢູ່ຮ່າໂນ້ຍໃນວັນທີ 25 – 26 ຕຸລາ 2025, ພາຍໃຕ້ການເປັນປະທານຮ່ວມຂອງທ່ານປະທານປະເທດ ຫວຽດນາມ ເລືອງເກື່ອງ ແລະ ທ່ານເລຂາທິການໃຫຍ່ ສປຊ Antonio Guterres. ເຫດການນີ້ບໍ່ພຽງແຕ່ເປີດໜ້າປະຫວັດສາດໃໝ່ໃນການຮ່ວມມືທົ່ວໂລກກ່ຽວກັບຄວາມໝັ້ນຄົງທາງເຄືອຂ່າຍອິນເຕີເນັດ ເທົ່ານັ້ນຫາກຍັງຢັ້ງຢືນບົດບາດ ແລະ ຄວາມຮັບຜິດຊອບຂອງຫວຽດນາມ ໃນການແບ່ງປັນຄວາມຮັບຜິດຊອບໃນການປ້ອງກັນຄວາມປອດໄພທາງອິນເຕີເນັດອີກດ້ວຍ.

Top