ຂ່າວສານ
ຫວຽດນາມ - ລາວ: ເພີ່ມທະວີການຮ່ວມມືສອງຝ່າຍ ແລະ ການຮ່ວມມືຢູ່ບັນດາເວທີປາໄສຫຼາຍຝ່າຍ

ໃນຂອບເຂດການຢ້ຽມຢາມສັນຖະວະໄມຕີ ສປປ ລາວ ຢ່າງເປັນທາງການ, ຕອນບ່າຍວັນທີ 9 ສິງຫາ, ຢູ່ນະຄອນຫຼວງ ວຽງຈັນ, ທ່ານປະທານປະເທດ ຫວຽດນາມ ຫງວຽນຊວັນຟຸກ ໄດ້ມີການພົບປະກັບທ່ານນາຍົກລັດຖະມົນຕີ ລາວ ພັນຄຳ ວິພາວັນ.ນະທີ່ນີ້, ການນຳສອງທ່ານໄດ້ເຫັນດີເປັນເອກະສັນຕໍ່ທິດທາງການຮ່ວມມືໃນໄລຍະຈະມາເຖິງ ແລະ ເນັ້ນໜັກວ່າ ຕ້ອງສົມທົບກັນປະຕິບັດບັນດາຂໍ້ຕົກລົງຂັ້ນສູງ, ຜັນຂະຫຍາຍສົນທິສັນຍາວ່າດ້ວຍການຮ່ວມມືສອງຝ່າຍ ຫວຽດນາມ - ລາວ ໄລຍະ 2021 – 2025 ແລະ ຂໍ້ຕົກລົງຍຸດທະສາດ ວ່າດ້ວຍການຮ່ວມມື ຫວຽດນາມ - ລາວ ໄລຍະ 2021 – 2030 ຢ່າງມີປະສິດທິຜົນ.
ການນຳສອງທ່ານກໍໄດ້ເຫັນດີສືບຕໍ່ເພີ່ມທະວີສາຍພົວພັນຮ່ວມມືອັນດີງາມລະຫວ່າງ ຫວຽດນາມ - ລາວ ໃນບັນດາເວທີປາໄສຫຼາຍຝ່າຍ, ໂດຍສະເພາະແມ່ນໃນຂອບເຂດສະຫະປະຊາຊາດ, ສະມາຄົມ ອາຊຽນ ແລະ ບັນດາກົນໄກຮ່ວມມືອະນຸພາກພື້ນ ແນໃສ່ປະກອບສ່ວນເຂົ້າໃນການຊຸກຍູ້ການສ້າງສັນຕິພາບ, ສະຖຽນລະພາບ ແລະ ພັດທະນາຢູ່ພາກພື້ນ ແລະ ໃນໂລກ.

ການນຳສອງທ່ານກໍໄດ້ເຫັນດີສືບຕໍ່ເພີ່ມທະວີສາຍພົວພັນຮ່ວມມືອັນດີງາມລະຫວ່າງ ຫວຽດນາມ - ລາວ ໃນບັນດາເວທີປາໄສຫຼາຍຝ່າຍ (ພາບ: TTXVN)
ໃນຕອນບ່າຍຂອງວັນດຽວກັນ, ໃນຂອບເຂດການຢ້ຽມຢາມ, ທ່ານປະທານປະເທດ ຫງວຽນຊວັນຟຸກ ໄດ້ມີການພົບປະກັບທ່ານ ຄຳໄຕ ສີພັນດອນ, ອະດີດປະທານພັກປະຊາຊົນປະຕິວັດ ລາວ, ອະດີດປະທານປະເທດ; ທ່ານ ຈູມມາລີ ໄຊຍະສອນ, ອະດີດເລຂາທິການໃຫຍ່, ອະດີດປະທານປະເທດ ແລະ ທ່ານ ບຸນຍັງ ວໍລະຈິດ, ອະດີດເລຂາທິການໃຫຍ່, ອະດີດປະທານປະເທດ ລາວ. ຫຼັງຈາກນັ້ນ, ທ່ານປະທານປະເທດຫວຽດນາມ ຫງວຽນຊວັນຟຸກ ຍັງໄດ້ໃຫ້ການຕ້ອນຮັບທ່ານປະທານສູນກາງແນວລາວສ້າງຊາດ ສິນລະວົງ ຄຸດໄພທູນ ແລະ ທ່ານປະທານສູນກາງສະມາຄົມມິດຕະພາບ ລາວ - ຫວຽດນາມ ຄຳໃບ ດຳລັດ.
ຕອນຄ່ຳວັນທີ 9 ສິງຫາ, ທ່ານເລຂາທິການໃຫຍ່, ປະທານປະເທດ ລາວ ທອງລຸນ ສີສຸລິດ ພ້ອມດ້ວຍພັນລະຍາ ເປັນເຈົ້າພາບຈັດຕັ້ງງານລ້ຽງຕ້ອນຮັບທ່ານປະທານປະເທດ ຫວຽດນາມ ຫງວຽນຊວັນຟຸກ ພ້ອມດ້ວຍພັນລະຍາ ແລະ ຄະນະຜູ້ແທນຂັ້ນສູງ ຫວຽດນາມ ຢ່າງສົມກຽມ.
(ແຫຼ່ງຄັດຈາກ VOV)